ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກຽມຮັບມືກັບສະຖານະການສຸກເສີນຕ່າງໆ ທ່າມກາງຄວາມເຄັ່ງຕຶງລະຫວ່າງ ຣັດເຊຍ ແລະຢູເຄຣນ


ພາບຖ່າຍທາງດາວທຽມ ທີ່ຖ່າຍເມື່ອວັນທີ 1 ພະຈິກ 2021, ແລະຖືກເຜີຍແຜ່ໂດຍ Maxar Technologies ສະແດງໃຫ້ເຫັນວ່າ ມີການວາງກໍາລັງ ໃນພາກພື້ນດິນຂະໜາດໃຫຍ່ ໃກ້ກັບເມືອງເຢລນ໌ຍາ, ຂົງເຂດ ສະໂມເລັນສ, ປະເທດຣັດເຊຍ, ປະມານ 260 ກິໂລແມັດ ທາງເໜືອຊາຍແດນ ຂອງຢູເຄຣນ.
ພາບຖ່າຍທາງດາວທຽມ ທີ່ຖ່າຍເມື່ອວັນທີ 1 ພະຈິກ 2021, ແລະຖືກເຜີຍແຜ່ໂດຍ Maxar Technologies ສະແດງໃຫ້ເຫັນວ່າ ມີການວາງກໍາລັງ ໃນພາກພື້ນດິນຂະໜາດໃຫຍ່ ໃກ້ກັບເມືອງເຢລນ໌ຍາ, ຂົງເຂດ ສະໂມເລັນສ, ປະເທດຣັດເຊຍ, ປະມານ 260 ກິໂລແມັດ ທາງເໜືອຊາຍແດນ ຂອງຢູເຄຣນ.

ສະ​ຫະ​ລັດ​ແລະ​ພັນ​ທະ​ມິດ​ໃນ​ຢູ​ໂຣບ ວາງ​ແຜນ​ເພື່ອ​ຮັບ​ມື “ກັບ​ເຫດ​ການ​ສຸກ​ເສີນຈຳ​ນວນ​ນຶ່ງ ທີ່​ອາດ​ຈະ​ເກີດ​ຂຶ້ນ” ໂດຍ​ຢ້ານ​ວ່າ​ມົ​ສ​ກູ ຈະ​ສະ​ແດງ​ການ​ຂົ່ມ​ຂູ່​ດ້ວຍ​ກຳ​ລັງ ຫຼາຍ​ໄປ​ກວ່າ​ການ​ຂົ່ມ​ຂູ່​ດ້ວຍ​ຄວາມ​ເວົ້າ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຫຼາຍໆ​ຄົນ ໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ກ່າວ​ເຖິງ ​ຢູ່​ຕະ​ຫຼອດ​ມາ ກ່ຽວ​ກັບ “ກິດ​ຈະ​ກຳ​ທາງ​ທະ​ຫານ​ແບບ​ຜິດ​ປົກ​ກະ​ຕິ” ຂອງ​ຣັດ​ເຊຍ ຢູ່​ຕາມເຂດຊາຍ​ແດນ​ຂອງຢູ​ເຄ​ຣນ ພ້ອມ​ທັງ​ຄຳ​ເວົ້າແບບ​ແຂງ​ກ້າວ​ຂອງ​ມົ​ສ​ກູໂດຍ​ຢືນ​ຢັດ​ວ່າ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນໃນ​ຂັ້ນ​ຕໍ່​ໄປ ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງວໍ​ຊິງ​ຕັນ​ຕໍ່​ກີ​ຢິບແມ່ນ​ຍັງ “ແຂງຂັນ​ຄື​ເກົ່າ.”

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ຄົນ​ນຶ່ງກ່າວ​ຕໍ່​ວີ​ໂອ​ເອ​ໂດຍ​ຂໍ​ສະ​ຫງວນ​ຊື່​ກ່ຽວກັບ​ເລື້ອງ​ທີ່​ມີຄວາມ​ຫຼໍ່​ແຫຼມ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ສະຫະ​ລັດເຕັມ​ໃຈ​ທີ່​ຈະ​ໃຊ້​ເຄື່ອງ​ມື​ຈຳ​ນວນ​ນຶ່ງ ເພື່ອ​ແກ້​ໄຂ​ການ​ກະ​ທຳ​ທີ່​ເປັນ​ອັນ​ຕະລາຍ​ຂອງ​ຣັດ​ເຊຍ ແລະ​ພວກ​ເຮົາ​ກໍ​ຈະ​ບໍ່​ລັງ​ເລ​ໃຈທີ່​ຈະ​ນຳ​ໃຊ້​ເຄື່ອງ​ມື​ອື່ນໆ​ໃນ​ອະນາ​ຄົດ​ຕໍ່​ໜ້າ.”

ເຈົ້າ​ໜ້າ​ທີ່​ຄົນ​ນີ້ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ໄດ້​ຮຽກ​ຮ້ອງ​ໃຫ້​ມົ​ສ​ກູຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ, ບາດ​ກ້າວ​ທີ່​ຈຳ​ເປັນ​ອັນ​ທຳ​ອິດກໍ​ຄື​ຟື້ນ​ຟູ​ກາ​ນ​ຢຸດ​ຍິງໃນ​ການ​ກໍ່​ຄວາມ​ຮຸນ​ແຮງລະ​ດັບ​ຕ່ຳ ທີ່​ບັນ​ລຸ​ກັນ​ໃນ​ເດືອນ​ກໍ​ລະ​ກົດ​ປີ 2020.”

ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ ໂຄ​ສົກ​ຂອງ​ກະ​ຊວງ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ກ່ຽວ​ກັບ​ການ​ທີ່ວໍ​ຊິ​ງ​ຕັນ​ໄດ້​ປຶກ​ສາ​ຫາ​ລື​ກັບ​ພັນ​ທະ​ມິດ​ໃນ​ຢູໂຣບ ແລະ​ກັບ​ຢູ​ເຄ​ຣນ ແມ່ນ​ພວມ​ດຳ​ເນີນ​ຢູ່​ຕໍ່​ໄປ​ໃນ​ເວ​ລານີ້.

“ພວກ​ເຮົາ​ໄດ້​ແບ່ງ​ປັນ​ຂໍ້​ມູນ, ພວກ​ເຮົາ​ໄດ້​ແບ່ງ​ປັນ​ຂ່າວກອງ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ຊຶ່ງ​ໄດ້​ກ່າວ​ເຖິງ​ການ​ເຈ​ລະ​ຈາ​ນັ້ນ​ວ່າ: ແມ່ນ​ລົງ​ເລິກ. “ພວກ​ເຮົາ​ໄດ້​ກະ​ກຽມ ແລະ​ກຳ​ລັງ​ກະ​ກຽມ​ສຳ​ລັບ​ແຜນ​ການ​ສຸກ​ເສີນ​ຈຳ​ນວນ​ນຶ່ງ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ທຳ​ນຽບ​ຂາວແລະ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມີ​ຂຶ້ນ​ບໍ່​ເທົ່າໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ນາຍ​ພົນ​ທີ່​ອະ​ວຸ​ໂສ​ສຸດ​ຂອງ​ສະ​ຫະ​ລັດ ​ປະ​ທານເສ​ນາ​ທິ​ການ​ຮ່ວມ ມາກ ມິ​ລ​ລີ ໄດ້​ໂອ້​ລົມ​ໂດຍ​ທາງ​ໂທ​ລະ​ສັບ​ກັບ​ຄູ່​ຕຳ​ແໜ່ງຝ່າຍ​ຣັດ​ເຊຍ.

ທຳ​ນຽບ​ຫ້າ​ແຈ ​ກ່າວຢູ່​ໃນ​ຖະ​ແຫຼງ​ການ​ວ່າ ນາຍ​ພົນ​ທັງ​ສອງ “ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ຫຼາຍໆ​ບັນ​ຫາພົວ​ພັນ​ກັ​ບ​ເລື້ອງ​ຄວາມ​ໝັ້ນ​ຄົງ​ທີ່​ໜ້າ​ເປັນ​ຫ່ວງ” ແລະ​ກ່າວ​ຕື່ມວ່າ ການ​ໂອ້​ລົມ​ກັນ​ນີ້ິ້ແມ່ນ “ການ​ຕິດ​ຕໍ່​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ລະ​ຫວ່າງ​ພວກ​ຜູ້​ນຳທັງ​ສອງ ເພື່ອ​ຄ້ຳ​ປະ​ກັນ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ ແລະ​ການ​ປະ​ຕິ​ບັດ​ງານ​ເພື່ອ​ບໍ່ໃ​ຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG