ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ​ ​ກຽມ​ຮັບ​ມື ກັບຄື້ນ​ຟ​ອງ ຫົວ​ທີ​ສອງ​ ຂອງ​ໄຂ້​ຫວັດໃຫຍ່ ໃນ​ຂະ​ນະ​​ທີ່​ມີຄ​ວາມ​ຢ້ານ​ກົວ​ ກ່ຽວ​ກັບ ໄວ​ຣັ​ສ​ໂຄ​ໂຣ​ນາ


​ທ້າວ​ຊີ​ຊາ ກອນ​ຊາ​ເລ​ສ ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ການ​ສັກ​ຢາວັກ​ຊິນ ທີ່​ເມືອງແມັ​ສ​ຄວາ​ຍ ລັດ​ເທັກ​ຊັສ ໃນ​ທີ 23 ມັງ​ກອນ 2020.
​ທ້າວ​ຊີ​ຊາ ກອນ​ຊາ​ເລ​ສ ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ການ​ສັກ​ຢາວັກ​ຊິນ ທີ່​ເມືອງແມັ​ສ​ຄວາ​ຍ ລັດ​ເທັກ​ຊັສ ໃນ​ທີ 23 ມັງ​ກອນ 2020.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ສະ​ຫະ​ລັດ​ພວມ​ກະ​ກຽມ​ຮັບ​ມື​ກັບ​ຄື້ນ​ຟອງ​ຫົວ​ທີ​ສອງ​ຂອງໄຂ້
​ຫວັດ​ໃຫຍ່​ລະ​ດູ​ໜາວ ຊຶ່ງ​ໃນ​ປີນີ້ ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ຕື່ມ​ຂຶ້ນ ຍ້ອນ​ຄວາມຄ້າຍ​ຄື​ກັນ​
ກັບ​ອາ​ການ​ຂອງ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ຫຼາຍກວ່າ
1,500 ຄົນ​ແລ້ວ​ຢູ່​ຈີນ ແລະ​ພວມ​ເຮັດ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ຢູ່​ໃນທົ່ວ​ໂລກ.

ຄື້ນ​ຟອງ​ຫົວທຳ​ອິດ​ ຂອງໄຂ້​ຫວັດ​ໃຫຍ່​ລະ​ດູ​ໜາວ ​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ໄຂ້​ຫວັດ​ໃຫຍ່​
ສາຍພັນ B ທີ່​ມີ​ຊື່​ວ່າ B-Victoria ຊຶ່ງ​ຕັ້ງຊື່​ໃຫ້ຕາມ​ຫົວ​ເມືອງ​ທີ່​ຖືກ​ຄົ້ນ​ພົບນັ້ນ ໄດ້​ມີ​ການ​
ລະ​ບາດ​ໃນ​ລະ​ດັບ​ສູງ​ສຸດຢູ່​ສະ​ຫະ​ລັດເມື່ອ​ເດືອນ​ທັນ​ວາ​ຜ່ານ​ມາ​ແລະຫຼັງ​ຈາກນັ້ນ​ກໍ​ຫລຸດ
​ລົງ ອີງ​ຕາມ​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ​ສະຫະ​ລັດ ຫຼື CDC.

ແຕ​ແນວ​ໃດ​ກໍ​ຕາມ ສູນ​ກາງ CDC ກ່າວ​ວ່າ ຄື້ນ​ຟອງຫົວທີ​ສອງ​ຂອງ​ໄຂ້​ຫ​ວັດໃຫຍ່​ທີ່​
ເລີ້ມຂຶ້ນ​ໃນ​ທ້າຍ​ເດືອນ​ມັງ​ກອນ​ຜ່ານ​ມານີ້ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ໄຂ້​ຫວັດໃຫຍ່​ສາຍ​
ພັນ A ທີ່​ພົວ​ພັນ​ກັບ​ໄຂ້​ຫວັດ​ໝູ ທີ່​ປາ​ກົດ​ໃຫ້​ເຫັນ​ເປັນ​ເທື່ອ​ທຳ​ອິດ​ໃນປີ 2009 ແລະ​ກໍ
ລະ​ນີ​ຕິດ​ເຊື້ອ​ຍັງ​ສືບ​ຕໍ່​ເພີ້ມ​ຂຶ້ນ​ເລື້ອຍໆ.

ໃນ​ຂະ​ນະ​ທີ່​ມີ​ພຽງ​ແຕ່ 15 ກໍ​ລະ​ນີ ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​
ໂຣ​ນາ​ຢູ່​ໃນ​ສະ​ຫະ​ລັດມາ​ຈົນ​ຮອດວັນ​ສຸກວານນີ້ ກໍ​ຈິງ​ຢູ່ ແຕ່​ພວກ​ເຈົ້າ​ໜ້າທີ່​ສາ​ທາ​ລະ
ນະ​ສຸກ​ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ຖ້າ​ເຊື້ອ​ໄວ​ຣັ​ສນີ້​ຫາກ​ມີ​ການ​ແຜ່ລະ​ບາດ​ອອກ​
ໄປ​ໃນ​ທົ່ວ​ປະ​ເທດ ໃນ​ຂັ້ນ​ຕົ້ນ ມັນ​ອາດ​ຈະ​ມີ​ລັກ​ສະ​ນະ​ຄ້າຍ​ຄື​ກັບການ​ລະ​ບາດ​ຂອງ​
ໄຂ້​ຫວັດ​ໃຫຍ່​ລະ​ດູ​ໜາວ.

ເພື່ອ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ​ສ່ວນ​ນຶ່ງນັ້ນ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ສະ​ຫະ​ລັດ
​ໄດ້​ປະ​ກາດ​ວ່າ ເຂົາ​ເຈົ້າ​ອາດ​ຈະ​ເລີ້ມກວດ​ເບິ່ງ​ພວກ​ຄົນ​ປ່ວຍທີ່ອາດ​ຕິດເຊື້ອ​ໄວ​ຣັ​ສ​ໂຄ​
ໂຣ​ນາ​ທີ່​ມີ​ອາ​ການ​ຄ້າຍ​ຄື​ກັບ​ໄຂ້​ຫວັດ​ໃຫຍ່ ຢູ່​ໃນ​ຫຼາຍໆ​ຫົວ​ເມືອງຂອງ​ສະ​ຫະ​ລັດ.

ການກວດ​ດັ່ງ​ກ່າວ ໃນ​ຂັ້ນ​ຕົ້ນ​ຈະ​ເລີ້ມ​ໂດຍ​ຫ້ອງ​ແລັບ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະສຸກ
​ສະ​ຫະ​ລັດ​ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ແຊນ​ແຟ​ຣນ​ຊິ​ສ​ໂກ ຊິ​ອາ​ໂຕ ຊີ​ຄາ-​ໂກ ແລະ
​ນິວຢອກ ຊຶ່ງ​ໄດ້​ມີ​ການກວດ​ກ່ຽວ​ກັບ​ໄຂ້​ຫວັດ​ໃຫຍ່​ປະ​ຈຳ​ລະ​ດູ​ການ​ຢູ່ແລ້ວນັ້ນ.

ທ່ານ​ນາງ​ແນນ​ຊີ ແມັ​ສ​ເຊິນ​ເນຍ (Nancy Messonnier) ຜູ້​ອຳ​ນວຍ​ການ​ສູນກາງ​ໄຂ້​
ຫວັດ​ໃຫຍ່​ແລະ​ພະ​ຍາດ​ລະ​ບົບ​ຫາຍ​ໃຈ​ແຫ່ງ​ຊາດ ກ່າວ​ຕໍ່​ພວກ​ນັກ​ຂ່າ​ວໃນ​ການ​ຖະ
​ແຫຼງ​ທາງ​ໂທ​ລະ​ສັບ​ໃນ​ວັນ​ສຸກວານນີ້​ວ່າ ຫ້ອງ​ແລັບ​ເຫຼົ່າ​ນີ້​ຈະ​ກວດເບິ່ງ​ພວກ​ຄົນເຈັບ
ວ່າ​ ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຫຼື​ບໍ່ ຜູ້​ທີ່​ມີ​ອາ​ການ​ຄ້າຍ​ຄື​ກັບ​ໄຂ້ຫວັດ​ໃຫຍ່ຍ້ອນພະຍາດ
​ປອດ​ອັກ​ເສບ ແຕ່ກວດ​ພົບ​ວ່າ​ບໍ່​ໄດ້​ເປັນ​ໄຂ້​ຫວັດ​ໃຫຍ່ຕາມ​ລະ​ດູ​ການ.

ທັງ​ໄຂ້​ຫວັດ​ໃຫຍ່​ຕາມ​ລະ​ດູ​ການ​ແລະ​ໄວ​ຣັ​ສ​ໂຄ​ໂຣ​ນາຕ່າງ​ກໍ​ເຮັດ​ໃຫ້​ບໍ່​ສະ​ບາຍ​ຍ້ອນ​
ລະ​ບົບ​ຫາຍ​ໃຈ ເປັນ​ໄຂ້ແລະ​ໄອ. ສ່ວນ​ອາ​ການ​ອື່ນໆ​ຂອງ​ໄຂ້​ຫວັດ​ໃຫຍ່ນັ້ນ ກໍ​ແມ່ນ
​ຮວມ​ທັງ​ເຈັບ​ຄໍ ເຈັບ​ຕາມ​ກ້າມ​ເນື້ອ ຂີ້​ມູກ​ໄຫຼ ແລະ​ເມື່ອຍ ອີງ​ຕາມສູນ​ກາງ CDC.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG