ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ສົ່ງທະຫານ ເພີ່ມອີກ 600 ຄົນ ໄປເມືອງ Mosul ປະເທດ ອີີຣັກ


ແມ່ຍິງ ອີຣັກ ຄົນໜຶ່ງຍ່າງຜ່ານທະຫານ ແລະ ຕຳຫຼວດ ອີຣັກ ໃນຂະນະທີ່ພວກເຂົາເຈົ້າຢືນຍາມ ໃນເຂດ Bab al-Jadeed ໃນເມືອງ Mosul, 360 ກິໂລແມັດ ທາງພາກຕາເວັນຕົກສຽງເໜືອ ຂອງນະຄອນຫຼວງ ແບກແດັດ, ອີຣັກ.
ແມ່ຍິງ ອີຣັກ ຄົນໜຶ່ງຍ່າງຜ່ານທະຫານ ແລະ ຕຳຫຼວດ ອີຣັກ ໃນຂະນະທີ່ພວກເຂົາເຈົ້າຢືນຍາມ ໃນເຂດ Bab al-Jadeed ໃນເມືອງ Mosul, 360 ກິໂລແມັດ ທາງພາກຕາເວັນຕົກສຽງເໜືອ ຂອງນະຄອນຫຼວງ ແບກແດັດ, ອີຣັກ.

ສະຫະລັດ​ ແລະ​ ອີຣັກ​ໄດ້​ຕົກລົງ​ກັນ​ກ່ຽວ​ກັບ​ແຜນການ​ທີ່​ຈະ​ສົ່ງ​ທະຫານ ​ອາ​ເມຣິກັນ ​ຕື່ມ ອີກ 600 ຄົນ​ໄປ​ຍັງ​ອີຣັກ​ເພື່ອ​ຊ່ວຍ​ໃນ​ການ​ຕີ​ເອົາ​ເມືອງ Mosul ຈາກ ກຸ່ມ​ລັດ​ອິສລາມ ອີງ​ຕາມ​ຄຳ​ເວົ້າ ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະ ຫະລັດ ທ່ານ Ash Carter ທີ່ໄດ້​ປະກາດ​ໃນ​ວັນ​ພຸດ​ວານ​ນີ້.

​ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ​ທີ່​ລັດ New Mexico ທ່ານ Carter ກ່າວ​ວ່າ ການ​ສົ່ງ​ກຳລັງ​ທະຫານ​ໄປ​ເພີ້ມດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ເລັ່ງລັດຂອງ​ແນວ ​ໂຮມ​ເພື່ອ​ບຸກ​ໂຈມ​ຕີ ສ້າງ​ຄວາມ​ໂດດດ່ຽວ​ແລະ​ຍຶດ​ເອົາ​ເຂດ​ຄວບ​ຄຸມ​ຂອງ​ກຸ່ມ​ລັດ ອິສລາມ ທີ່​ເມືອງ Mosul ​ແລະ​ຂະຫຍາຍ​ການ​ມີໜ້າ​ຂອງ​ກຳລັງ​ອີຣັກຢູ່​ໃນ​ເຂດ ອື່ນໆ​ຂອງ​ປະ​ເທດ.

​ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ​ທ່ານ​ນຶ່ງ​ກ່າວເຖິງ​ຈຳນວນ​ທະຫານ​ທີ່​ສົ່ງ​ໄປ​ເພີ້ມວ່າ 615 ຄົນເຊິ່ງ​ເຮັດ​ໃຫ້​ກຳລັງ​ທະຫານ​ອາ​ເມຣິກັນ​ທັງ​ໝົດ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປສູ້​ລົບ​ກັບ​ກຸ່ມ​ລັດ​ອິສລາມໃນ​ອີຣັກ​ເພີ້ມຂຶ້ນ​ເປັນ 5,262 ຄົນ.

ແຜນທີ່ບໍລິເວນເມືອງ Mosul, ປະເທດ ອີຣັກ.
ແຜນທີ່ບໍລິເວນເມືອງ Mosul, ປະເທດ ອີຣັກ.

ທ່ານ Carter ກ່າວ​ວ່າ ນອກ​ນັ້ນ​ແລ້ວ ທະຫານ​ອາ​ເມຣິກັນ​ຍັງ​ຈະ​ຊ່ວຍ​ຝຶກ​ແອບ ​ໃຫ້​ຄຳ​ແນະນຳ ​ແລະ​ສະໜັບສະໜຸນທະຫານອີ​ຣັກ ແລະ​ກຳລັງ Peshmerga ຂອງ​ຊາວ​ເຄີ​ດ. ພ້ອມ​ນີ້ ທະຫານ​ອາ​ເມຣິກັນ​ຍັງ​ຈະ​ຖືກ​ນຳ​ໃຊ້ເພື່ອ​ຊ່ວຍ​ປັບປຸງ ​ໃນ​ດ້ານ​ພະລາທິການ​ແລະ​ການ​ປະຕິບັດ​ງານ​ສືບ​ລັບ ​ໂດຍ​ເນັ້ນໜັກ​ເປັນພິ​ເສດ​ໃສ່​ການຄົ້ນຫາ​ແຜນການ​ຂອງ​ກຸ່ມ​ລັດ​ອິສລາມໃນ​ການໂຈມ​ຕີ​ນະຄອນຫຼວງ​ແບັກ​ແດັດ​ແລະ​ປະ​ເທດ​ຕາ​ເວັນ​ຕົກ.

ນອກ​ນັ້ນ​ແລ້ວ ທ່ານ Carter ຍັງ​ໄດ້​ສະທ້ອນ​ໃຫ້​ເຫັນ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ ສະຫະລັດ ຄົນອື່ນໆ​ທີ່​ໄດ້​ແນະ​ໃຫ້​ເຫັນ​ວ່າ ການ​ສູ້​ລົບ​ເພື່ອ​ຍຶດ​ເອົາ​ເມືອງ Mosul ຈາກ​ກຸ່ມ​ລັດ​ອິສ ລາມ ອາດ​ຈະ​ເລີ້ມຂຶ້ນ​ພາຍໃນບໍ່​ເທົ່າ​ໃດ​ອາທິດ​ຂ້າງ​ໜ້ານີ້.

ທ່ານ​ກ່າວ​ວ່າ ຂ້າພະ​ເຈົ້າມີ​ຄວາມ​ເຊື່ອ​ໝັ້ນວ່າ ມັນ​ຈະ​ເກີດ​ຂຶ້ນ​ແທ້. ພວກ​ເຮົາ​ແມ່ນ​ຍັງ​ຢູ່​ໃນ​ໝາຍ​ກຳນົດ​ ​ເມື່ອ​ເວົ້າ​ເຖິງ​ການ​ເຕົ້າ​ໂຮມ​ກຳລັງຢູ່​ທີ່​ນັ້ນ.

ປະທານາທິບໍດີ​ບາຣັກ ​ໂອບ​າມາ ​ແລະ​ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ​ໄດ້​ຕົກລົງ​ກັນ​ກ່ຽວ​ກັບ​ລາຍ​ລະອຽດ​ໃນ​ການ​ສົ່ງ​ກຳລັງ​ໄປ​ສະໜັບສະ​ໜຸນ​ ​ເຊິ່ງທ່ານ Carter ກ່າວ​ວ່າ ​ໄດ້​ມີ​ການ​ສະ​ເໜີ​ຕໍ່ປະທານາທິບໍດີ ​ໂດຍ​ທ່ານ ​ເອງ​ແລະ​ປະ​ທານເສນາ​ທິການ​ຮ່ວມ​ຂອງ​ສະຫະລັດ ນາຍ​ພົນ Joe Danford.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG