ໃນກອງປະຊຸມຖະແຫລງຂ່າວຄັ້ງທໍາອິດຂອງທ່ານສຳລັບປີ 2022 ນັ້ນ ໃນວັນ ພຸດວານນີ້ ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນໄດ້ຮັບຮູ້ວ່າ ການດໍາ ລົງຕໍາແໜ່ງປີທໍາອິດຂອງທ່ານ ແມ່ນມີສິ່ງທ້າທາຍຫລາຍຢ່າງ ເຊັ່ນຄວາມເຄັ່ງ ຕຶງທີ່ເພີ່ມຂຶ້ນ ລະຫວ່າງຣັດເຊຍແລະຢູເຄຣນ ແລະການລະບາດຢ່າງໜັກຂອງ ໄວຣັສໂຄໂຣນາ ພ້ອມທັງມີຄວາມກ້າວຫນ້າອັນໃຫຍ່ຫຼວງ.
ໃນການກ່າວຄຳເຫັນທີ່ທຳນຽບຂາວ ເນື່ອງໃນວັນຄົບຮອບ 1 ປີ ທີ່ທ່ານໄດ້ຂຶ້ນ ດຳລົງຕຳແໜ່ງນັ້ນ, ທ່ານໄບເດັນ ໄດ້ເລີ່ມຕົ້ນ ໂດຍການກ່າວເຖິງຜົນສຳເລັດ ບາງຢ່າງທີ່ລັດຖະບານຂອງທ່ານໄດ້ເຫັນໃນປີຜ່ານມາ. ແຕ່ເມື່ອທ່ານໄດ້ຮັບຄຳຖາມຈາກນັກບັນດາອົງການຂ່າວຂອງທຳນຽບຂາວ, ຫລາຍອັນແມ່ນກ່ຽວຂ້ອງກັບຄວາມເຄັ່ງຕຶງ ທີ່ເພີ່ມຂຶ້ນກັບຣັດເຊຍ ແລະການເພີ້ມກຳລັງທະຫານຢູ່ຕາມ ຊາຍແດນກັບຢູເຄຣນ.
ທ່ານໄບເດັນກ່າວວ່າ ທ່ານບໍ່ເຊື່ອວ່າ ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ຢາກໃຫ້ມີສົງຄາມທີ່ເກີດຂຶ້ນຢ່າງເຕັມສ່ວນໃນຢູເຄຣນ.
"ຂ້າພະເຈົ້າຍັງບໍ່ຮູ້ແນ່ວ່າ ທ່ານມີຄວາມແນ່ໃຈວ່າທ່ານຢາກເຮັດຫຍັງ," ນັ້ນຄືຄໍາເວົ້າຂອງໄບເດັນ, ທ່ານກ່າວຕໍ່ໄປວ່າ, "ຕາມການຄາດເດົາຂອງຂ້າພະເຈົ້າກໍ ແມ່ນວ່າ ທ່ານຈະບຸກເຂົ້າໄປຢູ່ໃນຫັ້ນຕິ."
ຢ່າງໃດກໍຕາມ ທ່ານໄບເດັນເຕືອນວ່າ ຖ້າທ່ານປູຕິນກ້າວໄປຂ້າງຫນ້າໃນການ ດໍາເນີນການທາງທະຫານ ທ່ານຈະຕ້ອງໄດ້ຮັບ "ຜົນເສຍຫາຍຢ່າງຫລວງ ຫລາຍ."
ຄຳເຫັນຂອງທ່ານໄບເດັນກ່ຽວກັບຣັດເຊຍແລະຢູເຄຣນມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເຄັນໄດ້ໄປຢ້ຽມຢາມກີຢິບ.
ທ່ານປະທານາທິບໍດີຍັງກ່າວອີກວ່າ ການພົບປະກັບຄູ່ຕຳແໜ່ງຣັດເຊຍຂອງທ່ານແມ່ນ "ອາດເປັນໄປໄດ້."
ທ່ານກ່າວວ່າ "ສິ່ງທີ່ຂ້າພະເຈົ້າມີຄວາມເປັນຫ່ວງກໍຄື ສະພາບການນີ້ອາດຮ້າຍແຮງຂຶ້ນ ຈົນຄວບຄຸມບໍ່ໄຫວ, ມັນຈະກາຍເປັນເລື້ອງຄວບຄຸມບໍ່ໄຫວໄດ້ງ່າຍຫລາຍ, ເພາະວ່າ ... ຊາຍແດນຂອງຢູເຄຣນ ແລະສິ່ງທີ່ຣັດເຊຍອາດຈະເຮັດ ຫຼື ຈະບໍ່ເຮັດ." "ຂ້າພະເຈົ້າຫວັງວ່າທ່ານວລາດິເມຍ ປູຕິນເຂົ້າໃຈວ່າ ທ່ານບໍ່ມີ ຄວາມສາມາດພໍທີ່ຈະເຮັດສົງຄາມນິວເຄລຍໄດ້ຢ່າງເຕັມທີ່, ທ່ານບໍ່ໄດ້ຢູ່ໃນຕໍາ ແຫນ່ງທີ່ດີທີ່ຈະຄອບຄອງໂລກ."
ສ່ວນພາຍໃນປະເທດນັ້ນ, ທ່ານ ໄບເດັນ ໄດ້ອ້າງເຖິງຄວາມສຳເລັດຂອງປີ ທຳອິດແຫ່ງການດຳລົງຕຳແໜ່ງຂອງທ່ານໃນຖານະເປັນປະທານາທິບໍດີ ວ່າມີ ຄົນອາເມຣິກັນໃນຈຳນວນເພີ່ມຂຶ້ນທີ່ໄດ້ຮັບການສັກຢາປ້ອງກັນ COVID-19 ເຊິ່ງເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນານັ້ນ. ທ່ານຍັງໄດ້ໃຫ້ຂໍ້ສັງເກດວ່າ ຈຳ ນວນຊາວອາເມຣິກັນຫວ່າງງານ ໄດ້ຫຼຸດລົງຢ່າງຫຼວງຫຼາຍ.
ເບິ່ງວີດິໂອກ່ຽວກັບການສາບານຕົວເຂົ້າຮັບຕຳແໜ່ງຂອງທ່ານໄບເດັນ (ຖ່າຍທຳໂດຍ Patsy Widakuswara)