ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກົດດັນຂອງ ສະຫະລັດ ທີ່ປາກົດ ຢູ່ເບື້ອງຫຼັງ ກອງປະຊຸມ ອາຊຽນ ເປັນການເຕືອນ ເກົາຫຼີເໜືອ


ລັດຖະມົນຕີການຕ່າງປະເທດ ຟີລິບປິນ ທ່ານ Alan Peter Cayetano ກ່າວຄຳປາໄສໃນລະຫວ່າງພິທີເປີດກອງປະຊຸມ
ພາກພື້ນ ອາຊຽນ ໃນເມືອງ Pasay, ນະຄອນຫຼວງ ມະນີລາ. ຟີລິບປິນ. 5 ສິງຫາ, 2017.
ລັດຖະມົນຕີການຕ່າງປະເທດ ຟີລິບປິນ ທ່ານ Alan Peter Cayetano ກ່າວຄຳປາໄສໃນລະຫວ່າງພິທີເປີດກອງປະຊຸມ ພາກພື້ນ ອາຊຽນ ໃນເມືອງ Pasay, ນະຄອນຫຼວງ ມະນີລາ. ຟີລິບປິນ. 5 ສິງຫາ, 2017.

ທ່ານ Wang Yi ລັດຖະມົນຕີການຕ່າງປະເທດຂອງ ຈີນ ໄດ້ຈັດກອງປະຊຸມສອງຝ່າຍ
ກັບທ່ານ Ri Yong Ho ຄູ່ຕຳແໜ່ງ ເກົາຫຼີເໜືອ ຂອງທ່ານ ໃນວັນອາທິດມື້ນີ້ ຢູ່ຂ້າງ
ນອກກອງປະຊຸມລັດຖະມົນຕີ ຂອງສະມາຄົມປະຊາຊາດແຫ່ງເອເຊຍ ຕາເວັນອອກ
ສຽງໃຕ້ ຫຼື ASEAN ທີ່ນະຄອນຫຼວງ ມະນີລາ. ທ່ານ Wang ເວົ້າວ່າ ທ່ານໄດ້ຊຸກຍູ້
ທ່ານ Ri ໃຫ້ປະຕິບັດຕາມມະຕິຂອງອົງການສະຫະປະຊາຊາດ ແລະ ໃຫ້ຍຸຕິການເກາະ
ຜິດຕໍ່ “ຄວາມຫວັງດີຂອງປະຊາຄົມນາໆຊາດ” ໂດຍການທົດລອງ ແລະ ຍິງລູກສອນ
ໄຟ ນິວເຄລຍ.

ນອກຈາກນີ້ແລ້ວ ທ່ານ Wang ຍັງ ກ່າວວ່າ ທ່ານໄດ້ແນະນຳໃຫ້ຄູ່ຕຳແໜ່ງ ເກົາຫຼີເໜືອ
ຂອງທ່ານ ໃຫ້ໃຊ້ວິທີຢັບຢັ້ງ “ສອງເທົ່າ” ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງລົງໃນແຫຼມ ເກົາຫຼີ
ຄືໃຫ້ໂຈະການທົດລອງນິວເຄຼຍຂອງ ເກົາຫຼີເໜຶອ ແລະ ໃຫ້ຢັງຢັ້ງຕໍ່ກາຝຶກຊ້ອມທະຫານ
ຮ່ວມ ລະຫວ່າງ ສະຫະລັດ ກັບ ຍີ່ປຸ່ນ.

ມີການຄາດກັນວ່າ ການເຕືອນຕໍ່ ເກົາຫຼີເໜືອ ຂອງລັດຖະມົນຕີ ຕ່າງປະເທດຈາກ
10 ປະເທດ ອາຊຽນ ຈະເປັນທີ່ພໍໃຈຂອງລັດຖະບານ ສະຫະລັດ ຊຶ່ງພວກ ລັດຖະມົນຕີ
ທັງຫຼາຍຫວັງວ່າ ຈະເປັນການເອົາບົດບາດທີ່ເຂັ້ມແຂງກວ່າເກົ່າ ໃນຂົງເຂດນັ້ນ ຊຶ່ງໃນ
ຂະນະດຽວກັນ ພວກເຂົາເຈົ້າກໍຫວັງວ່າ ຈະເປັນການປ້ອງກັນສາຍພົວພັນຂອງພວກ
ເຂົາເຈົ້າເອງກັບນະຄອນຫຼວງ ພຽງຢາງ ໄວ້.

ໃນວັນເສົາວານນີ້ ລັດຖະມນົຕີ ອາຊຽນ ໄດ້ສະແດງຄວາມຮູ້ສຶກອອກມາ “ເຖິງຄວາມ
ເປັນຫ່ວງຢ່າງໃຫຍ່”
ໃນວັນເສົາວານນີ້ ກ່ຽວກັບ ຄວາມເຄັ່ງຕຶງທີ່ມີເພີ່ມຂຶ້ນ ຢູ່ໃນແຫຼມ
ເກົາຫຼີ ອັນມີລວມທັງການທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ ໃນເດືອນກໍລະ
ກົດ ແລະການທົດລອງ 2 ຄັ້ງເມື່ອໄວໆມານີ້ນຳ. ບັນດາລັດຖະມົນຕີດັ່ງກ່າວ ໄດ້ຂໍຮ້ອງ
ໃຫ້ ເກົາຫຼີເໜືອ ປະຕິບັດຕາມພັນທະຂອງຕົນທຸກມະຕິ ຂອງສະພາຄວາມໝັ້ນຄົງອົງ
ການສະຫະປະຊາຊາດ ທັງໃຫ້ຍົກເລີກການທົດລອງຂອງພວກເຂົາ.

ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຢາກຊ່ອຍປັບປຸງສາຍພົວພັນລະຫວ່າງ
ເກົາຫຼີເໜືອ ແລະ ໃຕ້ ຊຶ່ງກຸ່ມດັ່ງກ່າວ ຢູ່ໃນຖະແຫຼງການສະບັບນຶ່ງໄດ້ເວົ້າຢູ່ໃນນະຄອນ
ຫຼວງ ມະນີລາ ນັ້ນ. ສອງປະເທດ ເກົາຫຼີ ອ້າງວ່າຝ່າຍກົງກັນຂ້າມກັບຕົນ ຕັ້ງກົດລະບຽບ
ໃສ່ຕົນຕະຫຼອດມາ ຕັ້ງແຕ່ຊຸມປີ 1950.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG