ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ສະຫະລັດ ກຳລັງ ກ້າວເຂົ້າສູ່ ການເລືອກຕັ້ງຂັ້ນຕົ້ນ ໃນລັດ Iowa


ຈາກຊ້າຍ, ຜູ້ລົງແຂ່ງຂັນເອົາປະທານາທິບໍດີ ສັງກັດພັກ
ຣີພັບບລີກັນ ສະມາຊິກສະພາສູງ ທ່ານ Marco Rubio ກ່າວປາໄສທີ່ມະຫາວິທະຍາໄລ ລັດ Iowa ໃນເມືອງ Ames, ລັດ Iowa, 23 ມັງກອນ, 2016; ຜູ້ລົງແຂ່ງຂັນເອົາປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບກັບຜູ້ສະໜັບສະໜູນ ໃນພາກຕາເວັນຕົກຂອງ ນະຄອນ Des Moines, ລັດ Iowa, 24 ມັງກອນ, 2016.
ຈາກຊ້າຍ, ຜູ້ລົງແຂ່ງຂັນເອົາປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ສະມາຊິກສະພາສູງ ທ່ານ Marco Rubio ກ່າວປາໄສທີ່ມະຫາວິທະຍາໄລ ລັດ Iowa ໃນເມືອງ Ames, ລັດ Iowa, 23 ມັງກອນ, 2016; ຜູ້ລົງແຂ່ງຂັນເອົາປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບກັບຜູ້ສະໜັບສະໜູນ ໃນພາກຕາເວັນຕົກຂອງ ນະຄອນ Des Moines, ລັດ Iowa, 24 ມັງກອນ, 2016.

ເປັນເວລາຫຼາຍເດືອນແລ້ວ, ສຳລັບຜູ້ລົງແຂ່ງຂັນທີ່ຢາກຈະເປັນ ປະທານາທິບໍດີ ສະຫະລັດ ຄົນຕໍ່ໄປ ໄດ້ທຳການໂຄສະນາຫາສຽງ ແລະ ໂຕ້ວາທີກັນ, ໃນຂະນະ ທີ່ພວກເຂົາເຈົ້າພະຍາຍາມທີ່ຈະຊັກ ຈູງ ໃຫ້ບັນດາຜູ້ລົງຄະແນນ ສຽງ ເຊື່ອວ່າບໍ່ມີ ໃຜເໝາະສົມສຳລັບ ວຽກງານດັ່ງກ່າວເທົ່າກັບຕົນເອງ. ອີກສັບປະດາໜຶ່ງຫຼັງຈາກ ວັນ ຈັນມື້ນີ້,​ ບັນດາຜູ້ລົງຄະແນນສຽງໃນລັດ Iowa ໃນທີ່ສຸດກໍຈະໄດ້ ຮັບໂອກາດ ທຳອິດ ທີ່ຈະເຮັດໃຫ້ການແຂ່ງຂັນ ມີຜົນທີ່ເປັນຮູບ ເປັນຮ່າງ.

ໃນວັນທີ 1 ກຸມພາ ການເລືອກຕັ້ງລັດ Iowa ຈະເລີ່ມຂະບວນການ ເຊິ່ງແຕ່ລະ ລັດຈະລົງຄະແນນສຽງ ເຊິ່ງນຳໄປສູ່ການເລືອກເອົາຜູ້ ລົງແຂ່ງຂັນ ຄົນໜຶ່ງຈາກ ພັກ ເດໂມແຄຣັດ ແລະ ຣີພັບບລີກັນ ຂອງພວກເຂົາເຈົ້າເຂົ້າໃນການ ແຂ່ງຂັນ ໃຫ້ເລືອກເປັນປະທານາທິບໍດີໃນເດືອນ ກໍລະກົດ.

ການຢັ່ງຫາງສຽງຄັ້ງຫຼ້າສຸດໄດ້ລະບຸວ່າ ອະດີດລັດຖະມົນຕີການຕ່າງ ປະເທດ ທ່ານນາງ Hilary Clinton ແມ່ນມີຄະແນນເກືອບເທົ່າກັບ ສະມາຊິກສະພາລັດ Vermont ທ່ານ Bernie Sander ສຳລັບລັດ Iowa. ແຕ່ສຳລັບອະດີດຜູ້ປົກ ຄອງລັດ Maryland ທ່ານ Martin O’mally ແມ່ນຍັງນຳຫຼັງຢູ່ຫ່າງໄກ.

ຟ່າຍພັກຣີພັບບລີກັນ, ເສດຖີພັນລ້ານ ທ່ານ Donald Trump ແລະ ສະມາຊິກ ສະພາລັດ Texas ທ່ານ Ted Cruz ແມ່ນນຳໜ້າຫ່າງໄກຈາກຜູ້ລົງແຂ່ງຂັນ ທັງໝົດ 12 ທ່ານ. ການຢັ່ງ ຫາງສຽງໃນສັບປະດາທີ່ຜ່ານມາໄດ້ເຮັດໃຫ້ທ່ານ Trump ນຳໜ້າໃນການແຂ່ງຂັນ.

ມັນມີຄວາມເປັນຫ່ວງໃນລະຫວ່າງພັກ ຣີພັບບລີກັນ ວ່າ ຖ້າຫາກທ່ານ Trump ບໍ່ໄດ້ຖືກເລືອກ ໃຫ້ເປັນຜູ້ທ້າຊິງຂອງພັກ, ທ່ານອາດຈະເຂົ້າແຂ່ງຫາສຽງແບບ ເປັນອີດສະລະ ແລະ ຈະນຳ ເອົາຜູ້ລົງຄະແນນສຽງເອົາພັກ ຣີພັບບລີກັນ ຈຳນວນ ຫຼວງຫຼາຍໄປຫາເພິ່ນ.

ແຕ່ວ່າມັນແມ່ນພັກ ເດໂມແຄຣັດ ຜູ້ທີ່ມີຄວາມເປັນໄປໄດ້ວ່າຈະປະເຊີນໜ້າກັບ ບັນຫາ, ດ້ວຍ ອະດີດເຈົ້າຄອງນະຄອນ ນິວຢອກ ທ່ານ Michael Bloomberg ກ່າວໃນສັບປະດາທີ່ຜ່ານມາ ວ່າ ທ່ານກຳລັງພິຈາລະນາວ່າຈະສະເໜີຊື່ຫາສຽງ ອິດສະຫຼະ ໃນການເລືອກຕັ້ງເດືອນພະຈິກ ປີນີ້.

ຜູ້ສະໜັບສະໜູນພັກ ເດໂມແຄຣັດ ທີ່ໄດ້ກາຍມາເປັນ ຣີພັບບລີກັນ ແລະ ໄດ້ ກາຍມາເປັນອິດ ສະລະ ມີທັດສະນະຄະຕີແບບເພື່ອແຜ່ ກ່ຽວກັບບັນຫາເຊັ່ນ ການຄວບຄຸມການໃຊ້ປືນ, ສິດທິ ໃນການແທ້ງລູກ ແລະ ການຍົກຍ້າຍຖິ່ນຖານ, ເຮັດໃຫ້ທ່ານຢູ່ໃນສາຍດຽວກັບສະມາ ຊິກພັກ ເດໂມແຄຣັດ.

ທ່ານນາງ Clinton ກ່າວວ່າ “ວິທີທີ່ຂ້າພະເຈົ້າໄດ້ອ່ານໃນສິ່ງທີ່ລາວໄດ້ເວົ້າ ກໍແມ່ນວ່າ ຖ້າ ຂ້າພະເຈົ້າບໍ່ໄດ້ຖືກເລືອກເອົາ, ທ່ານອາດຈະພິຈາລະນາລົງ ແຂ່ງຂັນ. ດັ່ງນັ້ນ, ຂ້າພະເຈົ້າ ກໍຈະເຮັດໃຫ້ລາວໂລ່ງໃຈ ແລະ ເຮັດໃຫ້ຖືກ ເລືອກເອົາ ດັ່ງນັ້ນລາວຈິ່ງບໍ່ຕ້ອງລົງແຂ່ງຂັນ.”

ທ່ານ Sander ໄດ້ສະແດງຄວາມບໍ່ພໍໃຈ ກ່ຽວກັບ ຄວາມເປັນໄປໄດ້ທີ່ຈະມີຜູ້ ແຂ່ງຂັນເອົາຕຳ ແໜ່ງປະທານາທິຜູ້ຮັ່ງມີອີກຄົນໜຶ່ງ.

ທ່ານ Bloomberg ກໍຄືທ່ານ Trump, ທ່ານເປັນມະຫາເສດຖີພັນລ້ານ, ຜູ້ທີ່ສ້າງລາຍໄດ້ຈາກ ສື່ມວນຊົນ.

XS
SM
MD
LG