ຫໍພິພິດທະພັນອາກາດແລະອະວະກາດແຫ່ງຊາດທີ່ວໍຊິງຕັນດີຊີ ຫລື National Air and
Space Museum ໄດ້ປິດລົງໃນຕອນບ່າຍວັນເສົາວານນີ້ ຫລັງຈາກພວກປະທ້ວງກຸ່ມ
ໃຫຍ່ກຸ່ມນຶ່ງໄດ້ພະຍາຍາມຈະບຸກຜ່ານໜ່ວຍຮັກສາຄວາມປອດໄພ ເຂົ້າໄປໃນຕຶກ.
ພວກເຈົ້າໜ້າທີ່ສະຖາບັນ Smithsonian ຊຶ່ງເປັນຜູ້ກໍາກັບດູແລຫໍພິພິດທະພັນຕ່າງໆ
ແຫ່ງຊາດ ກ່າວວ່າ ມີຜູ້ຖືກຈັບກຸມຢ່າງໜ້ອຍນຶ່ງຄົນ ແລະຜູ້ປະທ້ວງຄົນນຶ່ງຖືກສີດສະເປ
ໝາກເຜັດໃສ່ ເວລາພວກປະທ້ວງ ປະມານ 100 ຫາ 200 ຄົນ ພະຍາຍາມບຸກເຂົ້າໄປ
ໃນຕຶກພິພິດທະພັນພ້ອມດ້ວຍປ້າຍໃຫຍ່ໆ ທີ່ຫ້າມບໍ່ໃຫ້ຖືເຂົ້າໄປໃນຫໍພິພິດທະພັນນັ້ນ.
ພວກປະທ້ວງບາງຄົນເປັນສະມາຊິກຂອງກຸ່ມປະທ້ວງທີ່ເອີ້ນວ່າ Occupy DC ຫລື
ຄອບຄອງດີຊີ ທີ່ລະເບີດຂຶ້ນເມື່ອອາທິດຜ່ານມາໃນນະຄອນຫລວງ ຂອງສະຫະລັດ
ຊຶ່ງເປັນໜໍ່ແໜ່ງທີ່ແຕກອອກມາຈາກຂະບວນການຄອບຄອງຕະຫລາດຫລັກຊັບ ຫລື
Occupy Wall Street ທີ່ໃຫຍ່ກວ່າ ທີ່ເລິ່ມຕົ້ນຂຶ້ນທີ່ນະຄອນນີວຢ໊ອກ ເມື່ອເດືອນ
ຜ່ານມາ ແລະໄດ້ແຜ່ລາມອອກໄປຍັງຫົວເມືອງໃຫຍ່ອື່ນໆຂອງສະຫະລັດ ໂດຍມີພວກ
ປະທ້ວງທີ່ພາກັນປະທ້ວງ ຫລາຍໆບັນຫາ ໂຮມທັງຄວາມໂລບມາກຂອງບໍລິສັດໃຫຍ່ໆ
ແລະຄວາມບໍ່ສະເໝີພາບທາງດ້ານເສດຖະກິດ.
ເບິ່ງວີດີໂອລາຍງານ ກ່ຽວກັບການແຜ່ລາມໄປທົ່ວປະເທດ ຂອງພວກປະທ້ວງ: