ສະຫະລັດ ໄດ້ເລື່ອນການພົບປະກັນກັບ ບັນດາເຈົ້າໜ້າທີ່ຣັດ
ເຊຍ ທີ່ໄດ້ກໍານົດໃສ່ກາງ ອາທິດນີ້ ເພື່ອສົນທະນາກັນກ່ຽວກັບ
ສະຖານະການໃນຊີເຣຍນັ້ນ ອອກໄປ ໃນຂະນະທີ່ກຸງ ວໍຊິງຕັນ
ພິຈາລະນາສັ່ງຊາ ເບິ່ງການຕອບໂຕ້ຂອງຕົນ ຕໍ່ການກ່າວຫາ
ທີ່ວ່າກອງທັບຊີເຣຍ ໄດ້ໃຊ້ອາວຸດເຄມີ ໃນອາທິດແລ້ວນີ້.
ການສົນທະນາທີ່ໄດ້ກໍານົດໃສ່ວັນພຸດມື້ອື່ນນີ້ ທີ່ ກຸງ Hague
ແມ່ນຈະເປັນເທື່ອຫລ້າສຸດ ລະຫວ່າງ ສະຫະລັດແລະຣັດເຊ
ໃນການດໍາເນີນຄວາມພະຍາຍາມເພື່ອຊອກຫາທາງ ແກ້ໄຂ
ວິກິດການ ທາງການເມືອງໃນຊີເຣຍ.
ເຈົ້າໜ້າທີ່ອາວຸໂສຄົນນຶ່ງຂອງກະຊວງຕ່າງປະເທດສະຫະລັດ
ກ່າວໃນຕອນແລງວັນຈັນວານນີ້ວ່າ ສາເຫດຂອງການເລື່ອນ
ອອກໄປແມ່ນເນື່ອງມາຈາກ “ການປຶກສາຫາລືທີ່ກໍາລັງດໍາເນີນ
ໄປ” ກ່ຽວກັບວ່າ ຄວນຈະຕອບໂຕ້ຢ່າງໃດຕໍ່ລາຍງານຂ່າວທີ່ວ່າ
ມີການໃຊ້ອາວຸດເຄມີ ຢູ່ໃນຊີເຣຍນັ້ນ.
ຮອງລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Gennady Gatilov ກ່າວວ່າ ຣັດເຊຍ
ມີຄວາມເສຍໃຈ ຕໍ່ການຕັດສິນໃຈດັ່ງກ່າວຂອງສະຫະລັດ.
ໂຄສົກທໍານຽບຂາວຄົນນຶ່ງກ່າວໃນວັນຈັນວານນີ້ວ່າ “ເກືອບວ່າບໍ່ມີຄວາມສົງໄສ” ໃດໆເລີຍ
ວ່າ ລັດຖະບານຊີເຣຍໄດ້ໃຊ້ອາວຸດເຄມີແທ້. ຣັດເຊຍຖືເບົາ ການກ່າວຫາດັ່ງກ່າວ ຂະນະທີ່
ເວົ້າວ່າ ສະຫະລັດ ແລະບັນດາປະເທດຕາເວັນຕົກ ບໍ່ມີຫລັກຖານໃດໆກ່ຽວກັບການໂຈມຕີ
ດ້ວຍອາວຸດເຄມີນັ້ນ.