ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Obama ແລະ ທ່ານ Romney ກຽມໂຕ້ວາທີກັນອີກ ໃນວັນອັງຄານມື້ອື່ນ


ປະທານາທິບໍດີ Barack Obama ແລະ ທ່ານ Mitt Romney ຈັບມືກັນ ຫລັງຈາກການໂຕ້ວາທີ ຄັ້ງທໍາອິດ ທີ່ນະຄອນເດັນເວີ ລັດໂຄໂລຣາໂດ ເມື່ອວັນທີ 3 ຕຸລາ 2012.
ປະທານາທິບໍດີ Barack Obama ແລະ ທ່ານ Mitt Romney ຈັບມືກັນ ຫລັງຈາກການໂຕ້ວາທີ ຄັ້ງທໍາອິດ ທີ່ນະຄອນເດັນເວີ ລັດໂຄໂລຣາໂດ ເມື່ອວັນທີ 3 ຕຸລາ 2012.
ໜ່ວຍໂຄສະນາ​ຫາ​ສຽງ​ຂອງ ​ປະທານາທິບໍດີ Barack
Obama ​ແລະ​ຄູ່​ແຂ່ງ​ຂອງ​ທ່ານ ຄື ທ່ານ Mitt Romney ຕ່າງ​
ກໍ​ພາກັນ​ສະ​ແດງ​ຄວາມໝັ້ນ​ໃຈ​ ​ໃນ​ຄວາ​ມສ​າມາດຂອງ​ຜູ້​ສະ
ມັກ​ເລືອກ​ຕັ້ງ​ຂອງ​ຕົນ ​ທີ່​ຈະ​ສະ​ເໜີ​ຂໍ້​ໂຕ້​ແຍ້​ງທີ່​ໜັກ​ແໜ້ນໜ້າ​
ເຊື່ອ​ຖື​ທີ່​ສຸດຂອງ​ຕົນ ຕໍ່ປະຊາ​ຊົນອາ​ເມຣິກັນ ​ໃນ​ກາ​ນໂຕ້​ວາທີ​
ໃນ​ວັນ​ອັງ​ຄານ​ມື້​ອື່ນນີ້ ຊຶ່ງ​ຈະ​ເປັນຄັ້ງ​ທີ່​ສອງ​ຂອງ​ການ​ປະຊັນ
​ໜ້າ​ກັນສາມ​ຄັ້ງທາງໂທລະພາບ ທີ່​ຈະຖ່​າຍທອດ​ໄປ​ທົ່ວ​ປະ​ເທດ.


ເມື່ອເກືອບ​ສອງ​ອາທິດ​ກ່ອນ​ໜ້າ​ນີ້ ທ່ານ Obama ປະທານາ
ທິບໍດີ​ສັງກັດພັກເດ​ໂມ​ແຄຣທທີ່​ຢູ່​ໃນຕໍາ​ແໜ່ງ ​ໄດ້​ທໍາ​ການ​ໂຕ້
​ວາທີ ​ແບບ​ທີ່​ແມ່ນ​ແຕ່ບັນດາ​ຜູ້​ສະໜັບສະໜູນທ່ານຢ່າງ​ແຮງ​
ກ້າ​ນັ້ນ ກໍ​ເຫັນ​ວ່າ​ ອ່ອນ​ແອ ບໍ່​ແຂງ​ຂັນແລະ​ບໍ່​ໜ້າຈັບ​ໃຈ ​ແຕກຕ່າງ​ຈາກທ່າທີ​ອັນ​ແຂງ​ຂັນ ໜັກ​ແໜ້ນ ​ແລະ​ເບິ່ງ​ຄື​ວ່າ ​ມີ​ກາ​ນ​ເຝິກຊ້ອມ​ມາ​ເປັນ​ຢ່າງດີ ຂອງ​ອະດີດຜູ້​ປົກຄອງ​ລັດແມສຊາ​ຈູ​ແຊ​ສ ທ່ານ Romney ຜູ້​ສະມັກ​ຂອງ​ພັກຣີພັບ​ບລິກັນ.

ທ່ານ David Axelrod ທີ່​ປຶ​ກສາ​ອາວຸໂສຂອງ​ໜ່ວຍໂຄສະນາ​ຫາ​ສຽງ​ຂອງທ່ານ Obama ກ່າວ​ວ່າ ການ​ປະ​ເຊີນ​ໜ້າ​ກັນ​ຢູ່​ນະຄອນ New York ​ໃນ​ວັນ​ອັງຄານມື້​ອື່ນ​ນີ້ ຈະ​ໃຫ້​ໂອ​ກາດ​ທ່ານປະທານາທິບໍດີ ໄດ້ ແກ້​ໂຕ​ແລະ​ສະ​ເໜີ​ຂໍ້​ໂຕ້​ແຍ້​ງຂອງ​ທ່ານ​ໃຫ້​ດີ​ຂື້ນ​ ກ່ຽວ​ກັບ​ວ່າ​ເປັນ​ຫຍັງ ທ່ານ​ຈຶ່ງ​ສົມຄວນ​ໄດ້​ຖືກເລືອກຄືນ​ໃໜ່ອີກນັ້ນ. ທ່ານ Axelrod ​ໄດ້​ມີ​ຄວາມ​ເຫັນ​ດັ່ງກ່າວ ​ຢູ່​ໃນ​ລາຍການ​ໂທລະ​ພາບຂ່າວ​ວັນ​ອາທິດ ຂອງ​ໂທລະພາບ​ຊ່ອງ Fox News ຂອງສະຫະລັດ.

ສ່ວນ ທ່ານ Ed Gillespie ທີ່ປຶກສາ​ອາວຸ​ໂສ​ຂອງ ທ່ານ Mitt Romney ກໍກ່າວ​ວ່າ ອະດີດ​ ຜູ້​ປົກຄອງ​ລັດ ຈະ​ສືບ​ຕໍ່​ການ​ນໍາ​ສະ​ເໜີສານ ທີ່​ຖືກຕ້ອງ​ສອດຄ່ອງ​ກັບ​ຄວາມ​ເຫັນ​ຂອງ​ປະຊາຊົນ​ອາ​ເມຣິກັນ.

ນັບ​ຕັ້ງ​ແຕ່ການ​ໂຕ້​ວາທີ​ຄັ້ງ​ທໍາ​ອິດ ​ເມື່ອ​ຕົ້ນ​ເດືອນ​ນີ້ ​ທ່ານ​ໂອ​ບາ​ມາ​ໄດ້​ເຫັນ​ວ່າ ຄະ​ແນ​ນ
ສຽງ​ນໍາໜ້າ​ຂອງ​ທ່ານ​ໃນ​ການ​ຢັ່ງ​ຫາງ​ສຽ​ງຂອງ​ມະຫາ ຊົນ​ນັ້ນ ​ຫາຍຈາງໄປ ​ແລະ ທ່ານ Romney ​ກໍໄດ້ພົບ​ວ່າ ​ຝຸງຊົນ​ທີ່​ມາຟັງ​ທ່ານ​ໂ​ຄສະ​ນາ​ຫາ​ສຽງ​ນັ້ນ ມີ​ຫລາຍ​ຂຶ້ນ ​ແລະ​ມີ​ຄວາມຕື່ນ​ເຕັ້ນ​ ​ກະຕືລື​ລົ້ນ​ນໍ​າທ່ານ ຫລາຍ​ກ່ວາ​ແຕ່​ກ່ອນ.
XS
SM
MD
LG