ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ສະຫະລັດ ຮຽກຮ້ອງ ໃຫ້ຫ້າມໃຊ້ອາວຸດເຄິ່ງອັດຕະໂນມັດ ຫຼັງຈາກການຍິງກັນ ຢູ່ລັດ ໂຄໂລຣາໂດ


ດອກໄມ້ຖືກວາງໄວ້ຢູ່ເທິງຮົ້ວຢູ່ໃກ້ກັບສະຖານທີ່ຈອດລົດ ບ່ອນທີ່ການຍິງສັງຫານໝູ່ໄດ້ເກີດຂຶ້ນຢູ່ຕະຫຼາດ ຄິງ ຊູບເປີສ໌, 23 ມີນາ, 2021, in Boulder, Colo. (AP Photo/David Zalubowski)
ດອກໄມ້ຖືກວາງໄວ້ຢູ່ເທິງຮົ້ວຢູ່ໃກ້ກັບສະຖານທີ່ຈອດລົດ ບ່ອນທີ່ການຍິງສັງຫານໝູ່ໄດ້ເກີດຂຶ້ນຢູ່ຕະຫຼາດ ຄິງ ຊູບເປີສ໌, 23 ມີນາ, 2021, in Boulder, Colo. (AP Photo/David Zalubowski)

ໃນວັນອັງຄານວານນີ້ ປະທານາທິບໍດີ ໂຈ ໄບເດັນ ໄດ້ຮຽກຮ້ອງໃຫ້ມີການຫ້າມໃຊ້ອາວຸດເຄິ່ງອັດ ຕະໂນມັດ ລຸນຫຼັງການຍິງກັນຢູ່ເມືອງ ບູລເດີ ລັດ ໂຄໂລຣາໂດ, ທີ່ໄດ້ເຮັດໃຫ້ 10 ຄົນເສຍຊີວິດ ລວມທັງຕຳຫຼວດຄົນນຶ່ງ.

ໃນການກ່າວຄຳປາໄສຈາກທຳນຽບຂາວນັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຈຳເປັນຕ້ອງຖ້ານຶ່ງນາທີ, ບໍ່ຕ້ອງເວົ້າເຖິງເລີຍນຶ່ງຊົ່ວໂມງ, ເພື່ອເອົາບາດກ້າວທີ່ມີສາມັນສຳນຶກ ເພື່ອຊ່ວຍຊີວິດຂອງປະຊາຊົນ.”

ທ່ານໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາຕໍ່າ ແລະ ສະພາສູງເພື່ອດຳເນີນການ.

ທ່ານ ໄບເດັນ ໄດ້ກ່າວວ່າ “ພວກເຮົາສາມາດຫ້າມອາວຸດເຄິ່ງອັດຕະໂນມັດ ແລະ ຊອງລູກປືນທີ່ບັນຈຸໄດ້ຫຼາຍລູກ” ໂດຍກ່າວຢໍ້າວ່າທ່ານໄດ້ເຮັດວຽກໃນກົດໝາຍນິຕິບັນຍັດທີ່ຄ້າຍຄືກັນ ໃນເວລາທີ່ທ່ານໄດ້ເປັນສະມາຊິກສະພາສູງ ແລະ ປະທານຂອງຄະນະກຳມະການຕຸລາການສະພາສູງ. ກົດໝາຍທີ່ວ່ານັ້ນໄດ້ຖືກຮັບຜ່ານໃນປີ 1994 ແຕ່ໄດ້ຖືກອະນຸຍາດໃຫ້ໝົດອາຍຸ 10 ປີຕໍ່ມາ.

ທ່ານ ໄບເດັນ ຍັງໄດ້ຮຽກຮ້ອງສະພາສູງໃຫ້ຮັບຜ່ານມາດຕະການທີ່ຖືກຮັບຜ່ານໂດຍສະພາຕໍ່າແລ້ວ ທີ່ຈະປິດຊ່ອງຫວ່າງໃນກົດໝາຍທີ່ຮຽກຮ້ອງໃຫ້ທຳການສືບປະຫວັດ ກ່ຽວກັບ ການຊື້ປືນ.

ຄະນະກຳມະການຕຸລາການສະພາສູງໃນວັນອັງຄານວານນີ້ໄດ້ຈັດການໃຫ້ການ, ເຊິ່ງເປັນການໃຫ້ການຄັ້ງທຳອິດຂອງຫຼາຍຄັ້ງ ເພື່ອປຶກສາຫາລື ກ່ຽວກັບ ການ ຫຼຸດຜ່ອນຄວາມຮຸນແຮງຈາກການໃຊ້ປືນ.

ທ່ານ ໄບເດັນ ໄດ້ກ່າວວ່າທ່ານຂໍສະແດງຄວາມເສຍໃຈກັບຜູ້ລອດຊີວິດ ແລະ ຄອບຄົວຂອງຜູ້ເຄາະຮ້າຍຈາກການຍິງກັນຢູ່ເມືອງ ບູລເດີ.

ບັນດາເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາຕໍ່ທ້າວ ອາມັດ ອາລ ອາລີວີ ອາຍຸ 21 ປີ ດ້ວຍການຄາດຕະກຳ 10 ກະທົງ ທີ່ເຊື່ອມໂຍງກັບການຍິງກັນຢູ່ຕະຫຼາດ ບູລເດີ ໃນວັນຈັນທີ່ຜ່ານມາ. ລາວມີກຳນົດທີ່ຈະຂຶ້ນສານ ໃນວັນພະຫັດມື້ອື່ນ.

ບັນດານັກສືບສວນສອບສວນບໍ່ໄດ້ເປີດເຜີຍແຮງຈູງໃຈສຳລັບການຍິງກັນດັ່ງກ່າວ. ບັນດາເຈົ້າ ໜ້າທີ່ໄດ້ກ່າວໃນວັນອັງຄານວານນີ້ວ່າ ທ້າວ ອາລີວີ ໄດ້ຊື້ອາວຸດເຄິ່ງອັດຕະໂນມັດ 6 ວັນກ່ອນການໂຈມຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG