ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ກະ​ກຽມ ທີ່​ຈະ​ບຸກ ໃນ​ສົງ​ຄາມ ໄຊ​ເບີ້


ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ ສ​ຫລ ທ່ານ​ຈອນ ໂບ​ລ​ຕັນ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ. (ວັນ​ທີ 24 ສິງ​ຫາ 2018)
ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ ສ​ຫລ ທ່ານ​ຈອນ ໂບ​ລ​ຕັນ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ. (ວັນ​ທີ 24 ສິງ​ຫາ 2018)

ສະ​ຫະ​ລັດ​ກຳ​ລັງ​ກະ​ກຽມ​ທີ່​ຈະ​ເປັນ​ຜູ້​ບຸກ ໃນ​ສົງ​ຄາມ​ທາງ​ອິນ​ເຕີ​ແນັດ​ຫຼື​ໄຊ​ເບີ້​ເພື່ອ​ໃຫ້
​ເປັນ​ທີ່​ແນ່​ໃຈ​ວ່າ ໃຫ້ພ​ວກ​ສັດ​ຕູ​ຮູ້ວ່າ ພວກ​ເຂົາ​ຈະ​ຕ້ອງ​ໄ​ດ້​ຊົດ​ໃຊ້ ໃນ​ການ​ລັກ​ເຈາະ​ຂໍ້​
ມູນ ບຸກ​ເຂົ້າ​ໄປ​ໃນ​ຕາ​ໜ່າງ​ຄອມ​ພິວ​ເຕີ້ ຫຼື​ທຳ​ການໂຈມ​ຕີອື່ນໆ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ລົງ​ນາມ​ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ທາງ​ດ້ານ​ໄຊເບີ້ສະ​
ບັບ​ໃໝ່ ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຕອບ​ໂຕ້​ແບບ​ໜັກມື​ຕື່ມ​ຂຶ້ນ ຕໍ່
​ໄພ​ຂົ່ມ​ຂູ່​ທາງ​ອິນ​ເຕີ​ແນັດ​ຈາກ​ປະ​ເທດ​ຕ່າງໆ ກຸ່ມ​ກໍ່​ການ​ຮ້າຍ ແລະອົງ​ການ​ອາ​ຊະ​ຍາ
​ກຳ​ທັງ​ຫຼາຍ.

ທ່ານ​ທ​ຣຳ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ລັດ​ຖະ​ບານ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ໃຊ້​
ທຸກ​ສິ່ງ​ຢ່າງ​ທີ່​ມີ​ຢູ່ ເພື່ອ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ປອດ​ໄພ ຈາກ​ການ​ຂົ່ມ​ຂູ່​ທາງໄຊ​ເບີ້” ແລະ
​ເອີ້ນ​ຍຸດ​ທະ​ສາດ​ໃໝ່​ນີ້​ວ່າ “ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ.”

ສຳ​ລັບ​ພວກ​ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນ​ອື່ນໆ ເອີ້ນ​ຍຸດ​ສາດ​ໃໝ່​ນີ້ວ​ວ່າ ເປັນ​ການ​ປ່ຽນ​ແປງ​ທີ່
​ສຳ​ຄັນ ແລະ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ.

ທ່ານ​ຈອນ ໂບ​ລ​ຕັນ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ
“ພ​ວກ​ເຮົາ​ບໍ່​ພຽງ​ແຕ່​ຕັ້ງ​ຮັບ​ເທົ່າ​ນັ້ນ ພວກ​ເຮົາ​ຈະ​ດຳ​ເນີນ​ການ​ຫຼາຍ​ສິ່ງຫຼາຍ​ຢ່າງ​ ໃນ​
ການ​ບຸກ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ສັດ​ຕູ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້ຮູ້​ກ່ຽວ​ກັ​ບ​ເລື້ອງນີ້.”

ທ່ານ​ກ່າວ​ຕື່ມ​ວ່າ “ມື​ຂອງ​ພວກ​ເຮົາ​ບໍ່​ໄດ້​ຖືກ​ມັດ​ໄວ້ ດັ່ງ​ທີ່​ເຄີຍ​ເປັນ​ມາ​ໃນ​ລັດ​ຖະບານ
​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ.”

ຍຸດ​ທະ​ສາດ​ດັ່ງ​ກ່າວ ຊຶ່ງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີນັ້ນ ໄດ້​ມີ​ການ​ຮ່າງ​ຂຶ້ນ ​ໂດຍ​ລັດ​
ຖະ​ບານ​ທ່ານ​ທ​ຣຳ​ວ່າ ເປັນ​ຍຸດ​ທະ​ສາດ​ທາງ​ໄຊ​ເບີ້ “​ທີ່​ຊັດແຈ້ງ​ທີ່​ສຸດ” ໃນ​ຮອບ 15 ປີ
ໂດຍ​ໃຫ້​ທິດ​ທາງ ​ແກ່​ກະ​ຊວງ ແລະ​ອົງ​ການ​ຕ່າງໆວ່າ​ ຈະ​ຮັບ​ມື​ແບບໃດ​ຈຶ່ງ​ຈະ​ດີ​ທີ່​ສຸດ
ເພື່ອ​ປົກ​ປ້ອງ​ຂໍ້​ມູນ ຕະ​ຫລອດ​ທັງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຊາວ​ອາເມ​ຣິ​ກັນ​ຫຼາຍໆ​ລ້ານ​ຄົນ.

ທ່ານ​ໂບ​ລ​ຕັນ ກ່າວ​ວ່າ “ອິນ​ເຕີ​ແນັດ​ໄດ້​ນຳ​ເອົາ​ຄວາມ​ຮັ່ງ​ມີ​ແລະ​ປະ​ສິດ​ທິ​ຜົນ​ໃນການ​
ຜະ​ລິດ​ມາ​ສູ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ອາ​ເມ​ຣິກັນ ແລະ​ຜູ້​ຄົນ​ຢູ່​ໃນ​ທົ່ວ​ໂລກ ພວກ​ເຮົາ
​ຕ້ອງ​ໄດ້​ດຳ​ເນີນ​ການ​ເພີ້ມ​ຕື່ມເພື່ອ​ຄ້ຳ​ປະ​ກັນ​ວ່າ ມັນ​ມີ​ຄວາມ​ໝັ້ນ​ຄົງແລະ​ຍັງ​ສືບ​ຕໍ່​ເປັນ​
ຫົວ​ຈັກ ສຳ​ລັບ​ການ​ເຕີບ​ໂຕ​ຂອງ​ອາ​ເມ​ຣິ​ກາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG