ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຊ່ອຍເຫຼືອລາວ​ 6 ລ້ານ 5 ​ແສນດອນ​ລາ ​ເພື່ອ​ຍົກລະດັບ ຜູ້ພິການ ຍ້ອນ UXO


ພິທີລົງນາມ ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ລາວ​ໂດຍທາງການສະຫະລັດ ໃນ​ມູນ​ຄ່າ​ລວມ 6 ລ້ານ 5 ​ແສນ​ດອນ​ລາ ​ເພື່ອ​ຍົກ​ລະດັບ​ຄວາມ​ເປັນ​ຢູ່​ ຂອງ​ປະຊາ​ຊົນ​ລາວ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກລະ​ເບີດ UXO ທີ່​ຕົກ​ຄ້າງ​ໃນ​ລາວ.
ພິທີລົງນາມ ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ລາວ​ໂດຍທາງການສະຫະລັດ ໃນ​ມູນ​ຄ່າ​ລວມ 6 ລ້ານ 5 ​ແສນ​ດອນ​ລາ ​ເພື່ອ​ຍົກ​ລະດັບ​ຄວາມ​ເປັນ​ຢູ່​ ຂອງ​ປະຊາ​ຊົນ​ລາວ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກລະ​ເບີດ UXO ທີ່​ຕົກ​ຄ້າງ​ໃນ​ລາວ.

ທາງ​ການ​ສະຫະລັດ​ອາ​ເມຣິກາ ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ລາວ​
ໃນ​ມູນ​ຄ່າ​ລວມ 6 ລ້ານ 5 ​ແສນ​ດອນ​ລາ ​ເພື່ອ​ຍົກ​ລະດັບ​ຄວາມ​
ເປັນ​ຢູ່​ຂອງ​ປະຊາ​ຊົນ​ລາວ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກລະ​ເບີດ UXO
ທີ່​ຕົກ​ຄ້າງ​ໃນ​ລາວ​ໃຫ້​ດີ​ຂຶ້ນ.

ທ່ານ Daniel Clune ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວໄດ້ປະກາດ
ດຳເນີນການຈັດຕັ້ງປະຕິບັດ 2 ໂຄງການ ທີ່ທາງການສະຫະລັດ ໄດ້ລິເລີ້ມຂຶ້ນໃໝ່ ເມື່ອບໍ່
ນານມານີ້ ເພື່ອໃຫ້ການຊ່ອຍເຫຼືອ ແກ່ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບ ຈາກລະເບີດບໍ່
ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນລາວນັບຕັ້ງແຕ່ປາງສົງຄາມອິນໂດຈີນ ເປັນຕົ້ນມາຈົນ
ເຖິງປັດຈຸບັນນີ້.

ໂດຍທັງ 2 ໂຄງການໃໝ່ດັ່ງກ່າວນີ້ ຈະໃຊ້ງົບປະມານ ໃນການດຳເນີນງານຄິດເປັນມູນຄ່າ
ລວມ 6 ລ້ານ 5 ແສນດອນລາຊຶ່ງແບ່ງອອກເປັນ 5 ລ້ານດອນລາ ທີ່ອົງການພັດທະນາ
ສາກົນຂອງສະຫະລັດ (USAID) ໄດ້ຮັບການສະໜັບສະໜຸນ ຈາກກອງທຶນເພື່ອຜູ້ທີ່ໄດ້ຮັບ
ເຄາະຈາກສົງຄາມ ທີ່ກໍ່ຕັ້ງຂຶ້ນໂດຍທ່ານ Patrick Leahy ວຸທິສະມາຊິກຂອງສະຫະລັດ.

ທັງນີ້ໂດຍເງິນທຶນໃນສ່ວນດັ່ງກ່າວນີ້ ຈະນຳໃຊ້ສຳຫລັບໃຫ້ການຊ່ອຍເຫຼືອ ແກ່ຜູ້ພິການ
ຈາກ ລະເບີດ UXO ໃນລາວຫຼາຍກວ່າ 70,000 ຄົນທີ່ດຳເນີນໂຄງການ World Education ພາຍໃຕ້ 4 ເປົ້າໝາຍຄືການເຝິກອົບຮົມ ການເພີ້ມຂີດຄວາມສາມາດ ດ້ານເສດຖະກິດ ການເຂົ້າເຖິງເທັກໂນໂລຈີ ແລະການຟື້ນຟູທາງການແພດ ສຳຫລັບຄົນພິການໃນລາວ ເປັນເວລາ 3 ປີຕິດຕໍ່ກັນ.

ບັນດາພະນັກງານເກັບກູ້ ລະເບີດ ທີ່ຍັງບໍ່ທັນແຕກ ຫຼື UXO ທີ່ຕົກຄ້າງປາງ ສົງຄາມອິນໂດຈີນ.
ບັນດາພະນັກງານເກັບກູ້ ລະເບີດ ທີ່ຍັງບໍ່ທັນແຕກ ຫຼື UXO ທີ່ຕົກຄ້າງປາງ ສົງຄາມອິນໂດຈີນ.

ສ່ວນເງິນທຶນອີກ 1 ລ້ານ 5 ແສນດອນລານັ້ນ ເປັນການສະໜັບ
ສະໜຸນໃຫ້ແກ່ໂຄງການຮ່ວມມື ທາງດ້ານການຜະລິດອົງຄະທຽມ
ແລະເຄື່ອງຄ້ຳຊູສຳຫລັບຄົນພິການ ໃນລະຍະ 3 ປີຕໍ່ໄປນີ້ ໂດຍ
ໂຄງການດັ່ງກ່າວນີ້ ຈະມີສ່ວນຢ່າງສຳຄັນ ໃນການເສີມຂະຫຍາຍ
ການຕອບສະໜອງ ເພື່ອເຮັດໃຫ້ຄົນພິການໃນລະດັບທ້ອງຖິ່ນນັ້ນ ສາມາດເຂົ້າເຖິງການໄດ້ຮັບອົງຄະທຽມ ແລະບໍລິການຟື້ນຟູຕ່າງໆ
ຢ່າງທົ່ວເຖິງ.

ທັງນີ້ໂດຍນັບແຕ່ປີ 1993 ເປັນຕົ້ນມາ ທາງການສະຫະລັດໄດ້ໃຫ້
ການຊ່ອຍເຫຼືອ ສຳຫລັບການເກັບກູ້ລະເບີດ UXO ໃນລາວໄປ
ແລ້ວເຖິງ 71 ລ້ານດອນລາ ລວມເຖິງການຊ່ອຍເຫຼືອ ໃນການສຶກ
ສາຄວາມສ່ຽງ ແລະໃຫ້ການຊ່ອຍເຫຼືອແກ່ຜູ້ທີ່ໄດ້ຮັບເຄາະຈາກລະເບີດ UXO ໃນລາວ
ດ້ວຍ ສ່ວນໃນການເກັບກູ້ລະເບີດນັ້ນ ກໍໄດ້ເພີ້ມການຊ່ອຍເຫຼືອຈາກ 9 ລ້ານໃນປີ 2012
ແລະ ປີ 2013 ເປັນ 12 ລ້ານດອນລາ ໃນປີ 2014 ທັງຍັງຖືວ່າ ສະຫະລັດ ເປັນລາຍ
ດຽວທີ່ໄດ້ໃຫ້ການຊ່ອຍເຫຼືອລາວໃນດ້ານນີ້ ຢ່າງຄົບຊຸດອີກດ້ວຍ.

ທາງດ້ານທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ
ກໍໄດ້ຖະແຫລງວ່າ ລັດຖະບານລາວກຳລັງສຸມໃສ່ການສຶກສາຄົ້ນຄວ້າ ແລະ ກຳນົດວິໄສ
ທັດໃນການຮ່າງແຜນການ ລະຍະຍາວ ສຳຫລັບການເກັບກູ້ລະເບີດ UXO ໃນຊ່ວງປີ
2016-2030 ເພື່ອເຮັດໃຫ້ການດຳເນີນງານສາມາດ ທີ່ຈະຈັດຕັ້ງປະຕິບັດໄດ້ ຢ່າງຕໍ່ເນື່ອງ ໂດຍທີ່ມີກະຊວງການຕ່າງປະເທດ ຈະເປັນພາກສ່ວນທີ່ມີ ບົດບາດສຳຄັນ ໃນການ ປະສານງານເພື່ອຂໍການຊ່ອຍເຫຼືອຈາກຕ່າງປະເທດ ດັ່ງທີ່ທ່ານໄດ້ຊີ້ແຈງວ່າ:

“ພວກເຮົາຈະໄດ້ປຶກສາຫາລືວິໄສທັດໃນການພັດທະນາຊົນນະບົດ ລົບລ້າງ
ຄວາມ ທຸກຍາກ ແລະແກ້ໄຂບັນຫາລະເບີດບໍ່ທັນແຕກແຕ່ປີ 2016 ຮອດ 2030
ປັດຈຸບັນ ກະຊວງການຕ່າງປະເທດ ໄດ້ມອບໃຫ້ແຕ່ລະກະຊວງ ອົງການໄປ
ຄົ້ນຄວ້າ ແລະກະຊວງ ອົງການກ່ຽວຂ້ອງ ຈະຮັບເອົາອັນໃດໄປຜັນຂະຫຍາຍ.”

ທ່ານບຸນເຮືອງ ຍອມຮັບດ້ວຍວ່າ ວົງການເກັບກູ້ລະເບີດບໍ່ທັນແຕກ ແຫ່ງຊາດລາວ ຫຼື
LAO UXO ກຳລັງປະເຊີນກັບບັນຫາຂາດແຄນດ້ານງົບປະມານຢ່າງໜັກໜ່ວງ ແລະ
ສະພາບການຂາດແຄນດັ່ງກ່າວ ຍັງເຮັດໃຫ້ການເກັບກູ້ ໃນລະຍະທີ່ຜ່ານມາສາມາດ
ປະຕິບັດໄດ້ໃນພື້ນທີ່ ຢ່າງຈຳກັດດ້ວຍ ໂດຍຈາກເດືອນກັນຍາ 2013 ເຖິງເດືອນມິຖຸນາ
2014 ທີ່ຜ່ານມາ LAO UXO ສາມາດເກັບກູ້ລະເບີດ UXO ໄດ້ໃນພື້ນທີ່ລວມພຽງ
4,958 ເຮັກຕາ ແລະໄດ້ທຳລາຍລະເບີດ UXO ໄປທັງໝົດພຽງແຕ່ 72,346 ໜ່ວຍເທົ່ານັ້ນ.

XS
SM
MD
LG