ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານາທິບໍດີໄບເດັນ ກ່າວຄຳປາໄສ ຕໍ່ທະຫານອາເມຣິກັນ ປະຈຳການຢູ່ອັງກິດ


ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ແລະສະຕຣີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ໄດ້ເດີນທາງໂດຍແອຟອສວັນ ທີ່ສະໜາມບິນຄອນວອລ, ໃກ້ກັບເມືອງນິວເຄວ, ປະເທດອັງກິດ ກ່ອນກອງປະຊຸມສຸດຍອດ ກຸ່ມ G-7 ໃນແຫຼມຄອນວອລ, ວັນທີ 10 ມິຖຸນາ ປີ 2021.
ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ແລະສະຕຣີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ໄດ້ເດີນທາງໂດຍແອຟອສວັນ ທີ່ສະໜາມບິນຄອນວອລ, ໃກ້ກັບເມືອງນິວເຄວ, ປະເທດອັງກິດ ກ່ອນກອງປະຊຸມສຸດຍອດ ກຸ່ມ G-7 ໃນແຫຼມຄອນວອລ, ວັນທີ 10 ມິຖຸນາ ປີ 2021.

ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ (Joe Biden) ແລະສະຕຣີໝາຍເລກນຶ່ງ ທ່ານນາງ ຈິລ ໄບເດັນ (Jill Biden) ໄດ້ເດີນທາງເຖິງເມືອງນິວເຄວ (Newquay), ເຂດແຫຼມຄອນວອລ (Cornwall) ໃນຕອນແລງ ວັນພຸດວານນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ G-7, ເຊິ່ງຈະເລີ້ມຂຶ້ນໃນວັນສຸກນີ້,

ທ່ານໄບເດັນ ໄດ້ເລີ້ມຕົ້ນການຢ້ຽມຢາມສະຫະຣາຊະອານາຈັກຂອງທ່ານ ເມື່ອ ວັັນພຸດວານນີ້ ໂດຍກ່າວຄຳປາໄສຕໍ່ກອງທະຫານສະຫະລັດ ປະຈໍາການ ທີ່ຖານທັບອາກາດ ມິລເດັນຮໍ (Mildenhall) ໃນເມືອງ ຊັຟຟອກຄ໌ (Suffolk). ຖານທັບແຫ່ງນີ້ ຖືກໃຊ້ໂດຍສະເພາະທະຫານອາເມຣິກັນ ແລະເປັນທີ່ຕັ້ງຂອງໜ່ວຍເຕີມນໍ້າມັນທາງອາກາດທີ 100 ຂອງກອງທັບອາກາດສະຫະລັດ.

“ຂອບໃຈ, ເຮົາເປັນໜີ້ບຸນຄຸນພວກທ່ານ ເຮົາພູມໃຈໃນໂຕພວກທ່ານຫລາຍ,” ທ່ານໄບເດັນກ່າວ, ບໍ່ມີສິ່ງໃດທຽບເທົ່ າຕໍ່ການເສຍສະຫລະສໍາລັບພວກເຂົາເຈົ້າແລະຄອບຄົວ. “ພວກທ່ານຄືກະດູກສັນຫລັງເຫລັກຂອງສະຫະລັດ,” ທ່ານ ໄບເດັນກ່າວ. “ທ່ານບໍ່ແມ່ນແຕ່ພຽງນັກລົບ, ທ່ານຄືພະນັກງານການທູດແລະຜູ້ສ້າງສາຍສໍາພັນເຊື່ອມຕໍ່.”

ທ່ານໄບເດັນຍັງໄດ້ກ່າວເຖິງວະລະການຂອງການປະຊຸມສຸດຍອດຂອງກຸ່ມ G-7 ອົງການ NATO ແລະສະຫະພາບຢູໂຣບ ໃນອີກບໍ່ເທົ່າໃດມື້ຂ້າງໜ້າ ລວມເຖິງການພົບປະກັບປະທານາທິບໍດີຣັດເຊຍ ທ່ານ ວລາດິເມຍ ປູຕິນ (Vladimir Putin) ໃນອາທິດໜ້ານີ້.

“ຂ້າພະເຈົ້າຈະບອກ ທ່ານປູຕິນ ແມ່ນຫຍັງທີ່ຂ້າພະເຈົ້າຈະບອກລາວ,” ທ່ານໄບເດັນກ່າວ. “ຂ້າພະເຈົ້າຈະບອກລາວເຖິງຜົນກະທົບທີ່ຈະຕາມມາສໍາລັບການລະເມີດອໍານາດອະທິປະໄຕ ຂອງລະບອບປະຊາທິປະໄຕໃນສະຫະລັດ, ຢູໂຣບ ແລະໃນແຫ່ງອື່ນໆ.”

ທ່ານປະທານາທິບໍດີໄດ້ເນັ້ນຢໍ້າໃນຄວາມເຊື່ອໝັ້ນຂອງທ່ານວ່າ ປະຊາທິປະໄຕຂອງໂລກບໍ່ພຽງແຕ່ຈະໝັ້ນຄົງ, ແຕ່ຈະຈະເລີນກ້າວໜ້າຂຶ້ນໄປ.

“ເຮົາຕ້ອງທໍາລາຍຄວາມຄິດຂອງຜູ້ທີ່ເຊື່ອວ່າ ຍຸກຂອງປະຊາທິປະໄຕໄດ້ສິ້ນສຸດລົງແລ້ວ, ດັ່ງທີ່ປະເທດເພື່ອນບ້ານບາງປະເທດຂອງເຮົາເຊື່ອ,” ທ່ານປະທານາ ທິບໍດີໄດ້ກ່າວ ໂດຍອະທິບາຍວ່າ ເຖິງແມ່ນວ່າສິ່ງຕ່າງໆຈະປ່ຽນແປງຢ່າງວ່ອງ ໄວ ແຕ່ປະຊາທິປະໄຕຍັງສາມາດລວມໂຕກັນ ເພື່ອບັນລຸຄວາມເປັນເອກະພາບ ແລະຕອບໂຕ້ຕໍ່ພວກຜະເດັດການ.

ທ່ານນາງສະຕຣີໝາຍເລກນຶ່ງ ກ່າວຕໍ່ໜ້າທ່ານໄບເດັນ, ໂດຍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫລະສະມາຊິກທະຫານ. ເຊິ່ງປັດຈຸບັນທ່ານນາງໄດ້ເປີດສູນຈອຍນິງ ຟອຊ (Joining Forces) ອີກຄັ້ງ ເຊິ່ງເປັນສູນທີ່ສະໜັບສະໜຸນສໍາລັບກອງທະຫານອາເມຣິກັນ.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG