ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ການຊ່ວຍເຫລືອເພີ້ມ​ຕື່ມ 500 ລ້ານ​ໂດ​ລາ ແກ່ຢູເຄຣນ


ຖານຍິງລະບົບລູກສອນໄຟ ປາຕຣີອົດ ກອງທັບບົກສະຫະລັດ MIM-104 ຢູ່ທີ່ສະໜາມບິນ Poland's Rzeszow-Jasionka ທ່າມກາງການຮຸກຮານຂອງຣັດເຊຍ ຕໍ່ຟຢູເຄຣນ ວັນທີ 24 ມີນາ 2022.
ຖານຍິງລະບົບລູກສອນໄຟ ປາຕຣີອົດ ກອງທັບບົກສະຫະລັດ MIM-104 ຢູ່ທີ່ສະໜາມບິນ Poland's Rzeszow-Jasionka ທ່າມກາງການຮຸກຮານຂອງຣັດເຊຍ ຕໍ່ຟຢູເຄຣນ ວັນທີ 24 ມີນາ 2022.

ສະຫະລັດ ໄດ້​ສະ​ໜອງການຊ່ວຍເຫລືອເຖິງ 500 ລ້ານໂດລາໃນ​ການຊ່ວຍ ເຫລືອທາງທະຫານເພີ່ມ​ເຕີມ​ສຳ​ລັບຢູເຄຣນ, ໃນ​ໂຄງ​ການ​ທີ່​ຖືກ​ຄາດ​ວ່າ​ຈະ​ລວມ​ມີ​ລົດ​ຖັງ Stryker ແລະ ລົດ​ຫຸ້ມ​ເກົາ ແບ​ຣດ​ລີ, ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ສາມ​ຄົນ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ.

ເຈົ້າໜ້າທີ່ຄົນນຶ່ງ ຜູ້ທີ່ໄດ້ກ່າວຕໍ່ ວີໂອເອ ​ໂດຍບໍ່ປະສົງອອກຊື່ ກ່ອນການເປີດ​ເຜີຍ​ການຊ່ວຍເຫລືອ ທີ່​ຄາດ​ວ່າ​ຈະ​ເກີດ​ຂຶ້ນ​ໃນວັນອັງຄານມື້ນີ້, ໄດ້ກ່າວວ່າການ ຊ່ວຍເຫລືອເທື່ອຫລ້າສຸດຍັງລວມ​ມີລູກປືນສຳລັບລະ​ບົບ​ຍິງລູກສອນໄຟຈາກ​ໜ້າ​ດິນ​ສູ່​ອາ​ກາດ ແພດ​ທ​ຣີ​ອອດ (Patriot), ພ້ອມ​ກັບສຳ​ລັບ​ລະ​ບົບ​ປືນ​ໃຫຍ່​ຍິງ​ຈະຫຼວດ​ທີ່​ສາ​ມາດ​ເຄື່ອນ​ໄຫວ​ໄດ້​ຢ່າງວ່ອງ​ໄວຫຼື HIMARS ໃຫ້​ຢູ​ເຄ​ຣນ.

ເຈົ້າໜ້າທີ່ອີກຄົນນຶ່ງທີ່ໄດ້​ກ່າວ​ໂດຍບໍ່ປະສົງອອກຊື່ໄດ້ກ່າວຕໍ່ ວີໂອເອ ວ່າ ໂຄງການຊ່ວຍເຫລືອນັ້ນຈະສະ​ໜອງຢູເຄຣນ ດ້ວຍຈະຫຼວດ​ຍິງ​ເຮືອ​ດຳ​ນ້ຳ ບັງ​ກາ​ລໍຫຼື ຕໍ​ປີ​ໂດຈຳ​ນວນ​ນຶ່ງ, ຄ​ະ​ນວນລະ​ເບີດ​ທີ່​ຖືກ​ຕິດ​ຕັ້ງ​ຢູ່​ໃນ​ທໍ່​ທີ່​ເຊື່ອມ​ຈອດ​ກັນ​ທີ່​ສາ​ມາດ​ທຳ​ລາຍ​ສິ່ງ​ກີດ​ຂວາງ​ຈາກ​ຕຳ​ແໜ່ງ​ທີ່​ຖືກ​ປ້ອງ​ກັນ. ຄະ​ນວນ​ດັ່ງ​ກ່າວ​ຍັງສາ​ມາດ​ໃຊ້​ເພື່ອ​ສ້າງ​ທາງ​ຜ່ານ​ປະ​ມານ 4 ແມັດ​ຜ່ານ​ໜາມ​ໝາກ​ຈັບ, ປ່າ​ຕຶບ​ໜາ ຫຼື ເຂດ​ທີ່​ຖືກ​ປົກ​ຄຸມ​ໄປ​ດ້ວຍ​ລະ​ເບີດ​ຝັງ​ດິນ.

ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ​ຈະຫຼວດ​ຕໍ​ປີ​ໂດ ບັງ​ກາ​ລໍ ທີ່​ນ້ອຍກວ່າ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ​ມີ​ປະ​ໂຫຍດເປັນ​ຢ່າງ​ຍິ່ງ ສຳ​ລັບ​ຢູ​ເຄ​ຣນ​ເຖິງ​ປັດ​ຈຸ​ບັນ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິ

XS
SM
MD
LG