ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດຈີນ ຈຳນວນໜຶ່ງ ອາດຖືກສືບສວນ ຖານລະເມີດ ການລົງໂທດ ຕໍ່ເກົາຫຼີເໜືອ


ຂົວທີ່ເຊື່ອມຕໍ່ເກົາຫຼີເໜືອ ກັບ ຈີນ ທີ່ເຂດຊາຍແດນ ເມືອງ Dandong ຂອງຈີນ, ວັນທີ 3 ມີນາ 2016.
ຂົວທີ່ເຊື່ອມຕໍ່ເກົາຫຼີເໜືອ ກັບ ຈີນ ທີ່ເຂດຊາຍແດນ ເມືອງ Dandong ຂອງຈີນ, ວັນທີ 3 ມີນາ 2016.

ອີກຫຼາຍໆ ບໍລິສັດ ແລະ ສ່ວນບຸກຄົນ ຂອງຈີນ ອາດຈະປະເຊີນໜ້າກັບການສືບສວນ ສອບສວນ ຖານເປັນຜູ້ຕ້ອງສົງໄສ ລະເມີດມາດຕະ ການລົງໂທດ ຕໍ່ການແຜ່ຜາຍອາວຸດ ນິວເຄລຍຂອງເກົາຫຼີເໜືອ ອິງຕາມການຊີ້ແຈງ ຂອງເຈົ້າໜ້າທີ່ອາວຸໂສ ສະຫະລັດ ທ່ານໜຶ່ງ ໃນວັນພຸດວານນີ້.

ຫຼາຍມື້ ຫຼັງຈາກການປະກາດເມື່ອວັນຈັນຜ່ານມາ ທີ່ວ່າ ຊາວຈີນ 4 ຄົນ ແລະ ບໍລິສັດໜຶ່ງຂອງຈີນ ປະເຊີນໜ້າກັບການຟ້ອງຮ້ອງທາງອາຍາ ແລະ ການລົງໂທດ ​ໃນຂໍ້ຫາໃຫ້ການສະໜັບສະໜູນ ໂຄງການອາວຸດນິວເຄລຍ ຂອງເກົາຫຼີເໜືອ ດັ່ງທີ່ ຜູ້ປະສານງານ ຮັບຜິດຊອບດ້ານນະໂຍບາຍການລົງໂທດ ຂອງກະຊວງການຕ່າງ ປະເທດ ໄດ້ກ່າວຕໍ່ ບັນດາສະມາຊິກສະພາ ສະຫະລັດ ວ່າ ທ່ານຈະບໍ່ໂຕ້ຖຽງເລີຍ ກັບການສະເໜີແນະ ວ່າ ການສອບສວນອາດຂະຫຍາຍກວ້າງອອກ.

ທ່ານ Daniel Fried ໄດ້ກ່າວຕໍ່ ອະນຸຄະນະກຳມະການຄວາມ​ສຳພັນ​ກັບຕ່າງປະເທດ ຂອງສະພາສູງ ໃນວັນພຸດວານນີ້ ໃນການອະທິບາຍ ບັນຫາທີ່ເປັນ “ໃຈກາງຂອງ ເລື່ອງນີ້” ວ່າ “ມັນຍັງຈະເປັນຜົນດີ ຖ້າພວກທະນາຄານ ແລະ ພວກບໍລິສັດ ຂອງຈີນ ເຂົ້າໃຈວ່າ ການເຮັດທຸລະກິດກັບ ພວກບໍລິສັດເກົາຫຼີເໜືອ ທີ່ເພີ່ມຂຶ້ນ ໂດຍສະເພາະ ຈຳພວກທີ່ຖືກລົງໂທດ ແມ່ນຈະເປັນການສ່ຽງໄພ ແລະ ແທ້ຈິງແລ້ວບໍ່ມີຄຸນຄ່າເລີຍ.”

ບໍລິສັດ Dandong Hongxiang ພັດທະນາອຸດສາຫະກຳ ຈຳກັດ ພ້ອມດ້ວຍ ປະທານຍິງ ຂອງບໍລິສັດ ທ່ານນາງ Ma Xiaohong ແລະ ບັນດາຜູ້ບໍລິຫານລະດັບສູງ ສາມທ່ານ ແມ່ນຖືກກ່າວຟ້ອງໃນວັນຈັນຜ່ານມາ ຖານວາງແຜນເພື່ອຫລີກລ່ຽງມາດຕະການລົງໂທດ ຕໍ່ເກົາຫຼີເໜືອ ລວມທັງ ການອຳນວນຄວາມສະດວກ ໃນການຟອກເງິນ ໂດຍຜ່ານສະຖາ ບັນ ການເງິນຕ່າງໆ ຂອງສະຫະລັດ.

ເຈົ້າໜ້າທີ່ອາວຸໂສ ກະຊວງການຕ່າງປະເທດອີກທ່ານໜຶ່ງ ໄດ້ກ່າວວ່າ ວໍຊິງຕັນ ແມ່ນບໍ່ “ພໍໃຈ​ເປັນ​ທີ່​ສຸດ” ກັບການຈັດຕັ້ງປະຕິບັດ ມາດຕະການລົງໂທດ ຕໍ່ເກົາຫຼີເໜືອ ຂອງ ປັກກິ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG