ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄອຍະການ ສຫລ ກຽມພ້ອມ ຟ້ອງຄະດີອາຍາ ຕໍ່ພວກກໍ່ຈະລາຈົນ ໃນລັດຖະສະພາ


ພວກສະໜັບສະໜຸນທ່ານທຣຳ ບຸກເຂົ້າໄປໃນລັດຖະສະພາສະຫະລັດ ຫຼື U.S. Capitol ເພື່ອຄັດຄ້ານຕໍ່ຜົນການເລືອກຕັ້ງປະທານາທິບໍດີສະຫະລັດ ປີ 2020 ໂດຍທີ່ບັນດາສະມາຊິກສະພາກຳລັງຈະນັບຄະແນນຜູ້ແທນລັດແລະອະພິປາຍໃນເລື້ອງຂອງການຄັດຄ້ານ, ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມັງກອນ 2021.
ພວກສະໜັບສະໜຸນທ່ານທຣຳ ບຸກເຂົ້າໄປໃນລັດຖະສະພາສະຫະລັດ ຫຼື U.S. Capitol ເພື່ອຄັດຄ້ານຕໍ່ຜົນການເລືອກຕັ້ງປະທານາທິບໍດີສະຫະລັດ ປີ 2020 ໂດຍທີ່ບັນດາສະມາຊິກສະພາກຳລັງຈະນັບຄະແນນຜູ້ແທນລັດແລະອະພິປາຍໃນເລື້ອງຂອງການຄັດຄ້ານ, ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມັງກອນ 2021.

ບັນດາເຈົ້າໜ້າທີ່ປະຕິບັດກົດໝາຍຂອງສະຫະລັດ ໄດ້ເປີດການສືບສວນສອບສວນຄະດີອາຍາ ໃນການໂຈມຕີລັດຖະສະພາສະຫະລັດ ເມື່ອວັນພຸດຜ່ານມາ ໂດຍພວກກໍ່ຈະລາຈົນທີ່ສະໜັບສະໜຸນທ່ານທຣຳ ໂດຍຂໍນັກສືບສວນຫຼາຍຮ້ອຍຄົນເພື່ອລະບຸໂຕ ແລະຈັບກຸມພວກຜູ້ກະທຳຜິດທັງຫຼາຍ ອີງຕາມການປະກາດຂອງບັນດາເຈົ້າໜ້າໃນວັນພະຫັດວານນີ້.

ທ່ານໄມໂກລ ເຊີຣວິນ ໄອຍະການຮັກສາການຊົ່ວຄາວສະຫະລັດ ເຂດນະຄອນ
ຫຼວງ ຫຼື ດິສຕຣິກ ໂຄລຳເບຍ ໄດ້ກ່າວວ່າ 15 ຄົນ ໄດ້ຖືກແຈ້ງຂໍ້ຫາຢູ່ທີ່ສານລັດຖະບານກາງ ໃນນະຄອນຫຼວງວໍຊິງຕັນໃນການມີສ່ວນຮ່ວມກັບການກໍ່ຈະລາ ຈົນ ແລະໃນຂະນະດຽວກັນ ອີກ 40 ຄົນ ກໍໄດ້ຖືກແຈ້ງຂໍ້ຫາຢູ່ທີ່ສານສູງ ເຂດນະຄອນດີຊີ ໃນຊ່ວງກ່ອນໜ້າ ທີ່ການຈະລາຈົນຈະເກີດຂຶ້ນ ສ່ວນໃຫຍ່ແລ້ວ ເປັນການເຂົ້າໄປໃນພື້ນທີ່ຂອງລັດຖະສະພາໂດຍຜິດກົດໝາຍຂອງພວກເຂົາເຈົ້າ ອີງຕາມການກ່າວຂອງທ່ານເຊີຣວິນ.

ຂໍ້ຫາຄະດີອາຍາປະກອບດ້ວຍການລັກຂະໂມຍຊັບສິນຂອງລັດຖະບານ ແລະການລະເມີດດ້ານອາວຸດປືນເປັນຕົ້ນ. ຊາຍຄົນນຶ່ງ ໄດ້ຖືກຈັບກຸມ ຢູ່ໃກ້ກັບລັດ ຖະສະພາ ໃນຂໍ້ຫາພົກອາວຸດປືນຍາວເຄິ່ງອັດໂຕໂນມັດ ແລະແກ້ວລະເບີດນ້ຳ ມັນ 11 ແກ້ວ ທີ່ໄດ້ຕຽມໄວ້ “ພ້ອມທີ່ຈະນຳໄປໃຊ້” ດັ່ງທີ່ທ່ານເຊີຣວິນໄດ້ກ່າວນັ້ນ.

ການໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ 4 ຄົນເສຍຊີວິດ ແລະຫຼາຍກວ່າສິບຄົນບາດເຈັບ.

ທ່ານເຊີຣວິນ ໄດ້ກ່າວວ່າ ການຈັບກຸມນີ້ ເປັນຂີດໝາຍຂອງການເລີ້ມຕົ້ນຄວາມພະຍາຍາມທີ່ເປັນໄປໄດ້ສູງວ່າ ຈະໃຊ້ເວລາດົນຫຼາຍເດືອນ ທີ່ຈະນຳເອົາພວກຜູ້ກະທຳຜິດມາລົງໂທດ.

ທ່ານເຊີຣວິດ ໄດ້ເວົ້າວ່າ “ເປັນທີ່ແນ່ນອນວ່າ ອັນນີ້ເປັນທີ່ຈະແຈ້ງແລ້ວມັນແມ່ນສະຖານະການທີ່ອັນຕະລາຍແທ້ໆ. ພວກເຮົາພະຍາຍາມທີ່ຈະດຳເນີນຄະດີພວກນີ້ ໃຫ້ເຖິງທີ່ສຸດແລະໄວທີ່ສຸດເທົ່າທີ່ເປັນໄປໄດ້ ແລະເປັນທີ່ແນ່ນອນ ເຖິງແມ່ນວ່າ ພວກເຮົາມີພຽງ 15 ຄະດີເທົ່ານັ້ນ ຂ້າພະເຈົ້າຄິດວ່າ ອັນນັ້ນເປັນເລີ້ມຕົ້ນທີ່ດີ ແຕ່ວ່າ ມັນກໍບໍ່ຖືວ່າ ເປັນທີ່ສິ້ນສຸດເລີຍ.”

ມັນເປັນການແຈ້ງຂໍ້ຫາໃນຈຳນວນທີ່ຫຼາຍ ພາຍໃນ 36 ຊົ່ວໂມງ ໂດຍຈະມີມາ ຕື່ມອີກ ຊຶ່ງເປັນການເນັ້ນໃຫ້ເຫັນເຖິງການເອົາຈິງເອົາຈັງຂອງບັນດາໄອຍະການກັບການຮັບມື ໃນເລື້ອງຂອງການສືບສວນສອບສວນທັງຫຼາຍ.

ທ່ານເຊີຣວິນ ໄດ້ເຕືອນວ່າ ເພາະໝົດທຸກຄົນ ຍົກເວັ້ນແຕ່ພວກຈະລາຈົນຈຳ ນວນຫຼາຍຮ້ອຍຄົນ ຜູ້ທີ່ໄດ້ບຸກເຂົ້າໄປໃນລັດຖະສະພານັ້ນທີ່ໄດ້ຮັບການອະນຸ ຍາດໃຫ້ອອກໄປຈາກລັດຖະສະພາ ໂດຍຕຳຫຼວດປະຈຳລັດຖະສະພາ ແລະຄວາມພະຍາຍາມ ໃນການລະບຸໂຕ ແລະຈັບກຸມພວກຜູ້ກະທຳຜິດ ອາດໃຊ້ເວລາຫຼາຍເດືອນ ບາງທີໝົດປີນີ້ ກໍເປັນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG