ໃນຂະນະທີ່ການເລືອກຕັ້ງທົ່ວປະເທດຂອງຊາວອະເມຣິກັນ
ຍັງເຫຼືອເວລາ ອີກບໍ່ເທົ່າໃດມື້ຕໍ່ໜ້ານີ້ ປະທານາທິບໍດີສະຫະ
ລັດ ທ່ານ ບາຣັກ ໂອບາມາ ເລີ່ມທໍາການໂຄສະນາຫາສຽງຄືນ
ໃໝ່ອີກ ໃນວັນພະຫັດມື້ນີ້ ຫຼັງຈາກທ່ານໄດ້ໃຊ້ເວລາຫຼາຍມື້
ເພື່ອນໍາພາການຮັບມືຂອງລັດຖະບານກາງ ກັບລົມພາຍຸ
Sandy ທີ່ພັດຖະຫຼົ່ມແຄມຝັ່ງມະຫາສະມຸດອັດລັນຕິກ
ຂອງສະຫະລັດນັ້ນ.
ທ່ານໂອບາມາ ຈະເດີນທາງໄປຍັງລັດຕ່າງໆທີ່ເອີ້ນວ່າ ລັດທີ່ມີຄະແນນສູສີ ກັນນັ້ນ ເຊັ່ນລັດ Wisconsin, Nevada ແລະລັດ Colorado ຊຶ່ງ ທັງສາມລັດດັ່ງກ່າວນີ້ ອາດຈະເປັນລັດຕັດສິນຊີ້ຂາດຜົນການເລືອກຕັ້ງວ່າ ທ່ານໂອບາມາ ຫຼືທ່ານມິດ ຣອມນີ ຄູ່ແຂ່ງຈາກພັກຣີພັບບລີກັນຈະໄດ້ຮັບຄະແນນສຽງຂອງກໍາມະການເລືອກຕັ້ງລັດ ຫຼື Electoral Votes ຄົບຈໍາ ນວນ 270 ສຽງ ຈຶ່ງຈະໄດ້ເປັນຜູ້ຊະນະການເລືອກຕັ້ງໃນວັນອັງຄານໜ້ານີ້. ປະທານາທິບໍດີໂອບາມາ ໄດ້ໂຈະການໂຄສະນາຫາສຽງຂອງທ່ານໃນມື້ວັນຈັນຜ່ານມາ ຊຶ່ງເປັນມື້ທີ່ພາຍຸ Sandy ຖະຫຼົ່ມເຂດຊາຍຝັ່ງຂອງລັດ New Jersey ແລະໄດ້ສ້າງຄວາມເສຍຫາຍຢ່າງໜັກ ແກ່ນະຄອນນີວ ຢ໊ອກ. ນອກນີ້ແລ້ວ ທ່ານຣອມນີ ກໍໄດ້ໃຊ້ເວລາຫຼາຍມື້ໂຮມຊຸມນຸມເພື່ອປຸກລະດົມການບໍລິຈາກເງິນຊ່ວຍເຫຼືອຜູ້ປະສົບໄພຈາກພາຍຸ Sandy ດັ່ງກ່າວ.
ສ່ວນ ທ່ານ ໂອບາມາ ໄດ້ເດີນທາງໄປຍັງລັດ New Jersey ເມື່ອວັນພຸດວານນີ້ ເພື່ອກວດກາເບິ່ງຜົນເສຍຫາຍ ພ້ອມກັບທ່ານ Chris Christie ຜູ້ປົກຄອງລັດ New Jersey ສັງກັດພັກຣີພັບບລິກັນ ຜູ້ທີ່ໄດ້ ກ່າວຍ້ອງຍໍການຮັບມືກັບໄພພິບັດຂອງປະທານາທິບໍດີໂອບາມາເຖິງແມ່ນ ທ່ານເປັນຜູ້ສະໜັບສະໜຸນທ່ານ ມິດ ຣອມນີ ກໍຕາມ.
ໃນມື້ດຽວກັນ ຄືວັນພຸດວານນີ້ ທ່ານຣອມນີ ກໍໄດ້ຈັດການໂຮມຊຸມນຸມຂຶ້ນທີ່ລັດ Florida ຊຶ່ງເປັນການໂຄສະນາຫາສຽງຢ່າງເປັນທາງການເທື່ອທໍາອິດຂອງທ່ານ ນັບຕັ້ງແຕ່ພາຍຸ Sandy ໄດ້ພັດເຂົ້າຂຶ້ນຝັ່ງນັ້ນ ແຕ່ທ່ານຣອມນີ ກໍພະຍາຍາມຫຼີກລ່ຽງການກ່າວໂຈມຕີທ່ານໂອບາມາໂດຍກົງ.
ອະດີດຜູ້ປົກຄອງລັດ Massachusetts ໃນວັນພະຫັດມື້ນີ້ ຈະຈັດການໂຄສະນາຫາສຽງຂຶ້ນທີ່ລັດເວີຈີເນຍ ແລະລັດທີ່ສຳຄັນອື່ນໆ.
ປະທານາທິບໍດີໂອບາມາ ແລະທ່ານຣອມນີ ເກືອບວ່າມີຄະແນນສຽງທໍ່ໆກັນ ໃນການຢັ່ງຫາງສຽງທົ່ວປະເທດເມື່ອໄວໆມານີ້. ແຕ່ທ່ານໂອບາມາຍັງ ມີຄະແນນນຳໜ້າຢູ່ນ້ອຍນຶ່ງ
ໃນຢູ່ໃນຫຼາຍໆລັດທີ່ມີຄະແນນສຽງໃກ້ຄຽງກັນ.