ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາປະທານາທິບໍດີ ສະຫະລັດ ກຳລັງປະເຊີນກັບ ການກວດສອບ ກ່ຽວກັບເອກະສານລັບ


ແຟ້ມພາບ - ອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວຖະແຫລງ ຢູ່ທີ່ງານຊຸມນຸມ ໃນເມືອງແມນແຊສເຕີ ລັດນິວແຮມເຊີ, ວັນທີ 3 ມິຖຸນາ 2021.
ແຟ້ມພາບ - ອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວຖະແຫລງ ຢູ່ທີ່ງານຊຸມນຸມ ໃນເມືອງແມນແຊສເຕີ ລັດນິວແຮມເຊີ, ວັນທີ 3 ມິຖຸນາ 2021.

ອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໄດ້ເຂົ້າຮ່ວມໃນກຸ່ມບັນດາເຈົ້າໜ້າທີ່ຂັ້ນສູງທີ່ຈັດການນຳເອກະສານລັບໃນທາງບໍ່ຖືກຕ້ອງ ຊຶ່ງມີບັນດາປະທານາທິບໍດີ ແລະຮອງປະທານາທິບໍດີ ສະຫະລັດ ຢ້ອນຫຼັງຄືນໄປຫາ ທ່ານຈິມມີ ຄາເຕີ ອະດີດຜູ້ບັນຊາການທະຫານສູງສຸດ ທີ່ມີອາຍຸຫຼາຍທີ່ສຸດ ແລະຍັງມີຊີວິດຢູ່ ມາບັດນີ້ ຕ້ອງໄດ້ຮັບຜິດຊອບຕໍ່ມະຫາຊົນ ໃນການກວດສອບກ່ຽວກັບວ່າ ພວກເພິ່ນທັງຫຼາຍ ໄດ້ປະຕິບັດຕາມຂັ້ນຕອນ ໃນການມອບຄືນເອກະສານລັບເມື່ອສິ້ນສຸດການດຳລົງຕຳແໜ່ງ ຫຼືບໍ່.

ຜູ້ຕາງໜ້າເປັນປະທານາທິບໍດີ ສະຫະລັດ ຄົນທີ 39 ທີ່ໄດ້ດຳລົງຕຳແໜ່ງແຕ່ປີ 1977 ຫາ 1981 ນັ້ນ ກ່າວວ່າ ທ່ານໄດ້ປະຕິບັດ.

“ຢ່າງໃດກໍຕາມ ປະທານາທິບໍດີ ຄາເຕີ ບໍ່ໄດ້ຜູກມັດໂດຍກົດໝາຍວ່າດ້ວຍບັນທຶກເອກະສານຂອງປະທານາທິບໍດີ ຊຶ່ງໄດ້ມີຜົນບັງຄັບໃຊ້ລຸນຫຼັງການເຂົ້າຮັບຕຳແໜ່ງປະທານາທິບໍດີຂອງທ່ານ, ເຖິງຢ່າງນັ້ນກໍຕາມ ທ່ານອາສາບໍລິຈາກເອກະສານ ແລະບັນທຶກຕ່າງໆ ໃຫ້ແກ່ກົມເກັບມ້ຽນເອກະສານແຫ່ງຊາດ ຫຼັງຈາກທີ່ທ່ານໄດ້ອອກຈາກຕຳແໜ່ງ ແລະໄດ້ຊີ້ນຳໃຫ້ທີມງານຂອງທ່ານ ປະສານງານຢ່າງໃກ້ຊິດກັບກົມເກັມມ້ຽນເອກະສານແຫ່ງຊາດ ກ່ຽວກັບການໂອນເອກະສານທັງຫຼາຍ” ນັ້ນແມ່ນຄຳເວົ້າຂອງໂຄສົກທ່ານນຶ່ງ ທີ່ໄດ້ກ່າວຕອບໃນອີເມລ ຫາ ວີໂອເອ.

ກົດໝາຍວ່າດ້ວຍບັນທຶກເອກະສານຂອງປະທານາທິບໍດີ ຂອງປີ 1987 ທີ່ຄຸ້ມຄອງບັນທຶກເອກະສານທາງການຂອງບັນດາປະທານາທິບໍດີ ແລະຮອງປະທານາທິບໍດີ ພາຍຫຼັງຈາກເດືອນມັງກອນ 1981 ແລະການໂອນສິດໃນການເປັນເຈົ້າຂອງບັນທຶກເອກະສານເຫຼົ່ານັ້ນ ຈາກສ່ວນບຸກຄົນ ໃຫ້ເປັນຂອງສາທາລະນະພາຍໃຕ້ການຈັດການໂດຍກົມເກັບມ້ຽນເອກະສານແລະບັນທຶກແຫ່ງຊາດ ຫຼື NARA.

ສູນກາງຄາເຕີ ບໍ່ໄດ້ປະຕິເສດຕໍ່ລາຍງານ ໂດຍອົງການຂ່າວເອພີ ທີ່ວ່າ ເອກະສານລັບ ໄດ້ຖືກພົບເຫັນຢູ່ທີ່ບ້ານພັກຂອງທ່ານປະທານາທິບໍດີໃນເມືອງເພລນສ໌ ລັດຈໍເຈຍ ໃນຢ່າງໜ້ອຍນຶ່ງຄັ້ງ ແລະໄດ້ມອບຄືນໃຫ້ແກ່ NARA.

“ມັນອາດເກີດຂຶ້ນໄດ້” ທ່ານແມຕຕິວ ເດີ ກາແລນ ປະຈຳສູນກາງຄາເຕີ ເປັນຮອງປະທານດ້ານການສື່ສານໄດ້ກ່າວຕໍ່ວີໂອເອ. ທ່ານກ່າວອີກວ່າ “ຖ້າມັນໄດ້ເກີດຂຶ້ນ ມັນເປັນເລື້ອງທຳມະດາ - ເຈົ້າພົບເຫັນເອກະສານລັບ ເຈົ້າກໍສົ່ງຄືນໄປ.”

ແຕ່ບໍ່ມີຜູ້ໃດເລີຍ ທີ່ເຮັດວຽກຢູ່ສູນກາງຄາເຕີ ຫຼື ຫໍສະມຸດແລະຫໍພິພິທະພັນ ປະທານາທິບໍດີ ຈິມມີ ຄາເຕີ ໃນປັດຈຸບັນນີ້ ຈື່ໄດ້ວ່າ ທ່ານປະທານາທິບໍດີ ພົບເຫັນເອກະສານລັບ ຢູ່ໃນບ້ານຂອງທ່ານ ທ່ານກາແລນ ໄດ້ກ່າວເພີ້ມ.

ສ່ວນຜູ້ຕາງໜ້າຂອງທ່ານບີລ ຄລິນຕັນ, ທ່ານຈອຣຈ໌ ບຸຊ ແລະທ່ານບາຣັກ ໂອບາມາ ໄດ້ຕອບແບບດຽວກັນຕໍ່ການສອບຖາມຂອງວີໂອເອ ໂດຍກ່າວວ່າ ປະທານາທິບໍດີທັງຫຼາຍ ໄດ້ມອບເອກະສານຕ່າງໆໃຫ້ NARA ເມື່ອສິ້ນສຸດສະໄໝການດຳລົງຕຳແໜ່ງຂອງພວກເພິ່ນ ແລະບໍ່ມີການຄົ້ນຫາໃດໆຕື່ມອີກ ທີ່ຖືກດຳເນີນການ. ຫ້ອງການຂອງທ່ານໂອບາມາບົ່ງຊີ້ໄປຍັງຖະແຫລງການຂອງ NARA ໃນເດືອນກັນຍາ ທີ່ໄດ້ໂຕ້ແຍ້ງຕໍ່ລາຍງານຕ່າງໆຂອງສື່ມວນຊົນ ທີ່ວ່າ ກ່ອງທີ່ມີບັນທຶກຂອງປະທານາທິບໍດີ ໄດ້ສູນຫາຍໄປຈາກລັດຖະບານທ່ານໂອບາມາ ເມືື່ອ NARA ຍ້າຍກ່ອງພວກນັ້ນ ເມື່ອທ່ານສິ້ນສຸດສະໄໝຂອງທ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG