ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງຮຽນຫລວງ ຕ້ອງອະນຸຍາດ ໃຫ້ນັກຮຽນ ທີ່ປ່ຽນເພດ ເລືອກໃຊ້ຫ້ອງນໍ້າ


ປ້າຍບອກທາງເຂົ້າຫ້ອງນໍ້າ ຂອງນັກຮຽນປ່ຽນເພດ ທີ່ມະຫາວິທະຍາໄລ Vermont ທີ່ເມືອງ Burlington ລັດ Vermont.
ປ້າຍບອກທາງເຂົ້າຫ້ອງນໍ້າ ຂອງນັກຮຽນປ່ຽນເພດ ທີ່ມະຫາວິທະຍາໄລ Vermont ທີ່ເມືອງ Burlington ລັດ Vermont.

ພວກ​ນັກຮຽນທີ່​ປ່ຽນ​ເພດ ຕ້ອງໄດ້​ຮັບອະນຸຍາດ ​ໃຫ້​ໃຊ້​ຫ້ອງ​ນໍ້າ​ທີ່​ຖືກ​ກັບ​ເພດ​ທີ່​ ​ເຂົາ​ເຈົ້າ​ໄດ້​ເລືອກ ຊຶ່ງລັດຖະບານ​ທ່ານ Obama ຈະແຈ້ງ​ໃຫ້ບັນດາໂຮງຮຽນ ຫລວງ​ຢູ່ໃນ​ເຂດ​ຕ່າງໆ​ຂອງ​ສະຫະລັດ ​ໃນ​ວັນສຸກ​ມື້​ນີ້. ​

ໜັງສື​ສະບັບ​ນຶ່ງ​ເຊັນ​ໂດຍ ​ບັນດາ​ຜູ້ນຳຂອງ​ກະຊວງ​ຍຸຕິ​ທຳ ​ແລະ ​ກະຊວງ​ສຶກສາ​ທິການ ຈະ​ໃຫ້ການ​ແນະນຳ​ແກ່ບັນດາ​ຫົວໜ້າໂຮງຮຽນ ​ເພື່ອ​ຄໍ້າປະກັນ​ວ່າ​ ບໍ່​ມີ​ນັກຮຽນ​ຄົນ​ໃດ​ໄດ້​ຖືກ​ຈຳ​ແນ​ກກີດ​ກັນ.

ລັດຖະມົນຕີ​ຍຸຕິ​ທຳ ທ່ານ​ນາງ Loretta Lynch ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ທີ່​ນຳອອກ​ເຜີຍ​ແຜ່​ໃນ​ແລງ​ວັນ​ພະຫັດ​ວານ​ນີ້​ວ່າ ຈະ​ມີ​ຄຳ​ສັ່ງ ທີ່​ກຳລັງ​ຖືກ​ສົ່ງ​ໄປ​ຍັງ​ໂຮງຮຽນ​ໃນ​ເຂດ​ຕ່າງໆໃນ​ວັນ​ສຸກ​ມື້​ນີວ່າ “ບໍ່​ມີ​ບ່ອນ​ໃດ ​ໃນ​ໂຮງຮຽນ​ຂອງພວກ​ເຮົາ​ ທີ່​ຈະປ່ອຍ​ໃຫ້​ມີ​ການຈຳ​ແນ​ກ ກີດ​ກັນ​ ບໍ່​ວ່າ​ຊະນິດ​ໃດ​ກໍ​ຕາມຮວມ​ທັງການ​ຈຳ​ແນ​ກກີດ​ກັນ ​ຕໍ່​ບັນດາ​ນັກຮຽນ​ທີ່​ປ່ຽນ​ເພດ ​ໃນ​ພື້ນຖານເພດ​ຂອງ​ເຂົາ​ເຈົ້າ."

ທ່າ​ນນາງ Lynch ກ່າວ​ວ່າ “ຄຳແນະ​ນຳ​ດັ່ງກ່າວ​ນີ້​ ​ແມ່ນໃຫ້ບັນດາ​ຜູ້​ບໍລິຫານ ນາຍ​ຄູແລະ​ພໍ່ແມ່​ຜູ້​ປົກຄອງ ໃຊ້ເປັນ​ເຄຶ່ອງມື​ ທີ່​ເຂົາ​ເຈົ້າ​ຕ້ອງການ ​ເພື່ອ​ປົກປ້ອງ​ ບັນດາ​ນັກຮຽນ​ປ່ຽນ​ເພດຈາກ​ການ​ຖືກຮາວີລົບ​ກວນ ​ແລະລະບຸ​ໂຕ ​ແລະ​ແກ້​ໄຂນະ​ໂຍບາຍ​ໂຮງຮຽນ​ທີ່​ບໍ່​ເປັນ ທຳ.

ໜັງ​ສືສະບັບ​ນີ້​ຈະ​ກ່າວ​ວ່າ ບັນດາ​ໂຮງຮຽນ​ຫລວງ ມີ​ຂໍ້​ຜູກ​ມັດ​ທີ່​ຈະ​ເບິ່ງ​ແຍງ​ບັນດາ​ນັກ ຮຽນ​ທີ່​ປ່ຽນ​ເພດ​ຕາມເພດ​ທີ່​ເຂົາ​ເຈົ້າ​ເລື​ອກ ​ເຖິງ​ແມ່ນ​ວ່າຢູ່​ໃນ​ບັນທຶກ​ການ​ສຶກສາ​ຂອງ ​ເຂົາເຈົ້າ ຫລື​ບັດປະຈຳຕົວ​ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ​ເພດ​ທີ່​ແຕກ​ຕ່າງ​ໄປ​ນັ້ນ.

ຄຳສັ່ງ​ນີ້​ບໍ່​ໄດ້​ມີ​ການ​ບັງຄັບທາງ​ກົດໝາຍ ​ແຕ່​ບັນ​ຈຸ​ການ​ຂົ່ມຂູ່​ທີ່​ບອກ​ເປັນ​ໄນວ່າ ບັນດາ ໂຮງຮຽນ​ໃດ​ບໍ່​ປະຕິບັດ​ຕາມ​ການ​ຕີ​ຄວາມ​ໝາຍຂອງລັດຖະບານ​ໃນ​ທາງກົດໝາຍ​ແລ້ວ ອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ຟ້ອງ​ຮ້ອງ ຫລື​ສູນເສຍ​ການ​ຊ່ວຍ​ເຫລືອ​ ຈາກ​ລັດຖະບານ ກາງ.

ລັດຖະມົນຕີຍຸຕິທຳ ສະຫະລັດ ທ່ານນາງ Loretta Lynch.
ລັດຖະມົນຕີຍຸຕິທຳ ສະຫະລັດ ທ່ານນາງ Loretta Lynch.

ທ່າ​ນນາງ Lynch ກ່າວ​ວ່າ “ຄຳແນະ​ນຳ​ດັ່ງກ່າວ​ນີ້ແມ່ນໃຫ້ບັນດາ​ຜູ້​ບໍລິຫານ ນາຍ​ຄູ​ແລະ ພໍ່ແມ່​ຜູ້​ປົກຄອງໃຊ້ເປັນ​ເຄຶ່ອງມື​ທີ່​ເຂົາ​ເຈົ້າ​ຕ້ອງການເພື່ອ​ປົກປ້ອງ​ບັນດາ​ນັກຮຽນ​ປ່ຽນ​ເພດ ຈາກ​ການ​ຖືກຮາວີລົບ​ກວນ ​ແລະລະບຸ​ໂຕ ​ແລະ​ແກ້​ໄຂ ນະ​ໂຍບາຍ​ໂຮງຮຽນ​ທີ່​ບໍ່​ເປັນທຳ.

ໜັງ​ສືສະບັບ​ນີ້ຈະ​ກ່າວ​ວ່າ ບັນດາ​ໂຮງຮຽນ​ຫຼວງມີ​ຂໍ້​ຜູກ​ມັດ ​ທີ່​ຈະ​ເບິ່ງ​ແຍງ​ບັນດາ​ນັກຮຽນ ​ທີ່​ປ່ຽນ​ເພດ​ຕາມເພດ​ທີ່​ເຂົາ​ເຈົ້າ​ເລື​ອກ ​ເຖິງ​ແມ່ນ​ວ່າຢູ່​ໃນ​ບັນທຶກ​ການ​ສຶກສາ​ຂອງ​ເຂົາ​ເຈົ້າ ຫລື​ບັດປະຈຳຕົວ​ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ​ເພດ​ທີ່​ແຕກ​ຕ່າງ​ໄປ​ນັ້ນ.

ຄຳສັ່ງ​ນີ້​ບໍ່​ໄດ້​ມີ​ການ​ບັງຄັບທາງ​ກົດໝາຍ ​ແຕ່​ບັນ​ຈຸ​ການ​ຂົ່ມຂູ່​ທີ່​ບອກ​ເປັນ​ໄນວ່າ ບັນດາໂຮງຮຽນ​ໃດ​ບໍ່​ປະຕິບັດ​ຕາມ​ການ​ຕີ​ຄວາມ​ໝາຍຂອງລັດຖະບານ​ໃນ​ທາງ ກົດໝາຍ​ແລ້ວ ອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ຟ້ອງ​ຮ້ອງຫລື​ສູນເສຍ​ການ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ​ກາງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຜູ້ປົກຄອງລັດ North Carolina ທ່ານ Pat McCrory.
ຜູ້ປົກຄອງລັດ North Carolina ທ່ານ Pat McCrory.

XS
SM
MD
LG