ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງຕໍ່ຕ້ານ Wall Street ພາກັນເດີນຂະບວນ ຄົບຮອບ 2 ເດືອນ (ເບິ່ງວີດີໂອກັບຮູບສະໄລດ໌)


ພວກປະທ້ວງ Occupy Wall Street ທີ່ ນີວຢ໊ອກ
ພວກປະທ້ວງ Occupy Wall Street ທີ່ ນີວຢ໊ອກ

ພວກ​ປະ​ທ້ວງ Occupy Wall Street ຈໍານວນ​ຫລາຍ​ພັນ​ຄົນ​ ໄດ້​ພາກັນ​ເດີນ​ຂະ​ບວນ
ປະ​ທ້ວງໃນ​ສະຫະລັດ ​ແລະ​ໃນ​ຫົວ​ເມືອງ​ອື່ນໆ​ໃນ​ທົ່ວ​ໂລກ ​ໃນ​ວັນ​ພະຫັດ​ວານ​ນີ້ ອັນ​ເປັນ
​ພາກສ່ວນ​ຂອງມື້ແຫ່ງ​ການ​ເຄື່ອນ​ໄຫວ ​ເພື່ອເປັນ​ຂີດ​ໝາຍ​ຄົບຮອບ​ສອງ​ເດືອນ​ຂອງ​ການ
​ເລີ່​ມຕົ້ນ​ຂະ​ບວນການດັ່ງກ່າວ ​ຢູ່​ສວນສາທາລະນະ​ແຫ່ງ​ນຶ່ງ​ໃນ Manhattan.

ທີ່​ນີວຢອກ​ ​ວັນ​ພະຫັດ​ວານ​ນີ້ ພວກ​ປະ​ທ້ວງຫລາຍ​ພັນ​ຄົນ​ພາກັນຍ່າງ​ຂ້າມຂົວ Brooklyn
ຫລາຍ​ຊົ່ວໂມງ ​ຫລັງ​ຈາກ​ພວກປະ​ທ້ວງຕໍ່ຕ້ານ​ລະບົບ​ນາຍທຶນ​ ​ໄດ້ຕໍ່ສູ້ກັບ​ພວກ​ຕໍາຫລວດ
​ແລະ​ທັບ​ມ້າງ​ຮົ້ວ​ອ້ອມ​ທີ່​ຕໍາຫລວດ​ໄດ້​ຕິດຕັ້ງ​ໄວ້​ອ້ອມ​ຖະໜົນ Wall Street ນັ້ນ. ພວກ​ປະ​
ທ້ວງ​ຢ່າງ​ໜ້ອຍ 200 ຄົນ​ຖືກ​ຈັບ​ກຸມ​ໃນ​ລະຫວ່າງ​ການ​ປະ​ທະ​ກັນ​ນັ້ັນ.

ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ໃນ​ມື້ວານ​ນີ້ ແມ່ນ​ເກີດ​ຂຶ້ນສອງ​ມື້​ຫລັງ​ຈາກ​ອໍານາດ​ປົກຄອງນະຄອນ
​ນິວຢອກ ໄດ້​ໄລ່ພວກ​ປະ​ທ້ວງ​ໃຫ້​ໜີ​ອອກ​ຈາກ​ສວນສາທາລະນະ Zoccotti ​ໃນ​ເຂດ Lower
Manhattan ຊຶ່ງ​ເປັນ​ສູນ​ກາງ​ຂອງ​ຂະ​ບວນ​ການດັ່ງກ່າວ. ພວກປະ​ທ້ວງໄດ້​ຮັບ​ອະນຸຍາດ​ໃຫ້
​ກັບ​ຄືນ​ໄປ​ຍັງ​ສວນສາທາລະນະ​ໄດ້ ​ແຕ່​ຫ້າມ​ບໍ່​ໃຫ້​ປຸກ​ເຕັ້ນ​ຄ້າງ​ຄືນ​ຢູ່​ທີ່​ນັ້ນ. ນອກ​ນີ້​ແລ້ວ
​ພວກ​ປະ​ທ້ວງ​ຍັງ​ໄດ້​ໄປ​ທໍາການ​ປະ​ທ້ວງ ​ຢູ່ຕາມ​ສະຖານີລົດ​ໄຟໃຕ້​ດິນ​ຂອງ​ນີວຢອກນັ້ນ​ນໍາ.

​ໃນແຫ່ງ​ອື່ນໆ​ນັ້ນ ພວກ​ຕໍາ​ຫລວດ​ທີ່​ນະຄອນ Los Angeles ລັດ​ແຄລິ​ຟໍ​ເນຍ ​ໄດ້​ຈັບ​ກຸມ
​ພວກ​ປະ​ທ້ວງ​ຕໍ່ຕ້ານ Wall Street ຢ່າງ​ນ້ອຍ 20 ຄົນ​ ໃນ​ຂະນະທີ່​ທັບ​ມ້າງແຄ້ມຂະ​ນາດ
​ນ້ອຍ​ໃນ​ເຂດ​ກາງ​ເມືອງ. ການ​ເດີນ​ຂະ​ບວນປະ​ທ້ວງ​ທໍານອງ​ດຽວ​ກັນ​ນີ້​ ກໍ​ໄດ້​ມີ​ຂຶ້ນທີ່​ເມືອງ
Portland ລັດ Oregon ​ແລະ​ຫົວ​ເມືອງອື່ນ​ໆ​ຂອງ​ສະຫະລັດ. ສ່ວນ​ທີ່ນະຄອນຫລວງ
​ວໍຊິງ​ຕັນ​ດີ​ຊີ ພວກ​ປະທ້ວງ​ໄດ້​ພາກັນເດີນ​ຂະ​ບວນ​ ໄປ​ຕາມ​ຂອບ​ທາງ​ຍ່າງ​ຂອງ​ຂົວ Key
Bridge ທີ່​ເປັນ​ຂົວ​ເ​ຊື່ອມຕໍ່ ​ວໍ​ຊິງ​ຕັນ​ດີ​ຊີ​ກັບ​ລັດ​ເວີ​ຈີ​ເນ​ຍ ​ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ
​ຮຽກຮ້ອງ​ໃຫ້​ປະຕິ​ບັດການ​ “Get on the Bridge” ​ໃນທົ່ວ​ປະ​ເທດ​ນັ້ນ.

ສ່ວນ​ຢູ່​ຕ່າງປະ​ເທດ ພວກ​ປະ​ທ້ວງ​ຕໍ່ຕ້ານ​ນາຍທຶນ ທີ່​ໄດ້​ພາກັນ​ປຸກ​ເຕັ້ນ​ພັກ​ແຮມ​ຢູ່​ນອກ
ວິຫານ​ຫລື​ໂບດ St. Paul ທີ່​ລອນ​ດອນ ​ໄດ້ປະຕິ​ເສດບໍ່​ຍອມ​ໜີ ​ເຖິງ​ແມ່ນໝົດ​ກໍານົດ​ມື້
​ເສັ້ນ​ຕາຍວັນ​ພະຫັດ ​ເພື່ອ​ໃຫ້ພວກ​ເຂົາ​ເຈົ້າມ້າງ​ເຕັ້ນ​ຂອງ​ພວກ​ເຂົາ​ເຈົ້າ ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຖືກ
​ດໍາ​ເນີນ​ຄະດີ​ນັ້ນ​ແລ້ວ​ ກໍ​ຕາມ.

ເບິ່ງວີດິໂອ ລາຍງານຂ່າວພາສາອັງກິດ:

XS
SM
MD
LG