ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຕຽມສົ່ງ ທູດພິເສດ ໄປເກົາຫຼີເໜືອ ເພື່ອປ່ອຍ ທ່ານ Bae (ວີດີໂອ)


ທ່ານ Kenneth Bae ນັກແຜ່ຜາຍສາສະໜາ (ຂວາ) ກໍາງລັງ ອອກຈາກສະຖານທີ່ ຫລັງໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນ ວານນີ້.
ທ່ານ Kenneth Bae ນັກແຜ່ຜາຍສາສະໜາ (ຂວາ) ກໍາງລັງ ອອກຈາກສະຖານທີ່ ຫລັງໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນ ວານນີ້.
ສະຫະລັດ ກໍາ​ລັງ​ລໍຖ້າຄຳຕອບ ​ຂອງເກົາຫລີ​ເໜືອ ກ່ຽວກັບ​ຂໍ້​
ສະ​ເໜີສົ່ງ​ທູດ​ພິ​ເສດ ໄປ​ກຸງ​ພຽງ​ຢາງ ​ເພື່ອ​ຊ່ວຍ​ໃຫ້ມີການ​ປ່ອຍ
ທ່ານ Kenneth Bae ຊາວ ອາເມຣິກັນ ທີ່​ຖືກ​ຕິດ​ຄຸກ​ຢູ່​ນັ້ນ.

ໃນການຖະແຫຼງທີ່ບໍ່​ເປີດ​ເຜີຍຊຶ່ງ ​ເຈົ້າ​ໜ້າ​ທີ່​ທໍານຽບຂາວ​ທ່ານ
ນຶ່ງ ກ່າວ​ວ່າ ສະ ຫະລັດໄດ້​ສະ​ເໜີທີ່ຈະ​ສົ່ງ​ເອກອັກຄະ​ລັດຖະ
ທູດ Robert King ​ໄປຊ່ວຍເພື່ອ ໃຫ້ມີການປ່ອຍ ທ່ານ Bae
​ທີ່​ໄດ້​ຖືກ​ຕັດສິນ​ ໃຫ້ອອກແຮງງານໜັກຢູ່ຄ້າຍສັບ ພະທຸກເປັນ
ເວລາ 15 ປີ​.

ການສະ​ເໜີດັ່ງກ່າວ ​ມີ​ຂື້ນ​ຫລັງ​ຈາກ ທ່ານ Bae ​ໄດ້​ປາກົດ​ໂຕ
​ຕໍ່ໜ້າ​ບັນດາ​ນັກ​ຂ່າວ ​ທີ່​ກຸງ​ພຽງຢາງ ຂໍ​ຮ້ອງ​ໃຫ້ກຸງ​ວໍ​ຊິງ​ຕັນ ຊ່ວຍ​ນໍາ​ເອົາ​ທ່ານ ​ກັບ​ຄືນມາ
ຍັງສະ ຫະລັດ ​ແລະ​ໄດ້​ຮັບ​ສາລະພາບ​ວ່າ “ມີ​ຄວາມ​ຜິດ​ຮ້າຍ​ແຮງ” ​ໃນ​ເກົາຫລີ​ເໜືອ.

ທ່ານ Bae ຊຶ່ງເປັນນັກເຜີ​ຍ​ແຜ່​ສາສະໜາ ​ແລະ​ນັກທຸລະກິດ ທີ່ຖືກພົບເຫັນວ່າ ມີຄວາມຜິດ​
ໃນ​ຖານວາງ​ແຜນ​ໂຄ່ນ​ລົ້ມລັດຖະບານ ​ໄດ້ຖືກ​ພິຈາລະນາ​ກັນຢ່າງ ​ກວ້າງຂວາງວ່າທ່ານ​ໄດ້
ຮັບສາລະພາບພາຍ​ໃຕ້ການ​ຂົ່ມຂູ່ ຢູ່ທີ່​ກອງປະຊຸ​ມຖະແຫຼງຂ່າວ​ໃນ​ວັນ​ຈັນ​ວານ​ນີ້.​ ໝູ່​ເພື່ອນ
ທີ່​ຮູ້ກັນມາແຕ່ດົນ​ນານ​ຂອງທ່ານ Bae ທ່ານ Bobby Lee ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ທ່ານ​ເຫັນ​
ວ່າ​ ການສາລະພາບດັ່ງກ່າວເປັນ​ການ “ຈັດ​ສາກ” ​ແຕ່ກໍ​ກ່າວ​ອີກວ່າ ການສະເໜີຂອງສະຫະ ລັດ​ທີ່ຈະສົ່ງ​ທູດ​ພິ​ເສດໄປນັ້ນ ແມ່ນ “​ເປັນ​ການ​ເລີ້ມ​ຕົ້ນ​ທີ່ດີ”.

ນັກວິ​ເຄາະ​ສ່ວນ​ຫລາຍ​ກ່າວ​ວ່າ ​ເກົາຫລີ​ເໜືອກໍາລັງ​ພະຍາຍາມ​ໃຊ້ ທ່ານ Bae ​ເປັນ​ເຄື່ອງຕໍ່​
ລອງ ​ເພື່ອ​ບີບຄັ້ນເອົາການຜ່ອນຜັນຈາກກຸງ​ວໍ​ຊິງ​ຕັນ. ​ແຕ່ຍັງບໍ່​ທັນ ເປັນ​ທີ່​ແຈ້ງ​ຂາວ​ເທື່ອວ່າ
​ເກົາຫລີ​ເໜືອຕ້ອງການ​ຫຍັງ​ແທ້.

ທ່ານ Bae ​ເປັນ​ຊາວ​ອາ​ເມຣິກັນ ຄົນ​ທີ່​ຫົກ ທີ່​ໄດ້​ຖືກ​ກັງ​ຂັງ​ຢູ່​ເກົາຫລີ​ເໜືອ ນັບ ແຕ່​ປີ 2009
ເປັນຕົ້ນມາ. ຄົນ​ອື່ນໆ​ທັງ​ໝົດ ​ໄດ້​ຖືກ​ປ່ອຍ​ໂຕ​ ພາຍ​ໃນ​ນຶ່ງ​ປີ ​ໃນ​ຂະນະ​ທີ່ທ່ານ Bae ​ໄດ້​ຕິດ​
ຄຸກ​ມາ​ໄດ້ 15 ​ເດືອນ​ແລ້ວ. ທ່ານ Bae ​ໄດ້​ຖືກ​ກັກ​ຂັງ​ໃນ​ເດືອນ​ພະຈິກ ປີ 2012 ​ໃນ​ຂະນະ
​ທີ່​ນໍາພາ​ກຸ່ມ​ທ່ອງ​ທ່ຽວໄປທ່ຽວຢູ່ເກົາຫຼີເໜືອ. ​ເກົາຫລີ​ເໜືອກ່າວ​ວ່າ ທ່ານ Bae ​ໄດ້​ໃຊ້​ທຸລະ​ກິດ​ການທ່ອງ​ທ່ຽວຂອງຜູ້ກ່ຽວ ​ເພື່ອ​ສ້າງຕັ້ງກຸ່ມຕ່າງໆຂຶ້ນ ທີ່​ແນ​ໃສ່​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ.

ທ່ານ Bae ຮຽກຮ້ອງໃຫ້ ສະຫະລັດຊ່ວຍເຫລືອ ເພື່ອໃຫ້ທ່ານເປັນອິດສະລະ:

US NoKor Bae-Monday
please wait
Embed

No media source currently available

0:00 0:01:23 0:00



XS
SM
MD
LG