ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂຈ ໄບເດັນ ໃຫ້ການຄໍ້າປະກັນ ຕໍ່ປະທານາທິບໍດີຢູເຄຣນ ໃນການສືບຕໍ່ ໃຫ້ຄວາມສະໜັບສະໜຸນຂອງສະຫະລັດ


ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສະກີ ໄດ້ຮັບການຕ້ອນຮັບ ທີ່ທໍານຽບ 5 ແຈ, ໃນ ອາລິງຕັນ, ລັດເວີຈິເນຍ.
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສະກີ ໄດ້ຮັບການຕ້ອນຮັບ ທີ່ທໍານຽບ 5 ແຈ, ໃນ ອາລິງຕັນ, ລັດເວີຈິເນຍ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃຫ້ການຄ້ຳປະກັນຕໍ່ປະທານາທິ ບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສະກີ (Volodymyr Zelenskiy) ໃນການພົບປະຢູ່ທີ່ທໍານຽບຂາວໃນວັນພຸດວານນີ້ວ່າ ສະຫະລັດຍັງຄົງ “ມີຄວາມ
ໝັ້ນໝາຍອັນໜັກແໜ້ນຕໍ່ອະທິປະໄຕຂອງຢູເຄຣນ ທ່າມກາງການປະເຊີນໜ້າກັບການຮຸກຮານຂອງຣັດເຊຍ” ຢູ່ໃນພາກຕາເວັນອອກຂອງປະເທດດັ່ງກ່າວ.

ດ້ວຍເຫດນີ້, ທໍານຽບຂາວຈຶ່ງປະກາດໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ອໍານາດອະທິປະໄຕຂອງຢູເຄຣນ ໃນການໂຕ້ແຍ້ງກ່ຽວກັບແຫຼມໄຄຣເມຍ, ເຊິ່ງມົສກູໄດ້ປະກາດຢຶດເອົາ ແຕ່ພຽງຝ່າຍດຽວ ໃນປີ 2014, ອັນກໍ່ໃຫ້ເກີດຄວາມຂັດແຍ້ງ ລະຫວ່າງປະເທດທີ່ຕັ້ງຢູ່ໃກ້ຄຽງທັງສອງ.

“ສະຫະລັດບໍ່ເຫັນດີ ແລະຈະບໍ່ຮັບຮູ້ ໃນການປະກາດ ຢຶດເອົາແຫລມໄຄຣເມຍຂອງຣັດເຊຍ, ແລະຢືນຢັນອີກຄັ້ງເຖິງການສະໜັບສະໜຸນຢ່າງເຕັມທີ່ໃນຄວາມພະຍາຍາມຂອງນານາຊາດ, ເຊິ່ງລວມເຖິງໃນຮູບແບບ ຂອງນໍມັງດີ, ໂດຍມຸ່ງເປົ້າໄປທີ່ການເຈລະຈາເພື່ອແກ້ໄຂຂໍ້ຂັດແຍ້ງທາງການທູດສໍາລັບບັນຫາຂັດແຍ້ງທີ່ນໍາໂດຍຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນ ບົນພື້ນຖານກົດໝາຍລະ ຫວ່າງປະເທດ, ອັນລວມເຖິງກົດບັດສະຫະປະຊາຊາດນໍາດ້ວຍ,” ທໍານຽບຂາວກ່າວຢູ່ໃນຖະແຫລງການ ຫລັງການພົບປະດັ່ງກ່າວ.

ນອກນັ້ນ ສະຫະລັດຍັງໄດ້ປະກາດການຊ່ວຍເຫລືອໃໝ່ດ້ານຄວາມໝັ້ນຄົງ 60 ລ້ານໂດລາ, ເຊິ່ງລວມເຖິງລະບົບຈະຫຼວດຕໍ່ຕ້ານລົດຫຸ້ມເກາະ ແລະອາວຸດໃນການປ້ອງກັນອື່ນໆ ທີ່ອັນຕະລາຍຮ້າຍແຮງ ແລະບໍ່ຮ້າຍແຮງ.

ຜູ້ນໍາທັງສອງຍັງໄດ້ປຶກສາຫາລືກ່ຽວກັບນະໂຍບາຍພະລັງງານ ແລະສະພາບອາ ກາດ, ຄວາມພະຍາຍາມຕໍ່ຕ້ານໃນການທຸຈະລິດໃນປະເທດຢູເຄຣນ, ຄວາມມຸ້ງມາດປາດຖະໜາຂອງຢູເຄຣນໃນການເຂົ້າເປັນສະມາຊິກຂອງອົງການ NATO, ແລະທໍ່ສົ່ງອາຍແກັສ ນອຣ໌ດ ສະຕຣີມ 2 ລະຫວ່າງຣັດເຊຍ ແລະຢູໂຣບ, ເຊິ່ງ ຢູເຄຣນຄັດຄ້ານບໍ່ເຫັນດີ.

“ສະຫະລັດ ແລະຢູເຄຣນຍັງຄົງຕໍ່ຕ້ານ ທໍ່ແກັສນອຣ໌ດ ສະຕຣີມ 2, ເຊິ່ງພວກເຮົາມອງເຫັນວ່າເປັນການຄຸກຄາມຕໍ່ຄວາມໝັ້ນຄົງດ້ານພະລັງງານຂອງຢູໂຣບ,” ທໍານຽບຂາວກ່າວໃນຖະແຫລງການ.

ທ່ານນາງ ໂອລກາ ໂອລິເກີ (Olga Oliker), ຜູ້ອໍານວຍການເຂດຢູໂຣບແລະ ເອເຊຍກາງ ຈາກກຸ່ມສຸກເສີນນານາຊາດ, ກ່າວຕໍ່ VOA ໂດຍຜ່ານທາງສະໄກປ໌ຈາກ ນະຄອນບຣັສເຊລສ໌ ວ່າ ທ່າທີທີ່ສໍາຄັນຂອງການຢ້ຽມຢາມບໍ່ໄດ້ເວົ້າເຖິງຫົວຂໍ້ທີ່ຍາກຢູ່ເທິງໂຕະ.

“ປະເດັນທັງໝົດທີ່ນີ້ແມ່ນເຕັມໄປດ້ວຍບັນຫາ ແລະຄວາມຫຍຸ້ງຍາກ,” ທ່ານນາງກ່າວ. “ມັນບໍ່ມີອັນໃດທີ່ງ່າຍຢູ່ນະທີ່ນີ້. ຢູເຄຣນຕ້ອງການຄໍາໝັ້ນສັນຍາທີ່ຫລາຍກວ່ານີ້ໃນການສະໜັບສະໜຸນ ຫລາຍກວ່າທີ່ຈະໄດ້ຮັບ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG