ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄອຍະການສະຫະລັດ ກ່າວວ່າ ນັກການທູດອິນເດຍ ໄດ້ຮັບການປະຕິບັດຕໍ່ ຢ່າງດີ ໃນຂະນະທີ່ຖືກກັກໂຕໄວ້ (ວີດີໂອ)


ທ່ານນາງ Devyani Khobragade, ຮອງກົງສູນອິນເດຍ ປະຈໍານິວຢອກ, ຮູບຖ່າຍເມື່ອວັນທີ 8 ທັນວາ 2013.
ທ່ານນາງ Devyani Khobragade, ຮອງກົງສູນອິນເດຍ ປະຈໍານິວຢອກ, ຮູບຖ່າຍເມື່ອວັນທີ 8 ທັນວາ 2013.
ໄອ​ຍະ​ການ​ລັດຖະບານ​ກາງ​ສະຫະລັດ ​ໃນ​ການ​ດຳ​ເນີນ​ຄະດີ​
ນັກ​ການ​ທູດ​ອິນ​ເດຍຍິງຄົນ​ນຶ່ງ​ ທີ່​ກຳລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ
ຖານ​ປອມ​ແປງ​ວີ​ຊາ ກ່າວ​ວ່າ ນັກ​ການ​ທູດທ່ານ​ນີ້​ໄດ້​ຮັບ​ການ​
ປະຕິບັດ​ຕໍ່​ຢ່າງ​ດີ​ ໃນ​ຂະນະ​ທີ່ຖືກ​ກັກ​ໂຕ​ໄວ້​ ຊຶ່ງ​ກົງກັນຂ້າມ​ກັບ
ການ​ກ່າວອ້າງຂອງຜູ້ກ່ຽວ.

​ໃນການ​ອອກ​ມາ​ກ່າວ ກ່ຽວ​ກັບຄະດີ​ທີ່​ໄດ້​ເຮັດ​ໃຫ້​ສາຍ​ພົວພັນ​
ລະຫວ່າງ​ສະຫະລັດ​ແລະ ​ອິນ​ເດຍ​ເຄັ່ງ​ຕຶງ​ນັ້ນ ​ໄອ​ຍະ​ການ
Preet Bharara ປະຈຳ​ເຂດ Manhattan ​ໃນ​ນະຄອນ​ນິວຢອກ
​ໄດ້​ອອກ​ຄໍາຖະ​ແຫຼ​ງ​ສະບັບ​ນຶ່ງ​ໃນ​ວັນ​ພຸດ​ວານ​ນີ້ ​ກ່າວ​ວ່າ ທ່ານ
​ນາງ Devyani Khobragade ໄດ້​ຮັບ​ການ​ປະຕິບັດ​ຕໍ່​ດີຫລາຍ
​ກວ່າ ທີ່​ພວກ​ຈຳ​ເລີຍ​ຄົນ​ອື່ນໆ​ ຊຶ່ງ​ສ່ວນ​ຫຼາຍ​ເປັນ​ຄົນ​ອະ​ເມຣິກັນໄດ້​ຮັບ​ນັ້ນ.

ທ່ານ​ນາງ Khobragade ​ໄວ 39 ປີ ຖືກ​ກ່າວຫາ​ວ່າ ​ໄດ້ໃຫ້ການ​ຢ່າງ​ບໍ່​ຖືກຕ້ອງ​ແລະ​ກົງກັນ ​ເພື່ອ​ສະໜັບສະໜຸນ​ຄຳ​ຮ້ອງ​ຂໍ​ວີ​ຊາ​ ​ໃຫ້​ຄົນ​ອິນ​ເດຍຄົນ​ນຶ່ງ ​ທີ່​ທ່ານ​ນາງ​ໄດ້ນຳ​ເຂົ້າ​ມາ​ໃນ​ສະຫະລັດ ​ໃນ​ຖານະ​ເປັນ​ຜູ້​ຮັບ​ໃຊ້​ໃນ​ຄອບຄົວ​ນັ້ນ.

ທ່ານ Bharara ​ໄດ້​ຕັ້ງ​ຄໍາຖາມ​ວ່າ ​ເປັນ​ຫຍັງຄະດີ​ຂອງ​ທ່ານ​ນາງ Khobragade ຈຶ່ງ​ໄດ້​ຮັບຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢູ່​ໃນ​ອິນ​ເດຍ ຫຼາຍ​ກວ່າ​ຄົນ​ທີ່​ນາງ​ເອົາ​ມາ​ເປັນ​ຄົນ​ໃຊ້ ຊຶ່ງ​ມີ​ການ​ກ່າວ​ຫາ​ກັນວ່າ ຜູ້ກ່ຽວໄດ້ຮັບ​ຄ່າ​ຈ້າງ​ພຽງ​ແຕ່​ນຶ່ງ​ສ່ວນ​ສາມ​ ຂອງ​ຈຳນວນ​ທີ່​ທ່ານນາງ
Khobragade ​ໄດ້​ແຈ້ງ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ຊາບ​ນັ້ນ.

ທ່ານ​ນາງ Marie Harf ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ລັດຖະ ມຸນຕີ​ຕ່າງປະ​ເທດ ທ່ານ John Kerry ​ໄດ້​ໂທລະສັບ​ຫາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດທ່ານ​ນຶ່ງ​ຂອງ​ອິນ​ເດຍ​ໃນ​ວັນ​ພຸດ​ວານ​ນີ້ ​ເພື່ອ​ສະ​ແດງ​ຄວາມ​ເສຍ​ໃຈ​ ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ແລະ​ທ່ານ​ນາງ​ກ່າວ​ຕື່ມ​ວ່າ ທ່ານ Kerry ທີ່​ມີ​ລູກ​ສາວ​ຫຼາຍ​ຄົນ​ທີ່​ມີ​ອາຍຸ​ເກືອບ​ເທົ່າໆ​ກັນ​ກັບທ່ານ​ນາງ Khobragade ນັ້ນ ເຫັນ​ໃຈ​ນໍາ​ຄວາມ​ຮູ້ສຶກ​ທີ່​ອ່ອນ​ໄຫວ​ງ່າຍ​ຂອງ​ອິນ​ເດຍກ່ຽວ​ກັບ​ຄະດີນີ້. ທ່ານ​ນາງ Harf ກ່າວ​ຕື່ມ​ວ່າ ທ່ານ Kerry ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ວ່າ ບັນຫາ​ສາທາລະ
ນະ​ທີ່​ໜ້າ​ເສຍ​ໃຈອັນ​ນີ້ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສາຍ​ພົວພັນ​ທີ່​ໃກ້ຊິດ​ແລະສຳຄັນ​ ​
ລະຫວ່າງ​ສະຫະລັດ​ແລະ​ອິນ​ເດຍ.

ທ່ານ​ນາງ Khobragade ທີ່​ຖືກ​ຈັບ​ໃນ​ອາທິດ​ແລ້ວ​ນີ້ ກ່າວ​ວ່າ ຕົນ​ໄດ້​ຖືກ​ໃສ່​ກັບ​ມື ​ແລະ​ກວດ
​ຄົ້ນ​ຢ່າງ​ບໍ່​ສຸພາບຫລາຍໆ​ຄັ້ງໃນ​ລະຫວ່າງ​ທີ່​ຖືກ​ກັກ​ຂັງ​ຢູ່​ນັ້ນ. ທາງ​ອິນ​ເດຍ​ໄດ້​ມີ​ປະຕິກິລິຍາ
​ຕອບ ໂດຍ​ການ​ຍົກ​ເລີກ​ການ​ພົບ​ປະ​ກັບຜູ້​ແທນ​ລັດຖະສະພາ​ຄະນະນຶ່ງ ທີ່​ກໍາລັງຢ້ຽມຢາມ​
ອິນ​ເດ​ຍ ແລະ​ມີ​ຊາວ​ອິນ​ເດຍຈໍານວນຫຼາຍ​ພາກັນ​ທໍາ​ການ​ປະທ້ວງຢູ່​ນະຄອນຫລວງ​ນິວ​ແດ​ລ
ລີ ​ໃນ​ວັນ​ພຸດ​ວານ​ນີ້.

Indian Diplomat Arrest in US Sparks Protests
please wait

No media source currently available

0:00 0:00:53 0:00
ລິງໂດຍກົງ
XS
SM
MD
LG