ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳ ເປັນ​ກຽດ ທີ່​ຈະ​ສະ​ໜອງ ການ​ຊ່ວຍ​ເຫຼືອ 16 ຕື້​ໂດ​ລາ ແກ່ພໍ່​ໄຮ​່​ຊາວ​ນາ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພ້ອມ​ດ້ວຍ ສະ​ມາ​ຊິກ​ສະ​ພາ​ຕ່ຳ ໄມ​ຄ໌ ຄອນ​ເວ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ (ຊ້າຍ) ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ເສດ ທ່ານ​ຊັນ​ນີ ເພີ​ດູ (ຂວາ) ຕະ​ຫຼອງ​ທັງ ພວກ​ເຈົ້າ​ຂອງ​ຟາມ ຖະ​ແຫຼງ​ທີ່​ທຳ​ນຽບ​ຂາວ. (ວັນ​ທີ 23 ພຶດ​ສະ​ພາ 2019)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພ້ອມ​ດ້ວຍ ສະ​ມາ​ຊິກ​ສະ​ພາ​ຕ່ຳ ໄມ​ຄ໌ ຄອນ​ເວ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ (ຊ້າຍ) ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ເສດ ທ່ານ​ຊັນ​ນີ ເພີ​ດູ (ຂວາ) ຕະ​ຫຼອງ​ທັງ ພວກ​ເຈົ້າ​ຂອງ​ຟາມ ຖະ​ແຫຼງ​ທີ່​ທຳ​ນຽບ​ຂາວ. (ວັນ​ທີ 23 ພຶດ​ສະ​ພາ 2019)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ “ເປັນ​ກຽດ​” ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ພວກ​ພໍ່​ໄຮ່​ຊາວນາທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສົງ​ຄາມ​ການ​ຄ້າ​ກັບ​ຈີນ ຕື່ມ​ອີກ 16 ຕື້​ໂດ​ລາ.

ໂດຍ​ມີ​ພວກປູກ​ມັນ​ຝ​ຣັ່ງ ພວກ​ຊາວໄຮ່​ຊາວ​ນາ ແລະ​ພວກ​ຜະ​ລິດ​ນົມ​ຢືນ​ຢູ່ຄຽງ ​ຂ້າງ​ທີ່​ທຳ​ນຽບ​ຂາວນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳກ່າວ​ໃ​ນ​ວັນ​ພະ​ຫັດ​ວານນີ້​ວ່າ ການຊ່ວຍ​ເຫຼືອນີ້ “ຈະ​ຊ່ວຍ​ເຮັດ​ໃຫ້​ຟາມ ​ຊຶ່ງ​ເປັນ​ທີ່​ຮັກ​ແລະ​ຫວງ​ແຫນ​ຂອງ​ພວກ​ເຮົາ​ຈະ​ເລີນ​ຮຸ່ງ​ເຮືອງແລະ​ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງວ່າ ບໍ່​ມີ​ປະ​ເທດ​ໃດ​ມີ​ສິດຢັບ​ຢັ້ງ​ຕໍ່​ເສດ​ຖະ​ກິດ​ ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ອາ​ເມ​ຣິ​ກາ​ໄດ້.”

ທ່ານ​ທ​ຣຳ​ກ່າວ​ຕື່ມ​ວ່າ ການ​ຄ້າ​ແມ່ນ “ບໍ່​ເປັນ​ທຳ​ຫຼາຍ” ສຳ​ລັບ​ພວກ​ພໍ່​ໄຮ່​ຊາວ​ນາທີ່​ທ່ານ​ກ່າວ​ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້​ານ​ການ​ເມືອງ​ຕໍ່​ທ່ານນັ້ນ.

​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອມູນ​ຄ່າ​ຫຼາຍ​ຕື້​ໂດ​ລາ​ເທື່ອ​ທີ​ສອງ​ ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳຕໍ່​ພວກ​ພໍ່​ໄຮ່​ຊາວ​ນາທີ່​ໄດ້​ມອງ​ເຫັນ​ຕະ​ຫຼາດ​ຈີນ​ຫາຍ​ສາບ​ສູນ​ໄປ ຍ້ອນ​ການເກັບ​ພາ​ສີ​ຂອງ​ຈີນຕໍ່​ສິນ​ຄ້າ​ຂອງ​ສະ​ຫະ​ລັດ ໃນ​ການ​ຕອບ​ໂຕ້​ຄືນ​ຕໍ່​ການ​ເກັບ​ພາ​ສີຂອງ​ສະ​ຫະ​ລັດ​ຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ຈີ​ນນັ້ນ.

ໃນ​ປີ​ກາຍນີ້ ທຳ​ນຽບ​ຂາວ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ພວກ​ພໍ່​ໄຮ່​ຊາວ​ນາ ໃນ​ມູນ​ຄ່າ 12 ຕື້​ໂດ​ລາ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ເສດ​ຂອງ​ສະ​ຫະ​ລັດ ທ່ານ​ຊັນ​ນີ ເພີ​ດູ ກ່າ​ວ​ວ່າ ພວກ​ພໍ່​ໄຮ່​ຊາວ​ນາ​ຄວນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃໝ່ງວດ​ທຳ​ອິດ ຂອງ​ຈຳ​ນວນ​ທັງ​ໝົດ 16 ຕື້​ໂດ​ລາ ພາຍ​ໃນ​ເດືອນ​ກໍ​ລະ​ກົດ​ຫຼື​ບໍ່​ກໍ​ສິງ​ຫາ​ຈະ​ມານີ້. ທ່ານ​ເພີ​ດູ​ຍັງ​ບໍ່​ແນ່​ໃຈ​ວ່າ ສະ​ຫະ​ລັດ​ແລະ​ຈີນ ຈະ​ສາ​ມາດ​ຕົກ​ລົງ​ກັນ​ທາງ​ດ້ານ​ການ​ຄ້າ​ໄດ້​ຫຼື​ບໍ່​ໃນ​ເວລານັ້ນ.

ເງິນ​ສ່ວນ​ໃຫຍ່​ແມ່ນ​ຈະ​ນຳ​ໄປ​ຊ່ວຍ​ພວກ​ພໍ່​ໄຮ່​ຊາວ​ນາ​ທີ່​ປູກ​ພືດ​ຕ່າງໆ ເຊັ່ນ​ຖົ່ວ​ເຫຼືອງ, ສາ​ລີ ໝາກ​ຖົ່ວ​ດິນ ແລະ​ເຂົ້າ​ເບ​ລ່. ນອກນັ້ນ​ແລ້ວ ເງິນ​ຈຳ​ນວນ​ນຶ່ງ​ຍັງຈ​ະ​ໄດ້​ຈົ່ງ​ໄວ້​ສຳ​ລັບ​ຊື້​ຜະ​ລິດ​ຕະ​ພັນ​ທີ່​ເຫຼືອ​ຂາຍ​ຂອງ​ພວກ​ພໍ່​ໄຮ່​ຊາວ​ນາເພື່ອ​ສົ່ງ​ໄປ​ຍັງ​ໂຮງ​ຮຽນ ແລະ​ທະ​ນາ​ຄານ​ອາ​ຫານ​ແຫ່ງ​ຕ່າງໆ.

ທ່ານ​ເພີ​ດູ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຍັງ​ຈື່​ບໍ່​ໄດ້​ວ່າ ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃດທີ່​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ເປັນ​ຢູ່​ຂອງ​ພວກ​ພໍ່​ໄຮ່​ຊາວ​ນາ​ແບບນີ້. ພວກ​ເຮົາ​ຈະ​ເຮັດ​ວຽກ​ຢ່າງ​ແຂງ​ຂັນເພື່ອ​ຊັ່ງ​ຊາ​ເບິ່ງ​ຄວາມ​ເສຍ​ຫາຍ​ໃນ​ດ້ານ​ການ​ຄ້າແລະ​ການ​ຊ່ວຍ​ເຫຼືອນີ້​ຈະ​ເຮັດ​ໃຫ້​ພວກ​ພໍ່​ໄຮ່​ຊາວ​ນາ ​ເປັນ​ຜູ້​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງໜັກ​ຕາມລຳ​ພັງ.”

ໃນ​ຂະ​ນະ​ທີ່​ທ່ານ​ທ​ຣຳ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ພວກ​ພໍ່​ໄຮ່​ຊາ​ວ​ນາ​ຫຼາຍໆ​ຄົນ ບອກ​ທ່ານ​ວ່າ ທ່ານ​ພວມ “ເຮັດ​ໃນ​ສິ່ງ ​ທີ່​ຖືກ​ຕ້ອງ​ແລ້ວ” ແຕ່​ພວກ​ນັກ​ຊ່ຽວ​ຊານ​ໃນ​ດ້ານ​ການ​ຄ້າ​ຈຳ​ນວນນຶ່ງເອີ້ນ​ການ​ຊ່ວຍ​ເຫຼືອນີ້ວ​ວ່າເປັນ​ອຸ​ບາຍທາງດ້ານການເມືອງ ​ແລະ​ເວົ້າ​ວ່າ ພວກ​ພໍ່​ໄຮ່​ຊາວ​ນາ​ສ່ວນ​ໃຫຍ່ ແມ່ນ​ມີ​ຄວາມ​ກັງ​ວົນ​ກ່ຽວ​ກັບການ​ທີ່​ຈະ​ໄດ້​ຕະ​ຫຼາດ​ຈີນ ​ທີ່​ຕົນ​ສູນ​ເສຍ​ໄປ​ນັ້ນ ກັບ​ຄືນ​ມາ​ຢ່າງ​ໃດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG