ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Cruz ກັບ ທ່ານ Trump ແບ່ງປັນ ກັນຄົນລະສອງລັດ ໃນການແຂ່ງຂັນຫາຄະແນນສຽງ ເປັນປະທານາທິບໍດີ ສຫລ

ແຖວເທິງຈາກຊ້າຍ ສະມາຊິກສະພາສູງ ຈາກລັດເທັກສັສ ທ່ານ Ted Cruz, ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton, ແຖວລຸ່ມ ຈາກຊ້າຍ ສະມາຊິກສະພາສູງ ຈາກລັດ ເວີມັນ ທ່ານ Bernie Sanders ແລະນັກທຸລະກິດ ທ່ານ Donald Trump ທັງໝົດນີ້ ໄດ້ຮັບໄຊຊະນະ ການເລືອກຕັ້ງ ຂັ້ນຕົ້ນ ປະທານາທິບໍດີ ໃນວັນເສົາຜ່ານມາ, ວັນທີ 5 ມີນາ 2016.

ຫ້າລັດ ຢູ່ໃນສະຫະລັດ ໄດ້ຈັດການເລືອກຕັ້ງຂັ້ນຕົ້ນ ແລະການ
ເລືອກຕັ້ງກອງປະຊຸມພັກ ໃນວັນເສົາວານນີ້ ເພື່ອຈະເລືອກເອົາ
ຜູ້ທີ່ຄວນຈະເປັນຕົວແທນຂອງ ພັກເດໂມແຄຣັດ ແລະ ພັກຣີພັບ
ບລີກັນ ໃນການແຂ່ງຂັນເປັນປະທານາທິບໍດີ ຂອງປະເທດ ຄົນ
ຕໍ່ໄປ.

ພັກຣີພັບບລີກັນ ມີການເລືອກຕັ້ງດັ່ງກ່າວ ຢູ່ໃນ 4 ລັດ ໂດຍຜູ້ນຳ
ໜ້າໝູ່ ທ່ານ Donald Trump ຊະນະ ໃນສອງລັດ ຄື Louisiana
ແລະ Kentucky ແລະ ສະມາຊິກສະພາສູງ ທ່ານ Ted Cruz
ຊະນະ ໃນອີກສອງລັດ ຄື Maine ແລະ Kansas. ສ່ວນສະມາຊິກ
ສະພາສູງ ທ່ານ Marco Rubio ແລະ ຜູ້ປົກຄອງລັດ Ohio ທ່ານ
John Kasich ນຳຫລັງມາ ໃນທັງ 4 ລັດ.

US Primaries
please wait
Embed

No media source currently available

0:00 0:02:18 0:00

ແທ້ຈິງແລ້ວ ທ່ານ Cruz ໄດ້ຮັບເອົາຜູ້ແທນຫຼາຍຂຶ້ນ ກວ່າ ທ່ານ Trump ໃນວັນເສົາວານນີ້
ແຕ່ທ່ານ Trump ຍັງນຳໜ້າຢູ່ ໂດຍໄດ້ຮັບຜູ້ແທນ 378 ທ່ານ ຕິດຕາມມາດ້ວຍ ທ່ານ Cruz ໂດຍມີ 295 ທ່ານ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກ ຣີພັບບລີກັນ, ສະມາຊິກສະພາສູງ ທ່ານ Marco Rubio ຈາກລັດຟໍລີດາ, ຈັບມືກັບບັນດາຜູ້ສະໜັບສະໜູນ ໃນການໂຮມຊູມນຸມ ໃນເທດສະບານ Toa Baja, ຂອງເກາະ Puerto Rico, ວັນທີ 5 ມີນາ 2016.

ສ່ວນຝ່າຍພັກເດໂມແຄຣັດນັ້ນ ສະມາຊິກສະພາສູງທ່ານ Bernie Sanders ໄດ້ຮັບໄຊ
ຊະນະ ການເລືອກຕັ້ງກອງປະຊຸມພັກ ທີ່ລັດ Kansas ແລະ Nebraska ໃນຂະນະທີ່
ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton ໄດ້ຊະນະ ທ່ານ Sanders
ຢ່າງຖ້ວມລົ້ນ ໃນການເລືອກຕັ້ງຂັ້ນຕົ້ນ ທີ່ລັດ Louisiana.

ທ່ານນາງ Clinton ແທ້ຈິງແລ້ວ ໄດ້ຮັບເອົາຜູ້ແທນ ຫຼາຍກວ່າ ທ່ານ Sanders ແລະ ຍັງ
ຄົງນຳໜ້າຫຼາຍຢູ່ ໃນການນັບຈຳນວນຂອງຜູ້ແທນ ໂດຍມີຜູ້ແທນ 1,121​ ທ່ານແລ້ວ ເມື່ອ
ປຽບທຽບກັບ ທ່ານ Sanders ທີ່ມີ 479 ທ່ານ.

Political Cartoons Thrive in Heated US Presidential Campaign
please wait

No media source currently available

0:00 0:03:05 0:00

XS
SM
MD
LG