ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດຂັບໄລ່ ພວກປະທ້ວງ ອອກຈາກສວນສາທາລະນະ ທີ່ນີວຢ໊ອກ (ເບິ່ງວີດິໂອ)


ຕໍາຫລວດກໍາລັງຂັບໄລ່ພວກປະທ້ວງ Occupy Wall Street
ຕໍາຫລວດກໍາລັງຂັບໄລ່ພວກປະທ້ວງ Occupy Wall Street

ພວກ​ປະ​ທ້ວງ Occupy Wall Street ​ໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ຄືນ​ໄປຍັງສວນສາ​ທາ​ລະ
ນະ​ໃນ​ນະຄອນນີ​ວຢ໊ອກ ບ່ອນ​ທີ່​ພວກ​ເຂົາ​ເຈົ້າຖືກ​ໄລ່​ໜີໃນ​ຕອນ​ເຊົ້າວັນອັງຄານ​ວານ​ນີ້
ແຕ່​ບໍ່​ໄດ້ໃຫ້​ກາງ​ເຕັ້ນ​ຢູ່​ໝົດ​ຄືນ​ໄດ້.

ສວນສາທາລະນະ Zuccotti ​ໄດ້​ຖືກ​ເປີດ​ຄືນ​ໃໝ່ ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ຫລັງ​
ຈາກ​ສານ​ສູງ​ສຸດ​ຂອງ​ນີວຢ໊ອກຕັດສິນ​ວ່າ ອໍານາ​ດປົກຄອງນະຄອນນີວຢ໊ອກ ​ເຮັດ​ຖືກແລ້ວ
ໃນ​ການ​ບັງຄັບ​ຫ້າມ​ບໍ່​ໃຫ້​ນອນ​ຄ້າງ​ຄືນ​ໃ​ນສວນສາ​ທາລະນະ​ນັ້ນ.

ພວກ​ຕໍາຫລວດໃສ່​ຊຸດເຄຶ່ອງ​ແບບປາບ​ການຈະລາ​ຈົນ ​ໄດ້​ເຄື່ອນ​ກໍາລັງ​ເຂົ້າ​ໄປ​ຈູ່​ໂຈມ ຂັບ​ໄລ່
ພວກ​ປະ​ທ້ວງອອກ​ຈາກ​ສວນ ໃນ​ເວລາ​ຂ້ອນ​ແຈ້ງວັນ​ອັງ ຄານ​ວານ​ນີ້ ​ໂດຍ​ໄດ້​ມ້າງ​ເພ​ບ່ອນ
ຢູ່​ອາ​ໃສ​ຊົ່ວຄາວ ​ແລະ​ເອົາ​ຂີ້​ເຫຍື້ອ​ອອກໄປຈາກບ່ອນ​ທີ່ໄດ້ກາຍເປັນແຄ້ມພັກເຊົາກາງ​ເມືອງ
ນັ້ນ. ພວກ​ປະ​ທ້ວງ​ຈໍາ​ນວນ​ເກືອບ 200 ຄົນ​ ທີ່​ບໍ່​ຍອມ​ໜີ​ອອກ​ຈາກ​ທີ່​ນັ້ນ ຖືກ​ຈັບ​ກຸມ.

ພວກ​ປະ​ທ້ວງ​ໄດ້​ຢື່ນອຸທອນ​ຕໍ່​ສານ ໃນເວລາ​ຕໍ່​ມາ ​ຂໍ​ກັບ​ຄືນ​ໄປ​ຍັງສວນສາທາລະນະ ພ້ອມ​
ກັບ​ຜ້າ​ເຕັ້ນແລະ​ຖົງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ ​ແຕ່​ຜູ້​ພິພາກສາ​ສານ Michael Stallman
ຕັດສິນ​ວ່າ​ ພວກ​ປະ​ທ້ວງ​ມີສິດທິ​ຕາມ​ລັດຖະທໍາ​ມະ​ນູນ​ໃນການ​ປາກ​ເວົ້າຢ່າງເສລີ ແຕ່​ບໍ່​ມີ
ສິດ​ທີ່​ຈະ​ຝ່າຝືນ​ຂໍ້​ຫ້າມ​ບໍ່​ໃຫ້​ນອນ​ຄ້າງ​ຄືນ​ໃນ​ສວນສາທາລະນະ​ນັ້ນ.

ເຈົ້າ​ຄອງ​ກໍາ​ແພງ​ນະຄອນ​ນີວຢ໊ອກ ທ່ານ Michael Bloomberg ກ່າວ​ວ່າ ທ່ານ​ເຫັນ
ພ້ອມກັບ​ການ​ຕິດ​ສິນ​ຂອງ​ສານ ທີ່​ວ່າ​ເສລີພາບ​ໃນ​ການ​ປາກ​ເວົ້າ ບໍ່​ໄດ້​ລວມ​ເອົາ​ສິດທິ​
ໃນ​ການສ້າງອັນ​ຕະລາຍ​ແກ່ສາທາລະນະຊົນ ຫລືລ່ວງ​ລໍ້າສິດທິ​ຂອງ​ຄົນອື່ນໆ​ໂດຍ​ການ
ຍຶດຄອງ​ສະຖານທີ່ສາທາລະນະ.

ນັບ​ຕັ້ງ​ແຕ່​ເດືອນກັນຍາແລ້ວ ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ໄດ້​ພາກັນມາ​ກາງ​ເຕັ້ນ​ນອນ​ຢູ່
ສວນສາທາລະນະ Zuccotti ທີ່​ໄດ້​ກາຍ​ມາ​ເປັນ​ສູນ​ກາງແຫ່ງ​ການ​ເຄຶ່ອນ​ໄຫວ​ຕໍ່ຕ້ານ​ລະບົບ
ນາຍທຶນ.

ເບິ່ງວິດີໂອ ລາຍງານຂ່າວພາສາອັງກິດ

XS
SM
MD
LG