ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມີກໍລະນີຕິດພະຍາດໂຄວິດ-19 ໃໝ່ ຫຼາຍເປັນປະຫວັດການ ພາຍໃນມື້ດຽວ


ພວກແມ່ຍິງໃສ່ໜ້າກາກ ພວມກວດເບິ່ງໂທລະສັບມືຖື ຂອງພວກເຂົາເຈົ້າ ໃນວັນພຸດ ທີ 1 ກໍລະກົດ 2020, ໃນນະຄອນຮີວສ໌ຕັນ ລັດເທັກຊັສ.
ພວກແມ່ຍິງໃສ່ໜ້າກາກ ພວມກວດເບິ່ງໂທລະສັບມືຖື ຂອງພວກເຂົາເຈົ້າ ໃນວັນພຸດ ທີ 1 ກໍລະກົດ 2020, ໃນນະຄອນຮີວສ໌ຕັນ ລັດເທັກຊັສ.

ເປັນເທື່ອທຳອິດ ນັບຕັ້ງແຕ່ໄວຣັສໂຄໂຣນາ ສາຍພັນໃໝ່ ໄດ້ມາເຖິງສະຫະລັດ ປະເທດມີກໍລະນີຕິດພະຍາດໂຄວິດ-19 ໃໝ່ສູງຂຶ້ນເຖິງ 50,000 ຄົນພາຍໃນມື້ດຽວ.

ຈຳນວນທີ່ເປັນປະຫວັດການເກີດຂຶ້ນໃນວັນພຸດວານນີ້ ຊຶ່ງນຳໜ້າໂດຍລັດຄາລີຟໍເນຍ ທີ່ມີກໍລິນີຕິດເຊື້ອພະຍາດໃໝ່ 9,740 ລາຍ ອີງຕາມໂຄງການຕິດຕາມພະຍາດໂຄວິດ ໂດຍວາລະສານ ແອັດແລນຕິກ ຕິດຕາມມາດ້ວຍລັດເທັກຊັສ ທາງພາກຕາເວັນຕົກສຽງໃຕ້ ທີ່ມີຈຳນວນ 8,076 ລາຍ. ສ່ວນລັດຟລໍຣີດາທາງພາກຕາເວັນອອກສຽງໃຕ້ ຕິດຕາມມາເປັນອັນດັບທີສາມ ໂດຍມີ 6,563 ລາຍ ແລະລັດອາຣີໂຊນາ ທາງພາກຕາເວັນຕົກສຽງໃຕ້ ຕາມຫລັງມາຢ່າງໃກ້ຊິດ ໂດຍມີ 4,877 ລາຍ.

ສ່ວນລັດອື່ນໆທີ່ມີກໍລະນີຕິດພະຍາດໂຄວິດ-19 ໃນຈຳນວນເປັນປະຫວັດການໃໝ່ ພາຍໃນມື້ດຽວເມື່ອວັນພຸດວານນີ້ ແມ່ນຢູ່ໃນລັດອາລາສກາ ຈໍເຈຍ ຫລຸຍເຊຍນາ ຄາໂຣໄລນາເໜືອ ແລະເທັນເນສຊີ.

ຈຳນວນກໍລະນີຕິດພະຍາດໂຄວິດ-19 ໃໝ່ທີ່ເປັນປະຫວັດການ ຍ່ອມຈະມາພ້ອມກັນກັບຈຳນວນຄົນປ່ວຍທີ່ເຂົ້າຮັກສາປິ່ນປົວໃນໂຮງໝໍ ໃນລະດັບສູງໃໝ່ເຊັ່ນກັນ ຢູ່ໃນ 8 ລັດດັ່ງກ່າວ ໂດຍລັດເທັກຊັສ ລາຍງານວ່າ ມີຄົນປ່ວຍ 6,904 ຄົນ ໃນວັນພຸດວານນີ້. ສະຖານະການດັ່ງກ່າວ ໄດ້ກໍ່ໃຫ້ເກີດວິກິດການໃນລັດຕ່າງໆທີ່ໃຫຍ່ທີ່ສຸດຂອງປະເທດ ທີ່ວ່າໂຮງໝໍຈຳນວນນຶ່ງຮັບເອົາຄົນປ່ວຍເກືອບເຕັມຄວາມອາດສາມາດ.

ອັດຕາການຕິດພະຍາດທີ່ເພີ້ມສູງຂຶ້ນຂອງລັດຄາລີຟໍເນຍນັ້ນ ໄດ້ສົ່ງຜົນໃຫ້ຜູ້ປົກຄອງລັດ ທ່ານແກວິນ ນິວຊຳ ໄດ້ຮື້ຟື້ນຄືນຂໍ້ຈຳກັດຂະໜາດໃຫຍ່ທີ່ໄດ້ວາງອອກໃນທົ່ວລັດໃນຕອນເລີ້ມມີການລະບາດນັ້ນ ໂດຍສັ່ງໃຫ້ປິດຮ້ານກິນດື່ມ ຫຼື ບາ ແລະໂຮງມະຫໍລະສົບທັງຫຼາຍ ແລະໃຫ້ຍຸຕິການອອກໄປກິນອາຫານແລງໃນຮ້ານອາຫານ ຢູ່ໃນ 19 ຫົວເມືອງ.

ຢູ່ໃນແຫ່ງອື່ນໃນສະຫະລັດ ເຈົ້າຄອງນະຄອນນິວຢອກ ທ່ານບີລ ເດີບລາຊີໂອ ໄດ້ວາງແຜນທີ່ຈະເປີດຮ້ານອາຫານ ໃຫ້ຄົນເຂົ້າໄປນັ່ງກິນອາຫານຄືນໃໝ່ນັ້ນ ຕ້ອງໂຈະໄວ້ກ່ອນ ຍ້ອນອາດເປັນໄປໄດ້ວ່າ ພວກຄົນທີ່ຕິດເຊື່ອພະຍາດຈາກແຫ່ງອື່ນໆ ຈະພາກັນລັ່ງເຂົ້າມາໃນເມືອງ. ແລະຜູ້ປົກຄອງລັດເພັນຊີລວາເນຍທ່ານທອມ ວຸບຟ໌ ໄດ້ອອກຄຳສັ່ງໄປວລັດ ໃນວັນພຸດວານນີ້ ບັງຄັບໃຫ້ໝົດທຸກຄົນໃສ່ໜ້າກາກ.

ວັນແຫ່ງຈຳນວນກໍລະນີຕິດພະຍາດໃໝ່ທີ່ເປັນປະຫວັດການຂອງວັນພຸດວານນີ້ ໃນສະຫະລັດ ມີຂຶ້ນນຶ່ງວັນຫຼັງຈາກທີ່ທ່ານໝໍ ແອນໂທນີ ຟາວຈີ ຫົວໜ້າສະຖາບັນພູມແພ້ແລະພະຍາດຕິດແປດແຫ່ງຊາດ ໄດ້ກ່າວຕໍ່ຄະນະກຳມະການສະພາສູງສະຫະລັດ ທີ່ວ່າອັດຕາການຕິດພະຍາດໃໝ່ໃນປັດຈຸບັນ ອາດມີຫຼາຍຂຶ້ນເຖິງສອງເທົ່າຮອດ 100,000 ຄົນພາຍໃນນຶ່ງມື້ ຖ້າຫາກການພຸ່ງສູງຂຶ້ນໃນປັດຈຸບັນຄວບຄຸມບໍ່ໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG