ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຕຽມນຳສົ່ງ ພວກນັກໂທດ ອອກຈາກ ອ່າວ Guantanamo ຂອງຄິວບາ ຕື່ມອີກ


ອາລຸນວັນໃໝ່ ຢູ່ທີ່ຄ້າຍຊື່ວ່າ X-Ray, ບັດນີ້ໄດ້ຖືກປິດລົງ ແລ້ວ ຊຶ່ງເຄີຍໃຊ້ເປັນສະຖານທີ່ຄຸມຂັງ ພວກຜູ້ຕ້ອງສົງໄສ ຫົວຮຸນແຮງ ທີ່ຖືກຈັບ ຫຼັງຈາກການໂຈມຕີ ໃນວັນທີ 11 ກັນຍາ ຢູ່ທີ່ຖານທັບເຮືອ ໃນອ່າວ Guantanamo ຂອງຄິວບາ.
ອາລຸນວັນໃໝ່ ຢູ່ທີ່ຄ້າຍຊື່ວ່າ X-Ray, ບັດນີ້ໄດ້ຖືກປິດລົງ ແລ້ວ ຊຶ່ງເຄີຍໃຊ້ເປັນສະຖານທີ່ຄຸມຂັງ ພວກຜູ້ຕ້ອງສົງໄສ ຫົວຮຸນແຮງ ທີ່ຖືກຈັບ ຫຼັງຈາກການໂຈມຕີ ໃນວັນທີ 11 ກັນຍາ ຢູ່ທີ່ຖານທັບເຮືອ ໃນອ່າວ Guantanamo ຂອງຄິວບາ.

ບັນດາເຈົ້າໜ້າທີ່ ທະຫານສະຫະລັດ ໄດ້ແຈ້ງໃຫ້ ລັດຖະສະພາ
ຊາບວ່າ ພວກເຂົາເຈົ້າວາງແຜນ ທີ່ຈະຍົກຍ້າຍ ພວກນັກໂທດ
ຫຼາຍກວ່າສິບຄົນ ຈາກສະຖານທີ່ຄຸມຂັງພວກກໍ່ການຮ້າຍ ຢູ່ທີ່
ຖານທັບເຮືອ ໃນອ່າວ Guantanamo ຂອງຄິວບາ.

ບັນດາເຈົ້າໜ້າທີ່ດັ່ງກ່າວ ທີ່ໂອ້ລົມກັບອົງການຂ່າວຕ່າງໆ ​ໂດຍ
ທີ່ບໍ່ປະສົງອອກຊື່ ກ່າວວ່າ ຢ່າງນ້ອຍ ມີສອງປະເທດ ໄດ້ຕົກລົງ
ທີ່ຈະຮັບເອົາພວກທີ່ຖືກຄຸມຂັງເຫຼົ່ານັ້ນ. ຜູ້ຖືກຄຸມຂັງຄົນນຶ່ງ ມີ​ກຳ
ນົດທີ່ຈະຖືກສົ່ງໄປ ແມ່ນ ທ້າວ Tariq Ba Odah ອາຍຸ 37 ປີ
ເປັນຊາວເຢເມັນ ຜູ້ທີ່ໄດ້ຖືກບັງຄັບໃຫ້ກິນອາຫານທຸກມື້ ນັບຕັ້ງແຕ່ ໄດ້ເລີ້ມຕົ້ນການ
ປະທ້ວງ ບໍ່ຍອມກິນເຂົ້າ ເມື່ອປີ 2007. ຕອນນີ້ ລາວມີນ້ຳໜັກ ພຽງ 33 ກິໂລ ຊຶ່ງ​ຜູ້ກ່ຽວ​
ໄດ້ສູນເສຍ ນ້ຳໜັກປະມານເຄິ່ງນຶ່ງ ຂອງນ້ຳໜັກດັ່ງເດີມຂອງ​ລາວ.

ທ້າວ Ba Odah ​ແມ່ນນຶ່ງ ໃນຈຳນວນພວກ​ນັກ​ໂທດ 91 ຄົນ ທີ່ຍັງຖືກຄຸມຂັງ ຢູ່ທີ່
Guantanamo ຊຶ່ງໄດ້ຖືກເປີດຂຶ້ນ ​ໃນ​ສະ​ໄໝ​ການປົກຄອງ ຂອງອະດີດປະທານາທິບໍດີ
George W. Bush ເພື່ອຄຸມຂັງ ຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ຖືກຈັບໄດ້ ໃນປາງສົງຄາມ
ຕໍ່ຕ້ານການກໍ່ການຮ້າຍ ທີ່ນຳພາໂດຍສະຫະລັດ ໃນອັຟການິສຖານ. ປະມານ 37 ຄົນ
ຈາກພວກທີ່ຖືກຄຸມຂັງເຫຼົ່ານັ້ນ ໄດ້ຮັບ​ການ​ອະນຸມັດ ໃຫ້​ໄປຕັ້ງຖິ່ນຖ່ານໃໝ່ ໃນປະເທດ
ທີສາມ ທີ່ລວມທັງ ທ້າວ Ba Odah ພ້ອມ.

ການຍົກຍ້າຍນັກ​ໂທດ​ຜູ້ທຳອິດ ອາດມີຂຶ້ນ ພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້ ​ແລະ​ສ່ວນ​ທີ່ເຫລືອ
ຈະມີຂຶ້ນ ໃນລະຫວ່າງ ສອງສາມສັບປະດາ ທີ່ຈະມາເຖິງນີ້.

Guantanamo Bay Prison
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG