ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ຈະແຕ່ງຕັ້ງ ທ.ນ. ຟັດຈ໌ ເປັນລັດຖະມົນຕີ ກ.ຊ. ພັດທະນາທີ່ຢູ່ອາໄສ ແລະ ທ. ວິລແຊັກ ປັນລັດຖະມົນຕີ ກ.ຊ. ກະສິກໍາ


ຜູ້ທີ່ຄາດວ່າຈະຖືກເລືອກເປັນ ປະທານາທິບໍດີ ສະຫະລັດ ຄົນໃໝ່ທ່ານ ໂຈ ໄບເດັນ ກ່າວຄຳປາໄສໃນລະຫວ່າງງານນຶ່ງ ຢູ່ໂຮງລະຄອນ The Queen, ນະຄອນ ວິລມິງຕັນ, ລັດ ເດລາແວ. 8 ທັນວາ, 2020.
ຜູ້ທີ່ຄາດວ່າຈະຖືກເລືອກເປັນ ປະທານາທິບໍດີ ສະຫະລັດ ຄົນໃໝ່ທ່ານ ໂຈ ໄບເດັນ ກ່າວຄຳປາໄສໃນລະຫວ່າງງານນຶ່ງ ຢູ່ໂຮງລະຄອນ The Queen, ນະຄອນ ວິລມິງຕັນ, ລັດ ເດລາແວ. 8 ທັນວາ, 2020.

ສື່ມວນຊົນ ສະຫະລັດ ທັງຫຼາຍໄດ້ເວົ້າວ່າ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະ ລັດ ຄົນໃໝ່ທ່ານ ໂຈ ໄບເດັນ ຈະສະເໜີຊື່ສະມາຊິກສະພາຕໍ່າສັງກັດພັກເດໂມແຄຣັດ ທ່ານນາງ ມາເຊຍ ຟັດຈ໌ ເປັນຫົວໜ້າກະຊວງການພັດທະນາທີ່ຢູ່ອາໄສ ແລະ ຜັງເມືອງ.

ທ່ານ ໄບເດັນ ຍັງຈະສະເໜີຊື່ທ່ານ ທອມ ວິລແຊັກ ເປັນຫົວໜ້າກະຊວງກະສິກຳ, ເປັນວຽກງານທີ່ທ່ານໄດ້ກຳ 8 ປີພາຍໃຕ້ອະດີດປະທານາທິບໍດີ ບາຣັກ ໂອບາມາ, ສຳລັບທ່ານ ໄບເດັນ ຜູ້ທີ່ໄດ້ເປັນຮອງປະທານາທິບໍດີ. ທ່ານ ວິລແຊັກ ກໍຍັງເປັນອະດີດຜູ້ປົກຄອງລັດ ໄອໂອວາ ທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງ, ເຊິ່ງແມ່ນນຶ່ງໃນລັດກະສິກຳທີ່ສຳຄັນຂອງປະເທດ.

ບັນດາຜູ້ສະໜັບສະໜູນທ່ານນາງ ຟັດຈ໌, ອະດີດສະມາຊິກສະພາລັດ ໂອໄຮໂອ, ລວມທັງມາຊິກສະພາຕໍ່າລັດ ຄາໂຣໄລນາໃຕ້ ທ່ານ ເຈັມສ໌ ຄລາຍເບີນ, ຜູ້ທີ່ໄດ້ມີບົດບາດທີ່ສຳຄັນໃນການຊ່ວຍ ເຫຼືອທ່ານ ໄບເດັນ ໄດ້ຮັບການສະເໜີຊື່ເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມແຄຮັດນັ້ນ, ໄດ້ຮຽກຮ້ອງຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີຄົນໃໝ່ ໃຫ້ສະເໜີຊື່ທ່ານນາງເປັນລັດ ຖະມົນຕີ ກະຊວງກະສິກຳ, ໂດຍອ້າງເຖິງຈຸດເພັ່ງເລັງຂອງທ່ານນາງທີ່ຈະຫຼຸດຜ່ອນຄວາມອຶດຫິວ ໃນຖານະເປັນສະມາຊິກຂອງຄະນະກຳມະການກະສິກຳສະພາຕໍ່າ.

ແຕ່ແຫຼ່ງຂ່າວຕ່າງໆເວົ້າວ່າທ່ານ ໄບເດັນ ໄດ້ເລືອກກທ່ານນາງ ຟັດຈ໌ ສຳລັບຕຳແໜ່ງລັດຖະມົນຕີການພັດທະນາທີ່ຢູ່ອາໄສ ແລະຜັງເມືອງຍ້ອນວ່າທ່ານນາງໄດ້ ເປັນຜູ້ສະໜັບສະໜູນການລົງທຶນສ້າງທີ່ຢູ່ອາໄສ ແລະ ພື້ນຖານໂຄງລ່າງທີ່ມີລາຄາບໍ່ແພງ.

ທ່ານນາງ ຟັດຈ໌ ແມ່ນຄົນອາເມຣິກັນ ເຊື້ອສາຍອາຟຣິກາຄົນທີສອງທີ່ຖືກແຕ່ງຕັ້ງໃນຄະນະລັດ ຖະບານຂອງທ່ານ ໄບເດັນ, ລຸນຫຼັງການຕັດສິນໃຈຂອງທ່ານ ໄບເດັນ ໃນວັນຈັນທີ່ຜ່ານມາ ເພື່ອແຕ່ງ ຕັ້ງນາຍພົນກອງທັບບົກທີ່ອອກບຳນານ ແລ້ວ ທ່ານ ລອຍດ໌ ອອສຕິນ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ. ຜູ້ທີ່ຈະເປັນປະທານາທິບໍດີຄົນໃໝ່ດັ່ງກ່າວ ໄດ້ຖືກກົດດັນຫຼາຍຂຶ້ນໂດຍກຸ່ມສະ ໜັບສະໜູນຈາກກຸ່ມຊົນສ່ວນນ້ອຍ ເພື່ອໃຫ້ປະຕິບັດຕາມຄຳສັນຍາການໂຄສະນາຫາສຽງຂອງທ່ານ ສຳລັບຄວາມຫຼາກຫຼາຍທາງດ້ານເຊື້ອຊາດ ແລະຊົນເຜົ່າຢູ່ໃນຄະນະລັດຖະບານຂອງທ່ານ ໂດຍປະກອບມີຄົນຜິວດຳ, ອາເມຣິກາລາຕິນ ແລະ ເອເຊຍ.

ທ່ານ ໄບເດັນ ແລະ ຜູ້ທີ່ຄາດວ່າຈະຖືກເລືອກເປັນຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮ ຣິສ, ຜູ້ທີ່ຈະກາຍເປັນແມ່ຍິງຄົນທຳອິດ, ທີ່ເປັນຄົນ ອາເມຣິກັນ ເຊື້ອສາຍອາຟຣິກາ ແລະ ເອເຊຍ ທີ່ຈະດຳລົງຕຳແໜ່ງດັ່ງກ່າວ, ໄດ້ພົບປະກັບ ບັນດາຜູ້ນຳສິດທິພົນລະເຮືອນຄົນຜິວດຳໃນນະຄອນ ວິລມິງຕັນ ລັດ ເດລາແວ, ເພື່ອປຶກສາຫາລື ກ່ຽວກັບ ການເລືອກຄະນະລັດຖະບານຂອງທ່ານ. ບັນ ດານັກເຄື່ອນໄຫວຫຼາຍຄົນໄດ້ຮຽກຮ້ອງທ່ານ ໄບເດັນ ໃຫ້ສະເໜີຊື່ຄົນຜິວດຳເປັນໄອຍະການສູງ ສຸດ, ແຕ່ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ປາກົດວ່າກຳລັງພິຈາລະນາສະມາຊິກສະ ພາສູງສັງກັດພັກເດໂມແຄຣັດ ທ່ານ ດັກ ໂຈນສ໌ ຈາກລັດ ອາລາບາມາ, ຜູ້ທີ່ໄດ້ຜ່າຍແພ້ການພະ ຍາຍາມ ເລືອກຕັ້ງຄືນໃນການເລືອກຕັ້ງທົ່ວໄປຂອງເດືອນທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG