ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະຫະລັດໃຫ້ການຊ່ວຍເຫຼືອຕື່ມ 300 ລ້ານໂດລາ ແກ່ຢູເຄຣນ


ແຟ້ມພາບ - ລະບົບລູກສອນໄຟຮາຍມາຣສ໌ (HIMARS) ຍິງຂີປະນາວຸດລະຫວ່າງການຊ້ອມລົບຢູ່ຟີລິບປິນ, ວັນທີ 26 ເມສາ 2023. ສະຫະລັດກຳລັງໃຫ້ການຊ່ວຍເຫຼືອປະມານ 300 ລ້ານໂດລາສະຫະລັດ ແກ່ຢູເຄຣນ ໃນຊຸດຊ່ວຍເຫຼືອທີ່ຄາດວ່າຈະລວມມີລູກກະສຸນສຳລັບປືນໃຫຍ່ ແລະລູກສອນໄຟຮາຍມາຣສ໌ (HIMARS)
ແຟ້ມພາບ - ລະບົບລູກສອນໄຟຮາຍມາຣສ໌ (HIMARS) ຍິງຂີປະນາວຸດລະຫວ່າງການຊ້ອມລົບຢູ່ຟີລິບປິນ, ວັນທີ 26 ເມສາ 2023. ສະຫະລັດກຳລັງໃຫ້ການຊ່ວຍເຫຼືອປະມານ 300 ລ້ານໂດລາສະຫະລັດ ແກ່ຢູເຄຣນ ໃນຊຸດຊ່ວຍເຫຼືອທີ່ຄາດວ່າຈະລວມມີລູກກະສຸນສຳລັບປືນໃຫຍ່ ແລະລູກສອນໄຟຮາຍມາຣສ໌ (HIMARS)

ສະຫະລັດກໍາລັງໃຫ້ການຊ່ວຍເຫຼືອດ້ານການທະຫານໃຫມ່ ປະມານ 300 ລ້ານໂດລາ ໃຫ້ແກ່ຢູເຄຣນ ເຊິ່ງຄາດວ່າ ຈະລວມມີລູກກະສຸນສຳລັບປືນໃຫຍ່ ແລະລູກສອນໄຟຮາຍມາຣສ໌ (HIMARS) ກ່ອນການບຸກໂຈມຕີ​ຂອງຢູເຄຣນທີ່ຄາດໄວ້, ອີງຕາມເຈົ້າຫນ້າທີ່ຄວາມໝັ້ນຄົງ.

ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້າ​ແຈ ທີ່​ກ່າວ​ຕໍ່​ວີ​ໂອ​ເອ ໂດຍ​ທີ່​ບໍ່​ຂໍເປີດ​ເຜີຍຊື່ ​ກ່ອນ​ການ​ເຜີຍແຜ່ກ່ຽວກັບ ຊຸດການຊ່ວຍເຫຼືອດັ່ງກ່າວ​ໃນ​ວັນ​ພຸດ​ວານນີ້ ກ່າວ​ວ່າ ການ​ຊ່ວຍ​ເຫລືອ​ຫລ້າ​ສຸດ​ຍັງ​ລວມທັງ​ລູກ​ສອນ​ໄຟ Hydra 70 ທີ່ຍິງເພື່ອໃຫ້​ການ ​ສະ​ໜັບ​ສະ​ໜູນ​ທາງ​ອາ​ກາດ ແລະ​ຄວາມ​ສາ​ມາດ​ໃນການຕໍ່ຕ້ານຫຸ້ມ​ເກາະ ທີ່​ ຈຳ​ເປັນ​ເພື່ອ​ຂັບ​ໄລ່​ກອງກຳ​ລັງ​ພື້ນ​ດິນ​ຂອງ​ຣັດ​ເຊຍ ເຊິ່ງໄດ້​ບຸກເຈາະ​ເຂົ້າ​ໄປ
​ໃນ​ພື້ນທີ່​ຂອງ​ຢູ​ເຄຣນ.

ພ້ອມນັ້ນ,​ ລົດບັນທຸກໜັກ ແລະອາໄຫຼ່ ຈະລວມຢູ່ໃນຊຸດຊ່ວຍເຫຼືອດັ່ງກ່າວ.

ຊຸດ​ການ​ຊ່ວຍ​ເຫຼືອ​ໃນ​ວັນ​ພຸດ​ວານ​ນີ້ ​ຖືເປັນ​ການເບີກ​ຍຸດໂທປະກອນ ​ທາງ​ທະ ຫານທີ່ໄດ້ຮັບການອະນຸຍາດ ຂອງ​ປະທານາທິບໍດີ​ ຄັ້ງ​ທີ 37 ​ອອກ​ຈາກ​ຄັງ​ອຸປະກອນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ບຸກ​ໂຈມ​ຕີ​ຢູ​ເຄຣນ​ໃນ​ເດືອນ​ກຸມພາ​ປີ 2022.

ການບຸກໂຈມຕີຄັ້ງໃໝ່ຂອງມົສກູໃນຢູເຄຣນ ເມື່ອຕົ້ນປີນີ້ ໄດ້ຢຸດຊະງັກລົງແລະ ກີຢິບກຳລັງກະກຽມການຕອບໂຕ້ຄັ້ງໃຫຍ່ ທີ່ຄາດວ່າຈະເລີ່ມຂຶ້ນໃນອີກບໍ່ເທົ່າໃດ ມື້ ຫຼື ອາທິດຂ້າງໜ້ານີ້.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG