ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳ ໂທ​ລະ​ສັບ ຫາ ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ເພື່ອ​ສະ​ແດງເຖິງ 'ຄວາມ​​ສາ​ມັກ​ຄີ​ພ້ອມ​ພຽງ​ກັນ'


ພາຍນີ້ ຖ່າຍ​ໃນ​ວັນ​ທີ 18 ຕຸ​ລາ 2019 ສະ​ແດງ​ໃຫ້​ເຫັນ ລົດ​ກະ​​ ບະ ທີ່​ນຳ​ໃຊ້​ໂດຍ​ພວກ​ມື​ປືນຄ້າ​ຢາ​ເສບ​ຕິດ ​​ຖືກ​ໄຟເ​ຜົາ​ໃໝ້ ຫຼັງ​ຈາກ​ເກີດ​ການ​ຍິງ​ຕອບ​ໂຕ້​ກັນກັບ​ກຳ​ລຮັກ​ສາ​ຄວາມ​ສະ​ຫງົບ ໃນ​ເມືອງ​ Culiacan, Mexico.
ພາຍນີ້ ຖ່າຍ​ໃນ​ວັນ​ທີ 18 ຕຸ​ລາ 2019 ສະ​ແດງ​ໃຫ້​ເຫັນ ລົດ​ກະ​​ ບະ ທີ່​ນຳ​ໃຊ້​ໂດຍ​ພວກ​ມື​ປືນຄ້າ​ຢາ​ເສບ​ຕິດ ​​ຖືກ​ໄຟເ​ຜົາ​ໃໝ້ ຫຼັງ​ຈາກ​ເກີດ​ການ​ຍິງ​ຕອບ​ໂຕ້​ກັນກັບ​ກຳ​ລຮັກ​ສາ​ຄວາມ​ສະ​ຫງົບ ໃນ​ເມືອງ​ Culiacan, Mexico.

ປະ​ທາ​ນາ​ທິ​ບໍ​ດີ ອານ​ເດ​ຣ​ສ໌ ແມນ​ນູ​ແອ​ລ ໂລ​ເປັສ ໂອບ​ຣາ​ດໍ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້ ວ່າ ຄູ່​ຕຳ​ແໜ່ງ​ຂອງ​ທ່ານ ຈາກ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ​ ທ​ຣຳ ໄດ້​ໂທ​ລະ​ສັບ​ຫາ​ທ່ານ ເພື່ອ​ສະ​ແດງອອກ​ເຖິງ “ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ” ຫຼັງ​ຈາກ ມີ​ການ​ພະ​ຍາ​ຍາມ​ຈັບ​ກຸມ ລູກ​ຊາຍຂອງ​ຣາ​ຊາ​ຄ້າ​ຢາ​ເສບ​ຕິດ ທີ່​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ​ຂະ​ໜາດ​ໃຫຍ່ ​ໃນເມືອງ ຄູ​ລ​ລີ​ອາ​ຄານ (Culliacan) ຢູ່ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ.

ພວກມື​ປືນ​ແກັ່ງ​ອັນ​ຕະ​ພານ ​ໄດ້​ປິດ​ລ້ອມເຈົ້າ​ໜ້າ​ທີ່​ຕຳຫຼວດ 35 ຄົນ ແລະ​ ​ ກຳ​ລັງ​ຮັກ​ສາ​ດິນ​ແດນ ຈຳ​ນວນ​ນຶ່ງ ໃນ​ວັນ​ພະ​ຫັດ​ຜ່ານ​ມາ ຢູ່​ໃນເມືອງຫຼວງ ຂອງ​ລັດ​ຊີ​ນາ​ລາວ ແລະ​ກົດ​ດັນ​ໃຫ້​ພວກ​ເຂົາ​ເຈົ້າ ປ່ອຍ​ຕົວ ທ້າວ​ໂອ​ວີ​ດີ​ໂອ ກູ​ສ​ມານ ​ຊຶ່ງ​ເປັນ​ລູກ​ຊາຍ​ຜູ້ນຶ່ງ ໃນ​ຈຳ​ນວນ 12 ຄົນ ຂອງ​ເຈົ້າ​ພໍ່​ຄ້າ​ຢາ​ເສບ​ຕິດ ທ້າວ ຮົວ​ຄີນ “ແອ​ລ ຊາບ​ໂປ” ​ກູ​ສ​ມານ ທີ່​ໄດ້​ຖືກ​ຄຸມ​ຂັງຢູ່ນັ້ນ ຫຼັ​ງ​ຈາກທີ່​ຜູ້​ກ່ຽວ​ໄດ້​ຖືກ​ຄວບ​ຄຸມ​ຕົວໄວ້​ບໍ່​ດົນ ຈຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ຍິງ​ຕອບ​ໂຕ້​ກັນ​ຢ່າງ​ແພ່ຫຼາຍ ແລະ​ມີ​ການ​ແຮກ​ຄຸກ​ເກີດ​ຂຶ້ນ ທີ່​ໄດ້​ເຮັດ​ໃຫ້​ປ​ະ​ຊາ​ຊົນ​ໃນ​ປະ​ເທດ​ຕື່ນ​ຕົກ​ໃຈ.

ປະ​ທາ​ນາ​ທິ​ບໍ​ດີ ໂລ​ເປັ​ສ ໂອບ​ຣາ​ດໍ ໄດ້​ກ່າວ​ໃນ​ທວີດ​ເຕີ້​ວ່າ “ຂ້າ​ພະ​ເຈົ້າ ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ປະ​ທານ​າ​ທິ​ບໍ​ດີ ທ​ຣຳ ທີ່​ສະ​ແດງ​ອອກ​ເຖິງ ຄວາມ​ສາ​ມັກ​ຄີ​ພ້ອມ​ພຽງ​ກັນ ຂອງ​ທ່ານ ຫຼັງ​ຈາກ​ມີ​ເຫດ​ການ​ຕ່າງໆ ຢູ່​ໃນ​ເມືອງ ຄູ​ລ​ລີ​ອາ​ຄານ (Culliacan). ຂ້າ​ພະ​ເຈົ້າ ຂອບ​ອົກ​ຂອບ​ໃຈ​ທ່ານ ໃນ​ການ​ໃຫ້​ຄວາມ​ເຄົາ​ລົບ​ນັບ​ຖື ອະ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ ແລະ ຄວາມ​ຕັ້ງ​ອົກ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ຈະ​ຮັກ​ສາ​ໄວ້ ຊຶ່ງ​ການ​ພັດ​ທະ​ນາ ແລະ ຄວາມ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Mexico's president, Andres Manuel Lopez Obrador, said on Saturday his U.S. counterpartDonald Trump called him to express his "solidarity" following an
attempt to arrest a drug kingpin's son that prompted a wave ofviolence in the northwestern city of Culiacan.
Cartel gunmen surrounded about 35 police and national guardson Thursday in the capital of Sinaloa state and made them free Ovidio Guzman, one of jailed drug lord Joaquin "El Chapo" Guzman's dozen or so children, after his brief detention set off widespread gun battles and a jailbreak that stunned the
country.
"I received a call from President Trump expressing his solidarity following the events in Culiacan. I thank you forrespecting our sovereignty and your willingness to maintain a policy of being good neighbors, based on cooperation for the development and welfare of our peoples," Lopez Obrador said on Twitter.

XS
SM
MD
LG