ບັນດາຜູ້ມີຄວາມຫວັງທີ່ຈະເປັນປະທານາທິບໍດີສະຫະລັດຂອງ
ພັກເດໂມແຄຣັດແລະຣີພັບບລິກັນ ໄດ້ໂຄສະນາຫາສຽງສະລັບ
ກັນໄປມາຢູ່ທີ່ລັດ Iowa ໃນວັນສຸກວານນີ້ ເພື່ອຮ້ອງຂໍ ໃນນາທີ
ສຸດທ້າຍຕໍ່ບັນດາຜູ້ມີສິດປ່ອນບັດແລະເພີ້ມທະວີໂຈມຕີຕໍ່ຄູ່ແຂ່ງ
ກ່ອນໜ້າການລົງຄະແນນສຽງ ທີ່ສຳຄັນ ຂອງລັດ ຊຶ່ງເປັນການ
ປ່ອນບັດເລືອກຕັ້ງບ່ອນທຳອິດຂອງປະເທດ ໃນການຄັດເລືອກ
ເອົາຜູ້ຕາງໜ້າຂອງພັກ.
ຍັງເວລາພຽງແຕ່ສາມມື້ ກ່ອນກອງປະຊຸມຄັດເລືອກຂອງພັກຢູ່
ທີ່ລັດ Iowa ການແຂ່ງຂັນທັງຂອງພັກເດໂມແຄຣັດ ແລະຣີພັບ
ບລິກັນປາກົດວ່າໄດ້ເພີ້ມທະວີຄວາມເຂັ້ມຂຸ້ນຂຶ້ນ. ເກືອບວ່າບັນ
ດາຜູ້ສະມັກທີ່ສຳ ຄັນໆໃນທັງສອງພັກ ໄດ້ຈັດການໂຄສະນາຫາສຽງແລະກ່າວຄຳປາໄສ
ຢູ່ທີ່ລັດ Iowa ຊຶ່ງເປັນລັດທີ່ສອກຫລີກໃນພາກກາງທາງຕາເວັນຕົກຂອງສະຫະລັດ.
ຜູ້ທີ່ຮູ້ກັນດີວ່າ ມີຄະແນນສຽງນຳໜ້າຂອງພັກຣີພັບບລິກັນ ໄດ້ແກ່ທ່ານ Donald Trump
ມະຫາເສດຖີອະສັງຫາລິມະຊັບ ໄດ້ເບິ່ງຂ້າມລັດ Iowa ໂດຍທຳການໂຄສະນາຫາສຽງຢູ່
ທີ່ລັດ New Hampshire ແທນ ຊຶ່ງຈະຈັດການຄັດເລືອກຜູ້ຕາງໜ້າຂອງພັກເປັນບ່ອນຕໍ່
ໄປຂອງປະເທດ ໃນວັນທີ 9 ເດືອນກຸມພາ.
ໃນການຖະແຫຼງ ຢູ່ບ່ອນໂຄສະນາຫາສຽງ ທີ່ເມືອງ Nashua ດາຣາໂທລະພາບໄດ້ກ່າວ
ປ້ອງກັນ ການຕັດສິນໃຈຂອງທ່ານ ທີ່ໄດ້ຖອນຕົວ ອອກຈາກການໂຕ້ວາທີ ຜູ້ສະມັກເປັນ
ປະທານາທິບໍດີພັກຣີພັບບລິກັນໃນວັນພະຫັດທີ່ຜ່ານມາຢູ່ໃນເມືອງ Des Moines ຫລັງ
ຈາກໄດ້ມີການໂຕ້ຖຽງກັນ ກັບເຈົ້າພາບຈັດການໂຕ້ວາທີຂອງໂທລະພາບ Fox.
ສ່ວນທ່ານ Cruz ສະມາຊິກສະພາສູງ ຈາກລັດ Texas ທີ່ມີຄະແນນນິຍົມ ເປັນທີ 2 ຮອງ
ລົງມາຈາກທ່ານ Trump ໃນການຢັ່ງສຽງຫົ່ວປະເທດ ໄດ້ໃຊ້ເວລາສ່ວນໃຫຍ່ຂອງວັນສຸກ
ວານນີ້ ພະຍາມທີ່ຈະປົວແປງ ໃນອັນທີ່ຜູ້ຊ່ຽວຊານເຫັນວ່າ ເປັນໜຶ່ງໃນການໂຕ້ວາທີ ທີ່ຂີ້
ຮ້າຍສຸດຂອງການເລືອກຕັ້ງຂັ້ນຕົ້ນ.
ການສະແດງໂຕ້ວາທີ ທີ່ບໍ່ໜັກແໜ້ນຂອງທ່ານ Cruz ແລະການບໍ່ໄປປາກົດໂຕຂອງທ່ານ
Trump ໄດ້ເຮັດໃຫ້ບໍ່ເປັນທີ່ແນ່ນອນ ກ່ຽວກັບວ່າ ໃຜຈະນຳໜ້າໝູ່ ເວລາສະມາຊິກພັກຣີ
ພັບບລີກັນ ປະຊຸມຄັດເລືອກເອົາຜູ້ຕາງໜ້າຂອງພັກ ໃນແລງວັນຈັນຈະມານີ້. ອີງຕາມອົງ
ການ RealClearPolitics ແລ້ວການຢັ່ງຫາງສຽງໂດຍສະເລ່ຍທ່ານ Trump ຍັງຄົງຄອງ
ຄວາມເປັນທີໜຶ່ງ ໂດຍໄດ້ຮັບຄະແນນສຽງ ປະມານ 31 ເປີີເຊັນ ປຽບທຽບໃສ່ທ່ານ Cruz
ທີ່ໄດ້ຮັບ 25 ເປີເຊັນ. ຢູ່ໃນອັນດັບສາມ ໄດ້ແກ່ສະມາຊິກສະພາສູງ Marco Rubio ທີ່ໄດ້
ຮັບປະມານ 14 ເປີເຊັນ.