ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ອຳນວຍການ ໄປສະນີ ສະຫະລັດ ໃຫ້ການ ຕໍ່ຄະນະກຳມະການ ຂອງ ສະພາຕໍ່າ


ຜູ້ອຳນວຍການອົງການໄປສະນີ ສະຫະລັດ ທ່ານ ລູອິສ ເດຈອຍ ປົດໜ້າກາກຂອງທ່ານອອກ ໃນຂະນະທີ່ທ່ານເດີນທາງໄປຮອດ ເພື່ອໃຫ້ການຕໍ່ຄະນະກຳມະການ ຄວບຄຸມ ແລະ ປະຕິຮູບ ສະພາຕໍ່າ ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. ວັນທີ 24 ສິງຫາ, 2020.
ຜູ້ອຳນວຍການອົງການໄປສະນີ ສະຫະລັດ ທ່ານ ລູອິສ ເດຈອຍ ປົດໜ້າກາກຂອງທ່ານອອກ ໃນຂະນະທີ່ທ່ານເດີນທາງໄປຮອດ ເພື່ອໃຫ້ການຕໍ່ຄະນະກຳມະການ ຄວບຄຸມ ແລະ ປະຕິຮູບ ສະພາຕໍ່າ ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. ວັນທີ 24 ສິງຫາ, 2020.

ຜູ້ອຳນວຍການໄປສະນີ ສະຫະລັດ ທ່ານ ລູອິສ ເດຈອຍ ໄດ້ຮັບປະກັນຕໍ່ບັນດາສະມາຊິກສະພາໃນວັນຈັນວານນີ້ວ່າ ການພະຍາຍາມທີ່ຈະປະຕິຮູບອົງການໄປສະນີ ສະຫະລັດ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກນັ້ນ ຈະບໍ່ລົບກວນການລົງຄະແນນສຽງທາງໄປສະນີ ທີ່ຄາດຫວັງຈະມີເພີ່ມຂຶ້ນໃນການເລືອກຕັ້ງປະທານາທິບໍດີປີນີ້ ຍ້ອນໂຣກລະບາດໄວຣັສໂຄໂຣນາ.

ທ່ານ ເດຈອຍ ໄດ້ກ່າວຕໍ່ຄະນະກຳມະການສະພາຕໍ່າ ກ່ຽວກັບ ການຄວບຄຸມ ແລະ ການປະຕິຮູບວ່າ “ພາລະໜ້າທີ່ໆບໍ່ສາມາດລ່ວງລະເມີດໄດ້ນີ້ ແມ່ນບູລິມະສິດໝາຍເລກນຶ່ງ ຂອງຂ້າພະເຈົ້າ. ເພື່ອໃຫ້ຄວາມກະຈ່າງແຈ້ງ, ລະຫວ່າງ ດຽວນີ້ ແລະ ວັນເລືອກຕັ້ງ, ພວກເຮົາຈະເຮັດທຸກຢ່າງ ທີ່ເຮົາສາມາດເຮັດໄດ້ ເພື່ອຮັບມື ແລະ ຈັດສົ່ງຈົດໝາຍການເລືອກຕັ້ງໃຫ້ສອດຄ່ອງກັບຂະບວນ ການ ແລະ ຂັ້ນຕອນທີ່ເປັນຈິງທີ່ພວກເຮົາໄດ້ເພິ່ງພາອາໄສມາເປັນເວລາຫຼາຍປີ.”

ຫຼາຍປີມາແລ້ວ, ອົງການໄປສະນີ ສະຫະລັດ ໄດ້ປະເຊີນກັບການຂາດລາຍໄດ້ ແລະ ຈຳນວນຈົດໝາຍໄປສະນີທີ່ຫຼຸດລົງ, ຍ້ອນການເພີ່ມຂຶ້ນຂອງການສື່ສານທາງອອນໄລນ໌.

ທ່ານ ເດຈອຍ, ເຊິ່ງແມ່ນຜູ້ລະດົມທຶນຂອງພັກຣີພັບບລີກັນ ແລະ ຜູ້ບໍລິຈາກເງິນໃຫ້ການໂຄສະນາຫາສຽງຂອງທ່ານ ທຣຳ ນັ້ນ, ໄດ້ຕອບໂຕ້ຕໍ່ການຕຳໜິວິຈານ ກ່ຽວກັບ ມາດຕະການປະຢັດເງິນທີ່ຖືກປະກາດເມື່ອບໍ່ດົນມານີ້ ລວມມີການຍຸບສະຖານທີ່ຈັດແຈງໄປສະນີບາງແຫ່ງ ແລະ ຕູ້ສົ່ງຈົດ ໝາຍຈຳນວນນຶ່ງຈາກສະຖານທີ່ສາທາລະນະ.

ທ່ານໄດ້ກ່າວຕໍ່ບັນດາສະມາຊິກສະພາວ່າ ທ່ານບໍ່ໄດ້ສັ່ງໃຫ້ທຳການປ່ຽນແປງດັ່ງກ່າວນັ້ນ ແຕ່ໄດ້ຮັບຜິດຊອບຕໍ່ຄຳສັ່ງທີ່ຖືກປະກາດອອກມາໃນອາທິດແລ້ວນີ້ ເພື່ອຢຸດໃຊ້ມັນຈົນຮອດຫຼັງຈາກວັນເລືອກຕັ້ງ ສຳລັບຫຼີກລ່ຽງຕໍ່ສິ່ງທີ່ປາກົດວ່າບໍ່ຖືກຕ້ອງ.

ຜູ້ອຳນວຍການອົງການໄປສະນີໄດ້ກ່າວຕື່ມວ່າ “ຂໍ້ອ້າງໃດໆນອກຈາກນີ້ໂດຍສື່ມວນຊົນ ຫຼື ບັນດາເຈົ້າໜ້າທີ່ທີ່ຖືກເລືອກຕັ້ງຕໍ່ໄປນັ້ນ ແມ່ນຈະເປັນການອະທິບາຍໃນທາງທີ່ຜິດເພີ່ມເຕີມຕໍ່ປະຊາຊົນ ອາເມຣິກັນ.”

ແຕ່່ພັກເດໂມແຄຣັດໃນສະພາຕໍ່າກ່າວວ່າ ການຕ່າວປີ້ນການປ່ຽນແປງບາງອັນ ລວມມີການຖອນຕູ້ສົ່ງໄປສະນີ, ຈະບໍ່ເປັນການເຮັດໃຫ້ໄພຂົ່ມຂູ່ ຕໍ່ການລົງຄະ ແນນສຽງທາງໄປສະນີໝົດໄປຢ່າງສິ້ນເຊີງ, ເຊິ່ງມີກຳນົດຈະເລີ່ມຂຶ້ນໃນບໍ່ເທົ່າ ໃດອາທິດຈະມາເຖິງນີ້.

ປະທານຄະນະກຳມະການສະພາຕໍ່າທີ່ຮັບຜິດຊອບ ກ່ຽວກັບ ການຄວບຄຸມ ແລະ ການປະຕິຮູບ ທ່ານນາງ ຄາໂຣລິນ ມາໂລນີ ໄດ້ກ່າວໃນວັນຈັນວານນີ້ວ່າ “ການຊັກຊ້າທີ່ວ່ານີ້ບໍ່ແມ່ນເລື່ອງຫຼອກ ລວງ ຫຼື ທິດສະດີສົມຮູ້ຮ່ວມຄິດ ຄືທີ່ເພື່ອນຮ່ວມງານຂອງຂ້າພະເຈົ້າໄດ້ໂຕ້ຖຽງກັນ. ການຫຼຸດລົງພວກນີ້ບໍ່ໄດ້ເລີ່ມຂຶ້ນໃນເດືອນເມສາ ຫຼື ພຶດສະພາເວລາທີ່ພວກເຮົາຖືກກະທົບໂດຍໄວຣັສໂຄໂຣນາ, ແຕ່ເປັນເດືອນກໍລະກົດ ເວລາທີ່ທ່ານ ເຈຮອຍ ໄດ້ເຂົ້າມາກຳໜ້າທີ່ ແລະ ເລີ່ມທຳການປ່ຽນ ແປງຂອງລາວ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG