ແຫຼ່ງຂ່າວຂອງສະຫະລັດແຈ້ງໃຫ້ໂທລະພາບ CNN ຊາບວ່າ ເຂົາເຈົ້າກຳລັງກະກຽມ
ທີ່ຈະຕັ້ງຂໍ້ຫາ ຕໍ່ທ້າວ Julian Assange ຜູ້ເປີດເຜີຍຄວາມລັບ ທີ່ກໍ່ຕັ້ງອົງການ Wiki-
Leaks.
ກະຊວງຍຸຕິທຳສະຫະລັດ ໄດ້ເລີ້ມທຳການສືບສວນທ້າວ Assange ມາແຕ່ປີ 2010
ເວລາອົງການ WikiLeaks ພິມເຜີຍແຜ່ ເອກກະສານລັບ ດ້ານຄວາມປອດໄພ ຂອງສະຫະລັດຫຼາຍພັນໜ້າທີ່ລັກຂະໂມຍມາ.
ໃນຄຳປາໄສທີ່ນະຄອນຫຼວງວໍຊິງຕັນເມື່ອອາທິດແລ້ວນີ້ ທ່ານ Mike Pompeo ຜູ້ອຳ
ນວຍການອົງການສືບລັບຊີໄອເອ ກ່າວວ່າ ອົງການ WikiLeaks ໄດ້ເພັ່ງເລັງໃສ່ການ
ວິເຄາະ ຂອງກອງທັບບົກສະຫະລັດ ໃນປີ 2010 ເພື່ອຖອດເອົາ ຂໍ້ມູນລັບ ທີ່ເຈາະຈົງ
ໂດຍແນໃສ່ສະຫະລັດຢ່າງເປັນການສະເພາະນັ້ນ.
ໜັງສືພິມ Washington Post ລາຍງານວ່າ ໄອຍະການ ຂອງກະຊວງຍຸຕິທຳພວມ
ຮ່າງໜັງສືເພື່ອພິຈາລະນາໃນການຕັ້ງຂໍ້ຫາ ຕໍ່ພວກທີ່ມີສ່ວນພົວພັນກັບອົງການ Wi-
kiLeaks. ແຕ່ໜັງສືພິມ Washington Post ລາຍງານວ່າ ການຕັ້ງຂໍ້ຫາໃດໆກໍຕາມ
ຕໍ່ບຸກຄົນເຫລົ່ານັ້ນຈະຕ້ອງໄດ້ຮັບການອະນຸມັດຈາກເຈົ້າໜ້າທີ່ໃນລະດັບສູງສຸດຂອງ
ກະຊວງຍຸຕິທຳກ່ອນ.
ອົງການສືບລັບຂອງສະຫະລັດກ່າວວ່າ ຣັດເຊຍໄດ້ໃຊ້ອົງການ WikiLeaks ພິມເຜີຍ
ແຜ່ອີແມລ ຂອງອະດີດຜູ້ສະໝັກ ເປັນປະທານາທິບໍດີ ສະຫະລັດ ທ່ານນາງ Hillary
Clinton ກ່ອນການເລືອກຕັ້ງປະທານາທິບໍດີໃນປີກາຍນີ້.
ເປັນທີ່ເຊື່ອກັນວ່າ ພວກເຈາະຂໍ້ມູນທີ່ເຮັດວຽກໃຫ້ຣັດເຊຍ ໄດ້ເຈາະເຂົ້າໄປໃນບັນຊີ
ຄະນະໂຄສະນາຫາສຽງ ຂອງທ່ານນາງ Clinton ແລະຄະນະກຳມະການແຫ່ງຊາດ
ຂອງພັກເດໂມແຄຣັດ ແລ້ວກໍພິມເຜີຍແຜ່ອີແມລເຫລົ່ານັ້ນ ຢູ່ເວັບໄຊ WikiLeaks
ເພື່ອຊັກຈູງຜົນຂອງການເລືອກຕັ້ງ.
ທ່ານ Pompeo ກ່າວວ່າ “ມັນເຖິງເວລາແລ້ວ ທີ່ຈະລະບຸຊື່ກຸ່ມ WikiLeaks ໃນອັນ
ທີ່ກຸ່ມດັ່ງກ່າວເປັນ ຄືອົງການສືບລັບ ທີ່ເປັນປໍລະປັກ ບໍ່ມີປະເທດ ທີ່ມັກຈະຖືກຍຸຍົງ
ໂດຍອົງການສືບລັບ ທີ່ມີປະເທດ ເຊັ່ນຣັດເຊຍ.