ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ແທນລັດ ທີ່ເລືອກປະທານາທິບໍດີ ສຫລ ໃຫ້ການຢັ້ງຢືນ ແກ່ໄຊຊະນະຂອງທ່ານໄບເດັນ


ທ່ານ Paul Pate (ຊ້າຍ) ຫົວໜ້າຫ້ອງການຂອງລັດໂອໂອວາ ແລະທ່ານນາງ Kim Reynolds ຜູ້ປົກຄອງລັດດັ່ງກ່າວ ພາກັນນັບບັດລົງຄະແນນສຽງຂອງສະມາຊິກຜູ້ແທນລັດໃນວັນທີ 14 ທັນວາ, 2020
ທ່ານ Paul Pate (ຊ້າຍ) ຫົວໜ້າຫ້ອງການຂອງລັດໂອໂອວາ ແລະທ່ານນາງ Kim Reynolds ຜູ້ປົກຄອງລັດດັ່ງກ່າວ ພາກັນນັບບັດລົງຄະແນນສຽງຂອງສະມາຊິກຜູ້ແທນລັດໃນວັນທີ 14 ທັນວາ, 2020

ໂດຍມີການລົງຄະແນນສຽງຂອງຜູ້ແທນລັດໃນວັນຈັນວານນີ້, ພວກເພິ່ນໄດ້ລົງຄະແນນສຽງຢ່າງເປັນທາງການໃຫ້ແກ່ທ່ານໂຈ ໄບເດັນ ຫຼາຍກ່ວາ 270 ຄະ ແນນຂອງຜູ້ແທນ ໃນການເລືອກຕັ້ງທີ່ຕ້ອງການ ເພື່ອຢັ້ງຢືນໄຊຊະນະໃນການເລືອກຕັ້ງຂອງທ່ານ.

ໂດຍທີ່ໄດ້ຮັບຄະແນນສຽງຈາກຜູ້ແທນລັດ 4 ຄະແນນຂອງລັດຮາວາຍຊຶ່ງເປັນບ່ອນສຸດທ້າຍທີ່ຈະຖືກນັບ ທ່ານໄບເດັນແມ່ນໄດ້ 306 ສຽງຈາກຜູ້ແທນລັດ ເມື່ອທຽບກັບປະທານາທິບໍດີ ດໍໂນລ ທຣໍາທີ່ໄດ້ຮັບ 232 ສຽງ, ຊຶ່ງຖືວ່າເປັນຄະແນນສຽງທີ່ສູງເກີນຈາກຈໍານວນຄະແນນທີ່ກໍານົດວ່າຕ້ອງມີນັ້ນຫລາຍເພື່ອຈະໄດ້ຮັບຕຳແໜ່ງເປັນປະທານາທິບໍດີ.

ທ່ານ ໄບເດັນໄດ້ເປັນຜູ້ສໍາຄັນໃນພັກເດໂມແຄຣັດໃນເວທີການເມືອງຂອງສະ ຫະລັດມາເປັນເວລາເກືອບເຄິ່ງສະຕະວັດແລ້ວ, ແລະໄຊຊະນະໃນການໄດ້ຮັບຄະແນນຈາກຜູ້ແທນການເລືອກຕັ້ງຂອງທ່ານຈະເຮັດໃຫ້ທ່ານທຣໍາ ເປັນປະທາ ນາທິບໍດີສະຫະລັດຄົນທີ 5 ໃນປະຫວັດສາດ 244 ປີຂອງປະເທດ ທີ່ເສຍໄຊໃນການແຂ່ງຂັນໃຫ້ໄດ້ຮັບການເລືອກຕັ້ງຄືນໃໝ່ຫລັງຈາກໄດ້ດໍາລົງຕໍາແໜ່ງ 1 ສະໄໝຢູ່ໃນທໍານຽບຂາວ.

ການລົງຄະແນນສຽງຂອງຜູ້ແທນລັດແມ່ນທໍານຽມປົກກະຕິທີ່ມີຂຶ້ນໃນທຸກ 4 ປີຢູ່ໃນປະຕິທິນການເລືອກຕັ້ງປະທານາທິບໍດີສະຫະລັດ. ແຕ່ວ່ານັບຕັ້ງແຕ່ການລົງຄະແນນສຽງທົ່ວປະເທດໃນວັນທີ 3 ພະຈິກເປັນຕົ້ນມາ, ທ່ານ ທຣໍາ ໄດ້ອ້າງແລ້ວອ້າງອີກ ແບບບໍ່ມີຫຼັກຖານທີ່ໜ້າເຊື່ອຖືໄດ້ວ່າ ການລົງຄະແນນສຽງໃນບັນ ດາລັດທີ່ມີການຍາດແຍ່ງກັນທີ່ສຳຄັນທີ່ທ່ານໄດ້ເສຍໄຊໃຫ້ແກ່ທ່ານ ໄບເດັນນັ້ນວ່າ ຈຳນວນທີ່ແຕກຕ່າງກັນນັ້ນ ແມ່ນການສໍ້ໂກງທີ່ເຮັດໃຫ້ທ່ານເສຍໄຊໃນການເລືອກຕັ້ງຄືນໃໝ່.

ທ່ານ ທຣໍາ ແລະພັນທະມິດຂອງທ່ານໄດ້ເສຍໄຊໃນຫລາຍກວ່າ 50 ຄະດີຟ້ອງຮ້ອງ ໃນບັນດາລັດທີ່ມີການແຂ່ງຂັນດຸເດືອດ ເພື່ອຍາດເອົາຄະແນນສຽງການເລືອກຕັ້ງ.

ໂດຍປົກກະຕິແລ້ວ, ທຸກໆບັດລົງຄະແນນສຽງຂອງຜູ້ແທນ ໃນແຕ່ລະລັດແມ່ນຖືກບັນທຶກໄວ້ ໃຫ້ແກ່ຜູ້ທີ່ຊະນະທີ່ໄດ້ຮັບຄະແນນນິຍົມສູງສຸດໃນລັດນັ້ນ, ແຕ່ສອງລັດຄື ເນບຣັສກາ ແລະເມນ - ໄດ້ແບ່ງການໃຫ້ຄະແນນສຽງໂດຍອີງຕາມເຂດເລືອຕັ້ງລັດຖະສະພາ. ໃນປີນີ້, ທ່ານໄບເດັນ ໄດ້ຮັບຄະແນນ 1 ເພີ້ມຈາກຜູ້ແທນລັດ ໃນເນບຣັສກາ ໃນຂະນະທີ່ສູນເສຍຄະແນນສຽງຢູ່ທົ່ວລັດ ແລະທ່ານທຣໍາກໍໄດ້ຮັບແບບດຽວກັນ ໃນລັດເມນ.

ຜູ້ແທນລັດໃນທົ່ວສະຫະລັດແມ່ນເຈົ້າໜ້າທີ່ຈາກພັກການເມືອງ ຫລືຜູ້ນຳປະຊາ ຊົນທີ່ໄດ້ໃຫ້ສັນຍາວ່າຈະລົງຄະແນນສຽງຢູ່ໃນລັດຂອງຕົນເພື່ອເລືອກເອົາທ່ານ ໄບເດັນ ຫລືວ່າທ່ານທຣໍາ. ຜູ້ແທນລັດສອງທ່ານຈາກພັກເດໂມແຄຣັດ ສຳລັບທ່ານໄບເດັນ ໃນລັດນິວຢອກແມ່ນທ່ານນາງຮີລລາຣີ ຄລິນຕັນ, ອະດີດລັດຖະ ມົນຕີກະຊວງການຕ່າງປະເທດທີ່ໄດ້ເສຍໄຊໃນການເລືອກຕັ້ງປະທານາທິບໍດີປີ 2016 ໃຫ້ແກ່ທ່ານທຣໍານັ້ນ, ແລະສາມີຂອງທ່ານນາງຄືອະດີດປະທານາທິບໍດີບີລ ຄລິນຕັນ.

ທ່ານ ທຣໍາ ຍັງບໍ່ຢຸດການກ່າວໂຈມຕີຂອງຕົນຕໍ່ໄຊຊະນະຂອງທ່ານໄບເດັນຢູ່ໃນວັນອາທິດຜ່ານມາ, ໂດຍໄດ້ໂຕ້ຖຽງຢູ່ໃນທວີດເຕີ (Twitter) ວ່າ "ລັດທີ່ເປັນເຂດຍາດແຍ່ງທີ່ໄດ້ພົບເຫັນວ່າມີການສໍ້ໂກງຢ່າງໃຫຍ່ຂອງຜູ້ລົງຄະແນນສຽງນັ້ນ, ເຊິ່ງລັດທັງໝົດເຫລົ່ານັ້ນ, ແມ່ນບໍ່ສາມາດໃຫ້ການຢັ້ງຢືນຄະແນນສຽງເຫລົ່ານີ້ວ່າເປັນຄະແນນສົມບູນ ແລະຖືກຕ້ອງໄດ້ ໂດຍປາດສະຈາກການກໍ່ອາຊະຍາກໍາ ທີ່ສົມຄວນໄດ້ຮັບໂທດຢ່າງແຮງ." ທ່ານໄດ້ສົ່ງຂໍ້ຄວາມໃນທວີດເຕີຂອງທ່ານນັ້ນຄືນອີກເອົາເອງໃນຕອນເຊົ້າວັນຈັນວານນີ້ ຂະນະທີ່ການລົງຄະ ແນນສຽງຈາກຜູ້ແທນລັດໄດ້ເລີ່ມຕົ້ນຂຶ້ນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG