ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດເພີ້ມ ການຊ່ວຍເຫຼືອ ແກ່ລາວ ເຂົ້າໃສ່ການເກັບກູ້ ລະເບີດບໍ່ທັນແຕກ


ທ່ານນາງ Maria Otero ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ພົບກັບທ່ານທອງລຸນ ສີສຸລິດ ລັດຖະມົນການຕ່າງປະເທດລາວ ທີ່ວຽງຈັນໃນອາທິດຕົ້ນຂອງເດືອນມິຖຸນາ 2012
ທ່ານນາງ Maria Otero ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ພົບກັບທ່ານທອງລຸນ ສີສຸລິດ ລັດຖະມົນການຕ່າງປະເທດລາວ ທີ່ວຽງຈັນໃນອາທິດຕົ້ນຂອງເດືອນມິຖຸນາ 2012

ທາງການສະຫະລັດ ປະກາດວ່າ ຈະໃຫ້ການຊ່ວຍເຫຼືອຕື່ມແກ່ລັດຖະບານລາວໃນ ມູນຄ່າ 9 ລ້ານໂດລາ ເພື່ອນໍາໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກ ແລະຊ່ວຍເຫຼືອ ຜູ້ທີ່ໄດ້ຮັບຜົນ ກະທົບຈາກລະເບີດດັ່ງກ່າວ.

ການປະກາດຢືນຢັນໃຫ້ຄວາມຊ່ວຍເຫຼືອເພີ່ມເຕີມແກ່ລັດຖະບານລາວ ໃນມູນຄ່າ 9
ລ້ານໂດລາ ສໍາລັບນໍາໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກ ແລະໃຫ້ການຊ່ວຍເຫຼືອ
ແກ່ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ (UXO) ໃນຄັ້ງຫຼ້າສຸດ
ນີ້ ມີຂຶ້ນໃນໂອກາດທີ່ທ່ານນາງ Maria Otero ຮອງລັດຖະມົນຕີການຕ່າງປະເທດ ຜູ້ຮັບຜິດຊອບກິດຈະການດ້ານສິດທິມະນຸດ ປະຊາທິປະໄຕ ແລະຄວາມໝັ້ນຄົງຂອງ ພົນລະເມືອງຂອງສະຫະລັດອາເມຣິກາ ໄດ້ເດີນທາງຢ້ຽມຢາມລາວ ຢ່າງເປັນທາງການ
ໃນອາທິດທີ່ຜ່ານມາ.

ທັງນີ້ ທ່ານນາງ Maria Otero ໄດ້ກ່າວເນັ້ນຢໍ້າ ໃນລະຫວ່າງການພົບປະເຈລະຈາກັບ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດ
ຂອງລາວວ່າ ການຊ່ວຍເຫຼືອດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງຂອງການເສີມສ້າງຄວາມຮ່ວມ
ມືລະຫວ່າງລາວກັບສະຫະລັດ ໃຫ້ໃກ້ຊິດຫຼາຍຂຶ້ນຢ່າງບໍ່ຢຸດຍັ້ງ ຊຶ່ງໃນໂອກາດທີ່ໄດ້ເດີນ
ທາງ ມາຢ້ຽມຢາມລາວຄັ້ງນີ້ ທ່ານນາງ Maria Otero ກໍຍັງໄດ້ເດີນທາງໄປຢ້ຽມຊົມສູນ ປະຕິບັດການເກັບກູ້ລະເບີດ UXO ແລະການຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ
ຈາກລະເບີດ UXO ທັງຍັງໄດ້ສົ່ງມອບຍານພາຫະນະ ເພື່ອນໍາໃຊ້ໃນກິດຈະການດັ່ງກ່າວ
ອີກດ້ວຍ.

ລະເບີດທີ່ບໍ່ທັນແຕກ ຖືກທໍາລາຍ ຢູ່ຫລັງໝູ່ບ້ານແຫ່ງນຶ່ງ
ລະເບີດທີ່ບໍ່ທັນແຕກ ຖືກທໍາລາຍ ຢູ່ຫລັງໝູ່ບ້ານແຫ່ງນຶ່ງ

ສໍາລັບງົບປະມານມູນຄ່າ 9
ລ້ານໂດລາ ທີ່ທາງການສະຫະ
ລັດໄດ້ຕົກລົງ ໃຫ້ການຊ່ວຍ
ເຫລືອແກ່ລັດຖະບານລາວໃນ
ຄັ້ງນີ້ ແມ່ນໄດ້ຮັບການຈັດສັນ
ຈາກລັດຖະສະພາສະຫະລັດ
ຢ່າງເປັນທາງການໃນຕົ້ນເດືອນ
ມີນາທີ່ຜ່ານມາ ແລະການຊ່ວຍ
ເຫລືອດັ່ງກ່າວນີ້ ກໍຍັງຖືເປັນ
ງົບປະມານ ທີ່ລັດຖະສະພາ
ສະຫະລັດໄດ້ຈັດສັນ ເພີ້ມຂຶ້ນ
ຈາກເດີມເຖິງ 3 ເທົ່າຕົວ ເມື່ອ ທຽບກັບ ປີ 2011 ທີ່ຜ່ານມາອີກດ້ວຍ.

ທັງນີ້ ກໍເນື່ອງຈາກລັດຖະສະພາສະຫະລັດ ເຫັນວ່າປະຊາຊົນລາວ ຍັງຄົງໄດ້ຮັບຜົນກະ
ທົບຈາກ UXO ທີ່ຕົກຄ້າງຢູ່ໃນລາວ ຢ່າງກວ້າງຂວາງໃນປັດຈຸບັນ ແລະສະພາບການ
ດັ່ງກ່າວນີ້ ກໍຍັງໄດ້ກາຍເປັນອຸບປະສັກ ຕໍ່ການພັດທະນາທາງເສດຖະກິດ ແລະສັງຄົມ
ໃນລາວມາໂດຍຕະຫລອດເຊ່ນດຽວກັນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມີຄະນະເຈົ້າໜ້າທີ່ຂັ້ນ
ສູງຂອງລັດຖະບານສະຫະລັດ ທີ່ເຄີຍປະຕິບັດໜ້າທີ່ຢູ່ໃນລາວນັ້ນ ໄດ້ລວມຕົວກັນຈັດ
ຕັ້ງເປັນຄະນະບຸກຄົນເພື່ອຮຽກຮ້ອງ ຂໍໃຫ້ສະຫະລັດ ເພີ່ມການຊ່ວຍເຫລືອແກ່ລັດຖະ
ບານລາວດັ່ງກ່າວນີ້ ໂດຍສະເພາະແມ່ນໄລຍະ 10 ປີຕໍ່ໄປນີ້ ຄະນະບຸກຄົນດັ່ງກ່າວຍັງ
ໄດ້ພາກັນຮຽກຮ້ອງ ຂໍໃຫ້ລັດຖະສະພາສະຫະລັດ ຈັດສັນງົບປະມານບໍ່ໜ້ອຍກວ່າ
100 ລ້ານໂດລາ ເພື່ອໃຫ້ການຊ່ວຍເຫລືອແກ່ລັດຖະບານລາວອີກດ້ວຍ.

ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກໍາມະການ ຄຸ້ມຄອງແຫ່ງຊາດ
ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກໍາມະການ ຄຸ້ມຄອງແຫ່ງຊາດ

ທາງດ້ານທ່ານ ພູຂຽວ
ຈັນທະສົມບູນ ຫົວໜ້າ
ຫ້ອງການຄະນະກໍາມະ
ການຄຸ້ມຄອງແຫ່ງຊາດ
ເພື່ອການແກ້ໄຂບັນຫາ
ລະເບີດບໍ່ທັນແຕກຕົກ
ຄ້າງຢູ່ໃນລາວ ໄດ້ຕັ້ງຄວາມ
ຫວັງໄວ້ວ່າ ການຊ່ວຍເຫຼືອ
ຈາກຕ່າງ​ປະ​ເທດ​ຫລາຍ​
ຂຶ້ນນັ້ນ ຈະເຮັດໃຫ້ການ
ເກັບກູ້ລະເບີດ UXO ໃນ
ລາວມີປະສິດທິພາບສູງຂຶ້ນ
ກວ່າທີ່ເປັນຢູ່ໃນປັດຈຸບັນນີ້ ຫາກ​ບໍ່ສະນັ້ນແລ້ວ ລະ​ເບີດ UXO ກໍ​ຈະ​ຍັງ​ຕົກ​ຄ້າງ​ຢູ່​ໃນ​ລາວ
​ຢ່າງ​ຫລວງຫລາຍຕໍ່​ໄປ​ອີກ​ຢ່າງ​ຍາວ​ນານ ດັ່ງທີ່ທ່ານພູຂຽວ ​ໄດ້​ຖະ​ແຫລ​ງຊີ້​ແຈງວ່າ:

“ນັບແຕ່ພວກເຮົາໄດ້ປະຕິບັດວຽກງານ ເກັບກູ້ລະເບີດມາເຖິງປັດຈຸບັນນີ້
ຢ່າງເປັນທາງການນັ້ນ ປະມານ 16 ປີ ແລະກໍດ້ວຍການທໍາລາຍຂອງບຸກຄົນ
ດ້ວຍເຫດຜົນຕ່າງໆ ລະເບີດຖືກທໍາລາຍຈາກການຫາເຫຼັກເສດ ຫຼືບັນຫາ
ຕ່າງໆ ພວກເຮົາຄິດວ່າ ລວມໆແລ້ວປະມານ 5 ລ້ານລູກ ທີ່ວ່າຖືກແກ້ໄຂໄປ
ແລ້ວ ແຕ່ວ່າ ລະເບີດລູກຫວ່ານຊື່ໆ ກະໝາຍຄວາມວ່າຍັງປະມານ 70 ກວ່າ
ລ້ານລູກ.”

ທັງນີ້ນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດລາວ ຫລື
Lao UXO ສາມາດເກັບກູ້ ແລະທໍາລາຍ UXO ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະ
ເປັນການເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງກວ່າ 25,000 ເຮັກຕ້າ ຫຼືບໍ່ເຖິງ
1% ຂອງພື້ນທີ່ ທີ່ມີລະເບີດ UXO ຕົກຄ້າງຢູ່ໃນລາວເທົ່ານັ້ນ. ດ້ວຍເຫດນີ້ ຈຶ່ງ
ເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກ
ຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ ຈຶ່ງຈະສາມາດເກັບກູ້ UXO
​ອອກຈາກພື້ນທີ່ກະສິກໍາ ໄດ້ເພີ້ມຂຶ້ນອີກ 183,000 ເຮັກຕາ ໃນປີ 2020.

XS
SM
MD
LG