ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ການຊ່ວຍເຫລືອເພີ້ມ 300 ລ້ານໂດລາ ແກ່ຢູເຄຣນ


ຖານບິງລະບົບລູກສອນໄຟ ປາຕຣີອົດ ທີ່ເຫັນຢູ່ ວໍໍຊໍ ປະເທດໂປແລນ ວັນທີ 6 ກຸມພາ 2023
ຖານບິງລະບົບລູກສອນໄຟ ປາຕຣີອົດ ທີ່ເຫັນຢູ່ ວໍໍຊໍ ປະເທດໂປແລນ ວັນທີ 6 ກຸມພາ 2023

ສະຫະລັດຈະໃຫ້ການຊ່ວຍເຫລືອດ້ານທະຫານໃໝ່ອີກ 300 ລ້ານໂດລາ ແກ່ຢູເຄຣນ ຊຶ່ງເປັນການຊ່ວຍເຫລືອ ທີ່ໄດ້ຄາດວ່າ​ ຈະຮວມທັງລູກກະ​ສຸນ ສຳລັບລະບົບລູກສອນໄຟປາຕຣີອົດ ທີ່ພວກເຈົ້າໜ້າທີ່ປ້ອງກັນປະເທດ ໄດ້ກ່າວຕໍ່ ວີໂອເອ.

ພວກເຈົ້າໜ້າທີ່ ຜູ້ທີ່ບໍ່ປະສົງບອກຊື່ ກ່າວ​ກ່ອນເປີດ​ເຜີຍການຊ່ວຍເຫລືອ ​ຊຶ່ງຄາດວ່າຈະ​ມີ​ຂຶ້ນໃນວັນພຸດມື້ນີ້ ​ໂດຍ​ເວົ້າວ່າ ການຊ່ວຍເຫລືອຄັ້ງຫລ້າສຸດ ຍັງ ຮວມທັງ ລູກຈະຫລວດສຳລັບລະບົບ HIMARS ແລະລູກປືນລົດຖັງ ແລະລູກປືນຕໍ່ຕ້ານຫຸ້ມ​ເກາະ ກ່ອນໜ້າການ​ເປີດ​ສາກໂຈມຕີທີ່ຢູເຄຣນຄາດ​ການເອົາໄວ້ນັ້ນ.

ລູກຈະຫລວດຊູນີ ທີ່ຕິດຕັ້ງກັບເຮືອບິນ ແລະເຣດາ AIM-7 ​ເພື່ອນຳພາລູກສອນຈາກ​ອາ​ກາດ​ຫາອາກາດ ກຳລັງຖືກສົ່ງໄປໃຫ້ ສຳລັບປ້ອງກັນໄພທາງອາກາດ ແລະລະບົບປ້ອງກັນທາງອາກາດ Avenger ແລະ Stinger ລູກສອນໄຟ​ທີ່​ຍິງ​ຈາກ​ພື້ນ​ດິນ​ຫາ​ອາກາດ ຍັງຈະຮວມຢູ່ໃນນັ້ນ ອີງຕາມພວກເຈົ້າ ໜ້າທີ່.

ເວລາໃດໄດ້ສົ່ງໄປໃຫ້ ການຊ່ວຍເຫລືອນີ້ຈະເປັນຂີດໝາຍຄັ້ງທີ 39 ທີ່ໄດ້​ຮັບອະນຸມັດ ຈາກປະທານາທິບໍດີ ກ່ຽວກັບອາວຸດຈາກສາງອາວຸດກະຊວງປ້ອງກັນປະເທດ ນັບແຕ່ການຮຸກຮານຂອງຣັດເຊຍຕໍ່ຢູເຄຣນໃນເດືອນກຸມພາ ປີ 2022.

ການຊ່ວຍເຫລືອຄັ້ງຫລ້າສຸດມີຂື້ນໃນຂະນະທີ່ທະຫານຢູເຄຣນປະມານ 200 ຄົນ ໄດ້ເລີ້ມທຳ​ການເຝິກແອບອາວຸດ ​ເພື່ອ​ໃຊ້ລົດຖັງ M1A1 Abrams ຢູ່
ໃນປະເທດເຢຍຣະມັນ ອີງຕາມຖະແຫລງການຈາກກອງທັບສະຫະລັດປະຈຳຢູໂຣບ.

ທະຫານຢູເຄຣນອີກ 200 ຄົນ ກຳລັງເຝິກແອບການປະຕິບັດງານຕື່ມນໍ້າມັນ ລົດຖັງ ແລະບົວລະບັດຮັກສາ ອີງຕາມຖະແຫລງການ.

ຢູເຄຣນ ຈະເຝິກແອບກ່ຽວກັບການ​ໃຊ້ລົດຖັງ Abrams 31 ຄັນ ທີ່ໄດ້ສົ່ງ​ໄປເຖິງເຢ​ຍຣະມັນ ໃນຕົ້ນເດືອນນີ້. ພວກເຈົ້າໜ້າທີ່ສະຫະລັດໄດ້ກ່າວວ່າ ລົດຖັງ M1A1 Abram ອີກຈຳນວນ 31 ຄັນທີີ່​ສ້ອມແປງໃໝ່ຢູ່ໃນສະຫະລັດ ແລະຈະສົ່ງໄ​ປໃຫ້ຢູເຄຣນ ໃນລະດູໃບໄມ້ຫລົ່ນຈະມາເຖິງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG