ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ການຊ່ວຍເຫລືອເພີ້ມເຕີມ 325 ລ້ານໂດລາ ແກ່ຢູເຄຣນ


ທະຫານ ຢືນຢູກັບລົດຫູ້ເກາະ Stryker ຢູ່ເມືອງ Vilseck ປະເທດເຢຍຣະັມນ ວັນທີ 9/ ກຸມພາ 2022.
ທະຫານ ຢືນຢູກັບລົດຫູ້ເກາະ Stryker ຢູ່ເມືອງ Vilseck ປະເທດເຢຍຣະັມນ ວັນທີ 9/ ກຸມພາ 2022.

ສະຫະລັດໃຫ້ການຊ່ວຍເຫລືອເຖິງ 325 ລ້ານໂດລາ ເພີ້ມໃສ່ການຊ່ວຍເຫລືອທາງ​ທະ​ຫານໃຫ້ແກ່ຢູເຄຣນ ເຈົ້າ​ໜ້າ​ທີ່ກະຊວງປ້ອງກັນປະເທດສະຫະລັດ ໄດ້ກ່າວຕໍ່ວີໂອເອ.

​ການ​ຊ່ວຍ​ເຫຼືອນີ້ຄາດວ່າ ຈະຮວມທັງບັນດາລົດຫຸ້ມເກາະ Stryker ແລະ Bradley ທີ່ສາມາດທົດແທນບັນດາລົດທີ່ເສຍຫາຍ ແລະຖືກທຳລາຍໃນ​ຂະ​ນະ​ທີ່ຢູເຄຣນ​ບຸກ​ໂຈມ​ຕີ​ຕອບ​ໂຕ້ ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ເວ​ລານີ້ ອີງຕາມເຈົ້າໜ້າທີ່ປ້ອງກັນປະເທດສອງທ່ານ ຜູ້ທີ່ກ່າວຕໍ່ ວີໂອເອ ​ໂດຍບໍ່ປະສົງບອກຊື່ ກ່ອນໜ້າການ​ປະ​ກາດ​ຊຶ່ງ​ຄາດ​ວ່າ​ຈະມີ​ຂຶ້ນໃນວັນອັງຄານມື້ນີ້.

ພວກເຈົ້າໜ້າທີ່ກ່າວວ່າການຊ່ວຍເຫລືອເທື່ອຫລ້າສຸດ ຍັງຮວມທັງລູກປືນສຳລັບລະບົບລູກສອນໄຟ​ທີ່ຍິງຈາກໜ້າດິນສູ່ອາກາດ NASAMS ພ້ອມດ້ວຍລູກຈະຫລວດເພີ້ມເຕີມ ໃຫ້ແກ່ລະບົບລູກສອນໄຟເຄື່ອນທີ່ HIMAS ຂອງຢູເຄຣນ.

ການປະ​ກາດ​ຄວາມຊ່ວຍເຫລືອມີ​ເຂຶ້ນທ່າມກາງ ​ທີ່​ມີລາຍງານວ່າຢູເຄຣນໄດ້ສູນເສຍລົດ​ຫຸ້ມເກາະ Bradley ລົດຕໍ່ສູ້ຂອງ​ທະ​ຫານ​ລາບຫລາຍສິບຄັນໃນຫວ່າງບໍ່ເທົ່າໃດວັນທີ່ຜ່ານມານີ້ ທີ່ບອກເຖິງ​ຄວາມ​ເສ​ຍ​ຫາຍທາງ​ທະ​ຫ​ຫານ ໃນການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນໃນປັດຈຸບັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG