ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ໃຫ້ເງິນ 5 ຕື້ໂດລາ ເພື່ອຕໍ່ສູ້ກັບໄວຣັສໂຄໂຣນາ ຢູ່ໃນເຮືອນພັກຄົນຊະລາຂອງປະເທດ


ພະນັກງານຄົນນຶ່ງທີ່ໃສ່ຊົບມື ກໍາລັງເຮັດອະນາໄມລໍ້ຍູ້ໃສ່ສິນຄ້າ ຢູ່ຮ້ານ Walmart, ໃນວັນທີ 22 ກໍລະກັດ, 2020 ຢູ່ເມືອງ Burbank, ລັດຄາລິຟໍເນຍ ຊຶ່ງເປັນລັດມີພົນລະເມືອງສູງ ທີ່ໄດ້ມີການຕິດໄວຣັສໃໝ່ 12,807 ຄົນໃນໄລຍະ 24 ຊົ່ວໂມງຜ່ານມາ. (ພາບໂດຍ Robyn Beck / AFP)
ພະນັກງານຄົນນຶ່ງທີ່ໃສ່ຊົບມື ກໍາລັງເຮັດອະນາໄມລໍ້ຍູ້ໃສ່ສິນຄ້າ ຢູ່ຮ້ານ Walmart, ໃນວັນທີ 22 ກໍລະກັດ, 2020 ຢູ່ເມືອງ Burbank, ລັດຄາລິຟໍເນຍ ຊຶ່ງເປັນລັດມີພົນລະເມືອງສູງ ທີ່ໄດ້ມີການຕິດໄວຣັສໃໝ່ 12,807 ຄົນໃນໄລຍະ 24 ຊົ່ວໂມງຜ່ານມາ. (ພາບໂດຍ Robyn Beck / AFP)

ປະທານາທິບໍດີດໍໂນລ ທຣໍາໄດ້ປະກາດວ່າ ລັດຖະບານສະຫະລັດຈະເອົາເງິນ ຊ່ວຍເຫລືອຈໍານວນ 5 ຕື້ໂດລາເພີ້ມອີກ, ເອົາອຸປະກອນ ແລະຝຶກອົບຮົມໃຫ້ແກ່ເຮືອນພັກຄົນຊະລາຂອງປະເທດ, ຊຶ່ງຫລາຍແຫ່ງໃນນັ້ນ ເປັນຈຸດໃຈກາງ ຂອງການລະບາດຢ່າງໜັກຂອງໄວຣັສໂຄໂຣນາ.

ທ່ານກ່າວວ່າ ໂຄວິດ-19 ຊຶ່ງເປັນພະຍາດເກີດມາຈາກໄວຣັສໂຄໂຣນານັ້ນ ໄດ້ ເປັນ “ໄພຂົ່ມຂູ່ອັນໃຫຍ່ຫລວງທີ່ສຸດ ໃຫ້ແກ່ພົນລະເມືອງ ຜູ້ສູງອາຍຸຂອງພວກ ເຮົາ” ແລະວ່າ “ເກືອບຮອດເຄິ່ງນຶ່ງຂອງຈໍານວນຄົນເສຍຊີວິດນັ້ນແມ່ນເກີດຂຶ້ນ ກັບພວກທີ່ອາໄສຢູ່ໃນເຮືອນພັກຄົນຊະລາ ຫລືສະຖານທີ່ຮັກສາສຸຂະພາບຍາວ ນານຕ່າງໆ.”

ອີງຕາມການຄາດຄະເນຂອງລັດຖະບານກາງແລ້ວ ພວກອາໄສຢູ່ໃນເຮືອນພັກ ຄົນຊະລາ ແມ່ນກວາມເອົາການເສຍຊີວິດຍ້ອນສາເຫດທີ່ກ່ຽວຂ້ອງກັບໂຄວິດ-19 ຢູ່ປະມານ 37,000 ຄົນ; ທັງໝົດແລ້ວ ສະຫະລັດໄດ້ບັນທຶກວ່າມີຄົນເສຍ ຊີວິດຍ້ອນພະຍາດນີ້ເກືອບຮອດ 143,000 ຄົນ, ອີງຕາມສະຖິຕິຂອງມະຫາວິ ທະຍາໄລຈອນສ໌ ຮອບຄິນສ໌.

ໃນວັນພຸດວານນີ້ ທ່ານທຣໍາໄດ້ກ່າວຢູ່ໃນກອງປະຊຸມລາຍງານຂ່າວ ກ່ຽວກັບໄວ ຣັສໂຄໂຣນາ ທີ່ທໍານຽບຂາວວ່າ “ຂ້າພະເຈົ້າ ຢາກສົ່ງຖ້ອຍຄໍາສະໜັບສະໜຸນ ແລະ ຄວາມຫວັງໄປຫາພົນລະເມືອງຜູ້ສູງອາຍຸທຸກຄົນ ທີ່ກໍາລັງຮັບມືກັບຄວາມ ລໍາບາກຂອງການຢູ່ໂດດດ່ຽວໃນສິ່ງທີ່ຄວນເປັນຊຸມປີແຫ່ງທອງຄໍາຢູ່ແບບສຸກສະ ບາຍ ໃນຊີວິດຂອງທ່ານ.”

“ພວກເຮົາຈະໄປເຖິງສົ້ນຟາກນັ້ນຂອງອຸໂມງຢ່າງວ່ອງໄວຫລາຍ, ພວກເຮົາ ຫວັງເຊັ່ນນັ້ນ. ແສງສະຫວ່າງກໍາລັງເລີ້ມສ່ອງອອກມາໃຫ້ເຫັນແລ້ວ. ພວກເຮົາ ຈະໄປເຖິງທີ່ນັ້ນໃນໄວໆນີ້.”

ເຮືອນພັກຄົນຊະລາໄດ້ຮັບເງິນເກືອບຮອດ 5 ຕື້ໂດລາເພື່ອເປັນເງິນບັນເທົາທຸກ ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາໃນຕອນຕົ້ນປີນີ້. ຊຸດເງິນຊ່ວຍເຫລືອ ໃໝ່ຈໍານວນ 5 ຕື້ໂດລາ ຈະເອົາໄປໃຊ້ໃນການກວດພະຍາດເພີ້ມຂຶ້ນໃຫ້ແກ່ພະ ນັກງງານ, ການແຈກຢາກລາຍຊື່ຂອງສະຖານ ທີ່ທີ່ມີກໍລະນີຄົນເປັນພະຍາດໂຄ ວິດ-19 ເພີ້ມຂຶ້ນ ແລະໃຫ້ການຝຶກອົບຮົມແລະການຊ່ວຍເຫລືອເພີ້ມຂຶ້ນ. ເຮືອນ ພັກຄົນຊະລາທີ່ເປັນຈຸດໃຈກາງຂອງການແຜ່ລະບາດຂອງພະຍາດນີ້ ຈະໄດ້ຮັບ ບູລິມະສິດໃນການໄດ້ເງິນຊ່ວຍເຫລືອນີ້.

ການປະກາດຂອງທ່ານ ທຣໍາ ມີຂຶ້ນໃນນຶ່ງມື້ພາຍຫລັງທີ່ ອະດີດຮອງປະທານາ ທິບໍດີໂຈ ໄບເດິນ, ຜູ້ທີ່ອາດຈະເປັນຜູ້ສະໝັກແຂ່ງຂັນເອົາຕໍາແໜ່ງປະທານາທິ ບໍດີຈາກພັກເດໂມແຄຣັດ ໄດ້ເຜີຍແຜ່ແຜນທີສາມໃນແຜນການເສດຖະກິດລວມ ຂອງທ່ານ ທີ່ສຸມໃສ່ການດູແລເດັກນ້ອຍແລະການດູແລສຸຂະພາບຢູ່ເຮືອນ ໂດຍ ທີ່ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ຄົນພັກການເພື່ອດູແລຄົນໃນຄອບຄົວ ແລະການ ເຈັບປ່ວຍເປັນເວລາ 12 ອາທິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG