ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ມີນາ ໒໐໒໕

ສະຫະລັດ ກັບມາໃຫ້ຄວາມຊ່ວຍເຫຼືອທາງທະຫານແກ່ ຢູເຄຣນ ຫຼັງການປະຊຸມ ກ່ຽວກັບ ສັນຕິພາບ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ມາ​ໂກ ຣູ​ບີ​ໂອ​ (ກາງ​ຊ້າຍ) ແລະ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ໄມ​ເກິ​ລ ວອ​ລ​ທ​ສ໌ ຍ່າງ​ກ່ອນ​ການ​ປະ​ຊຸມ​ລະ​ຫວ່າງ​ຜູ້​ແທນ ຢູ​ເຄ​ຣນ ແລະ ສະ​ຫະ​ລັດ, 11 ມີ​ນາ 2025.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ມາ​ໂກ ຣູ​ບີ​ໂອ​ (ກາງ​ຊ້າຍ) ແລະ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ໄມ​ເກິ​ລ ວອ​ລ​ທ​ສ໌ ຍ່າງ​ກ່ອນ​ການ​ປະ​ຊຸມ​ລະ​ຫວ່າງ​ຜູ້​ແທນ ຢູ​ເຄ​ຣນ ແລະ ສະ​ຫະ​ລັດ, 11 ມີ​ນາ 2025.

ຫຼັງການປະຊຸມໃນຕອນເຊົ້າວັນອັງຄານວານນີ້ລະຫວ່າງຕົວແທນຂອງ ວໍຊິງຕັນ ແລະ ກີຢິບ ຢູ່ປະເທດ ຊາອຸດີ ອາຣາເບຍ, ລັດຖະບານປະທານາທິບໍ ດໍໂນລ ທຣຳ ໄດ້ຍົກເລີກການລະງັບຄວາມຊ່ວຍເຫຼືອທາງທະຫານ ແລະ ການແບ່ງປັນຂໍ້ມູນລັບໃຫ້ແກ່ ຢູເຄຣນ ໃນຂະນະທີ່ ຢູເຄຣນ ສົ່ງສັນຍານພ້ອມຮັບຂໍ້ຕົກລົງຢຸດຍິງ 30 ວັນຖ້າຫາກ ຣັດເຊຍ ຮັບຂໍ້ສະເໜີ.

ສະຫະລັດ ໄດ້ລະງັບການຊ່ວຍເຫຼືອດັ່ງກ່າວໃຫ້ ຢູເຄຣນ ເມື່ອອາທິດທີ່ຜ່ານມາ ເພື່ອກົດດັນໃຫ້ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຍອມເຂົ້າຮ່ວມໂຕະເຈລະຈາຂໍ້ຕົກລົງຢຸດຍິງຂອງສົງຄາມທີ່ເລີ່ມຈາກການຮຸກຮານ ຢູເຄຣນ ໂດຍ ຣັດເຊຍ ໃນຕົ້ນປີ 2022.

ການຢືນຢັນການຕັດສິນໃຈກັບມາໃຫ້ຄວາມຊ່ວຍເຫຼືອທາງທະຫານ ແລະ ຂໍ້ມູນລັບໂດຍ ສະຫະລັດ ເກີດຂຶ້ນຫຼັງຈາກການປະຊຸມທີ່ນະຄອນ ເຈັດດາ ຂອງ ຊາອຸດີ ອາຣາເບຍ ໃນວັນອັງຄານວານນີ້ ທີ່ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ມາໂກ ຣູບີໂອ ແລະ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດປະຈຳທຳນຽບຂາວ ທ່ານ ໄມຄ໌ ວອລທສ໌ ໄດ້ຮ່ວມໂຕະຫາລືກັບທ່ານ ອານດຣີ ເຢີມັກ ຫົວໜ້າຄະນະເຈົ້າໜ້າທີ່ຂອງທຳນຽບປະທານາທິບໍດີ ຢູເຄຣນ ພ້ອມກັບທ່ານ ອານດຣີ ຊີບີຮາ ລັດຖະມົນຕີການຕ່າງປະເທດ, ທ່ານ ຣັສເຕັມ ອູເອຣອຟ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ປາວະໂລ ພາລິຊາ ຜູ້ບັນຊາການກອງທັບ.

ນີ້ຄືການປະຊຸມຄັ້ງທຳອິດລະຫວ່າງສອງຝ່າຍ ນັບຕັ້ງແຕ່ເກີດເຫດຂຶ້ນສຽງໂຕ້ກັນລະຫວ່າງປະທາ ນາທິບໍດີ ທຣຳ ແລະ ປະທານາທິບໍດີ ເຊເລັນສກີ ຢູ່ທຳນຽບຂາວເມື່ອເກືອບ 2 ອາທິດກ່ອນ.

ທ່ານ ອານດຣີ ເຢີມັກ ຫົວໜ້າຄະນະເຈົ້າໜ້າທີ່ຂອງທຳນຽບປະທານາທິບໍດີ ຢູເຄຣນ ບອກັບບັນດານັກຂ່າວກ່ອນເລີ່ມປະຊຸມວ່າ ຢູເຄຣນນັ້ນພ້ອມ “ທີ່ຈະເຮັດທຸກຢ່າງເພື່ອໃຫ້ໄດ້ສັນຕິພາບ” ແລະເມື່ອຖືກຖາມວ່າ ຢູເຄຣນ ກຳລັງພະຍາຍາມຫາການຮັບປະກັນດ້ານຄວາມໝັ້ນຄົງຢູ່ຫຼືບໍ່, ທ່ານ ເຢີມັກຕອບວ່າ “ແມ່ນ” ແລະ ວ່າ ຢູເຄຣນ ຕ້ອງການຄວາມໝັ້ນໃຈວ່າ ຣັດເຊຍ ຈະບໍ່ທຳການຮຸກຮານຊ້ຳອີກຕໍ່ໄປ.

ລັດຖະມົນຕີການຕ່າງປະເທດ ທ່ານ ຣູບີໂອ ກ່າວວ່າ ສະຫະລັດ ຈະສົ່ງຂໍ້ສະເໜີຢຸດຍິງທີ່ເປັນຂໍ້ສະຫຼຸບຈາກການປະຊຸມນີ້ໃຫ້ວັງ ເຄຣັມລິນ ຕໍ່ໄປ, ພ້ອມລະບຸວ່າ “ເຮົາຈະບອກພວກເຂົາວ່າ ນີ້ຄືທຸກຢ່າງທີ່ມີໃຫ້ພິຈາລະນາ ຢູເຄຣນ ພ້ອມທີ່ຈະຢຸດຍິງ ແລະ ເລີ່ມໂອ້ລົມແລ້ວ ແລະ ຕອນນີ້ກໍຂຶ້ນຢູ່ກັບພວກເຂົາວ່າຈະຕອບຮັບຫຼືບໍ່.”

ຄວາມຄືບໜ້າໃນການຜັກດັນໃຫ້ເກີດສັນຕິພາບໃນ ຢູໂຣບ ນີ້ເກີດຂຶ້ນ ຫຼັງຈາກ ຣັດເຊຍ ຍິງໂດຣນຈຳນວນ 343 ລຳຂອງ ຢູເຄຣນຕົກ ໃນການໂຈມຕີທີ່ໄດ້ເອີ້ນວ່າ ແຮງທີ່ສຸດຈາກຝັ່ງ ກີຢິບ ນັບຕັ້ງແຕ່ສົງຄາມນີ້ເລີ່ມຕົ້ນຂຶ້ນເມື່ອສາມປີກວ່າ, ຕາມການລາຍງານຂອງອົງການຂ່າວເອພີ.

ອ່ານຂ່າວນີ້ໃນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG