ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມະຫາຊົນ ສຫລ ອາດບໍ່ໄດ້ບອກໃຫ້ຮູ້ ກ່ຽວກັບ ຄວາມພະຍາຍາມ ປ່ຽນແປງ ການເລືອກຕັ້ງ ໂດຍຕ່າງປະເທດ


ບັນດາພະນັກງານ ຢູ່ທີ່ຫ້ອງການຜູ້ຮັບຜິດຊອບ ການເລືອກຕັ້ງ ເມືອງ ບຣາວວາດ, ຢູ່ດ້ານໜ້າ, ສະແດງໃຫ້ເຫັນທັງ ຜູ້ສັງເກດການ ຂອງພັກຣີພັບບລີກັນ ແລະພັກເດໂມແຄຣັດ ໃນລະຫວ່າງ ການນັບບັດລົງຄະແນນ ທີ່ເມືອງລາວເດີຮີລ ລັດຟລໍຣີດາ, ວັນທີ 16 ພະຈິກ 2018.
ບັນດາພະນັກງານ ຢູ່ທີ່ຫ້ອງການຜູ້ຮັບຜິດຊອບ ການເລືອກຕັ້ງ ເມືອງ ບຣາວວາດ, ຢູ່ດ້ານໜ້າ, ສະແດງໃຫ້ເຫັນທັງ ຜູ້ສັງເກດການ ຂອງພັກຣີພັບບລີກັນ ແລະພັກເດໂມແຄຣັດ ໃນລະຫວ່າງ ການນັບບັດລົງຄະແນນ ທີ່ເມືອງລາວເດີຮີລ ລັດຟລໍຣີດາ, ວັນທີ 16 ພະຈິກ 2018.

ບັນດາເຈົ້າໜ້າທີ່ອາວຸໂສ ສະຫະລັດ ກ່າວວ່າ ພວກເພິ່ນພວມເຮັດວຽກຢ່າງໜັກ ໃນ
ດ້ານການປ້ອງກັນປະເທດ ຕໍ່ການແຊກແຊງຂອງຕ່າງປະເທດ ໃນການເລືອກຕັ້ງ
ປະທານາທິບໍດີ ປີ 2020 ນີ້. ພວກເພິ່ນພຽງແຕ່ຍອມຮັບວ່າ ມະຫາຊົນອາດຈະບໍ່ໄດ້
ຖືກແຈ້ງໃຫ້ຊາບ ກ່ຽວກັບການໂຈມຕີ ແລະການແຊກແຊງທັງຫຼາຍ.

ບັນດາເຈົ້າໜ້າທີ່ສືບລັບ ແລະດ້ານຄວາມປອດໄພຂອງການເລືອກຕັ້ງໄດ້ເຕືອນ ຊ້ຳ
ແລ້ວຊ້ຳອີກວ່າ ຣັດເຊຍ ເປັນປະເທດນຶ່ງພາຍໃນປະເທດອື່ນ ແລະພວກທີ່ບໍ່ຂຶ້ນກັບ
ປະເທດໃດນຶ່ງ ຍັງຄົງມີເຈດຕະນາ ໃນການລົບກວນການເລືອກຕັ້ງ ທີ່ຈະມີຂຶ້ນ ແລະ
ວ່າ ວັງເຄຣມລິນອາດແມ່ນກະທັງ ໄດ້ປະຕິບັດການແບບບໍ່​ແຮງປານໃດ ຕໍ່ສະຫະລັດ
ໃນລະຫວ່າງການເລືອກຕັ້ງກາງສະໄໝ ປີ 2016 ເມື່ອແນມເຫັນ ຄວາມອາດສາມາດ
ທີ່ຈະມີຜົນກະທົບຕໍ່ການແຂ່ງຂັນ ເປັນປະທານາທິບໍດີ ໃນປີ 2020 ນັ້ນ ອັນເປັນລາງ
ວັນໃຫຍ່ກວ່າ ທີ່ຜ່ານມາ.

ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງແລະຄວາມປອດໄພ
ໄດ້ຖືກກວດສອບຫຼາຍຂຶ້ນ ສຳລັບຄວາມລົ້ມແຫຼວທີ່ບໍ່ໄດ້ເປີດເຜີຍຂະໜາດ ແລະ
ລະດັບ ໃນຄວາມພະຍາຍາມຂອງຣັດເຊຍ ເພື່ອລັກເຈາະເອົາຂໍ້ມູນ ໃນຖານຂໍ້ມູນ
ຜູ້ມີສິດອອກສຽງ ແລະລະບົບຕ່າງໆທີ່ສຳຄັນຍິ່ງ ໃນການເລືອກຕັ້ງທີ່ຜ່ານມານັ້ນ.

ໃນເດືອນພຶດສະພາຜ່ານມາ ສະມາຊິກສະພາລັດຟລໍຣີດາ 2 ທ່ານ ຄື ສະມາຊິກສະພາ
ຕ່ຳ ຈາກພັກຣີພັບບລີກັນ ທ່ານໄມເກີລ ວອລຊ໌ ແລະສະມາຊິກສະພາຕ່ຳ ຈາກພັກ
ເດໂມແຄຣັດ ທ່ານນາງສະແຕັບຟານີ ເມີຟີ ໄດ້ຂຽນໜັງສືໄປຫາທັງ ອົງການສັນຕິບານ
ກາງ FBI ແລະກະຊວງຍຸຕິທຳ ເພື່ອການຮຽກຮ້ອງ ໃຫ້ມອບບົດລາຍງານລັບ ກ່ຽວກັບ
ຂະໜາດຄວາມເສຍຫາຍ ໃນການດຳເນີນການຂອງຣັດເຊຍ ຫຼັງຈາກທີ່ບົດລາຍງານ
ຂອງທ່ານມັລເລີ ໄດ້ບົ່ງຊີ້ໃຫ້ເຫັນວ່າ ມົສກູສາມາດແຊກຊຶມເຂົ້າໃນລະບົບທີ່ສຳຄັນໆ
ຢ່າງໜ້ອຍຢູ່ໃນເຂດເມືອງແຫ່ງນຶ່ງ ໃນລະຫວ່າງການເລືອກຕັ້ງປະທານາທິບໍດີ ປີ
2016 ນັ້ນ.

ທ່ານນາງ ເມີຟີ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ພວກຜູ້ມີສິດປ່ອນບັດ ຂອງ
ລັດຟລໍຣີດາ ມີສິດທີ່ຈະຮູ້ຈັກ ເຖິງຂະໜາດຄວາມເສຍຫາຍ ທີ່ພວກຕ່າງປະເທດ
ອາດໄດ້ເຈາະເຂົ້າໃນລະບົບຄວາມປອດໄພ ໃນການເລືອກຕັ້ງຂອງລັດພວກເຮົາ
ແລະສິ່ງທີ່ລັດຖະບານກາງ ພວມເຮັດຢູ່ ເພື່ອປ້ອງກັນບໍ່ໃຫ້ມັນ ເກີດຂຶ້ນອີກ.”

ພຽງແຕ່ບັນດາເຈົ້າໜ້າທີ່ອາວຸໂສ ຂອງລັດຖະບານທ່ານທຣຳ ໄດ້ເຕືອນໃນວັນຈັນ
ວານນີ້ ວ່າ ພວກເພິ່ນອາດຕັດສິນໃຈ ທີ່ຈະຮັກສາຂໍ້ມູນຄືທີ່ກ່າວມານັ້ນໄວ້ ເພື່ອບໍ່ໃຫ້
ມະຫາຊົນຮູ້.

“ມັນແມ່ນເລື້ອງຍາກທີ່ຈະເລືອກ” ນັ້ນແມ່ນຄຳເວົ້າຂອງເຈົ້າໜ້າທີ່ທ່ານນຶ່ງ ທີ່ໄດ້ກ່າວ
ບອກບັນດານັກຂ່າວ ໃນຂະນະ ແຈ້ງໃຫ້ພວກເຂົ້າເຈົ້າໄດ້ຮັບຊາບ ກ່ຽວກັບ ຄວາມພະ
ຍາຍາມ ທີ່ຈະປົກປ້ອງການເລືອກຕັ້ງ ປີ 2020 ຈາກການແຊກແຊງຂອງຕ່າງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG