ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຂົນສົ່ງທາງເຮືອ ແລະພະນັກງານທ່າເຮືອ ທີ່ ສຫລ ຕົກລົງກັນ ໄດ້ແລ້ວ


ລົດບັນທຸກຂົນສົ່ງ ລຽນແຖວລໍຖ້າຢູ່ທ່າເຮືອ Long Beach ລັດ California.
ລົດບັນທຸກຂົນສົ່ງ ລຽນແຖວລໍຖ້າຢູ່ທ່າເຮືອ Long Beach ລັດ California.

ພວກ​ພະນັກງານ​ເຮັດ​ວຽກ​ຢູ່​ທ່າ​ເຮືອສະຫະລັດ​ແລະ​ບັນດາ​ຜູ້​
ບໍລິຫານໄດ້​ບັນລຸ​ການຕົກລົງໃນເບື້ອງຕົ້ນກ່ຽວ​ກັບ​ສັນຍາ​ສະ
ບັບໃໝ່ ​ຊຶ່ງຈະແກ້ໄຂການ​ໂຕ້​ແຍ້​ງທີ່ໄດ້ລົບກວນການຂົນສົ່ງ
ສິນຄ້າຜ່ານທ່າເຮືອ 29 ແຫ່ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງສະ
ຫະລັດ ແລະເຮັດໃຫ້ການ​ຄ້າ​ກັບ​ເອ​ເຊ​ຍມີຄວາມສັບສົນນັ້ນ.

ການຕົກລົງ​ດັ່ງກ່າວໄດ້​ບັນລຸໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ແລະ​
ຮຽກຮ້ອງ​ໃຫ້​ຟື້ນຟູການ​ບໍລິຫານ​ງານ ຢູ່ຕາມທ່າ​ເຮືອ​ທັງ​ໝົດ ​
ເລີ້ມ​ແຕ່​ຕອນ​ແລງ​ຂອງ​ວັນ​ເສົາ​ມື້​ນີ້ເປັນຕົ້ນໄປ. ທັງ​ສອງຝ່າຍ
​ຍັງ​ຈະຕ້ອງ​ໄດ້​ບັນລຸ​ຂໍ້​ຕົກລົງຂັ້ນສຸດ​ທ້າຍກັນອີກ.

ໃນຖະ​ແຫລ​ງ​ການຮ່ວມນັ້ນ ປະທານສະມາຄົມການຂົນສົ່ງທາງທະເລໃນເຂດປາ ຊີຟິກ
ທ່ານ James Mckenna ​ແລະ ປະທານກຳມະບານຄົນງານທ່າເຮືອ ແລະສາງເກັບສິນ
ຄ້ານາໆຊາດ ທ່ານ Bob McEllrath ກ່າວວ່າ ເຂົາເຈົ້າ ມີຄວາມປິຕິຍິນດີ ທີ່ໄດ້ບັນລຸຂໍ້
ຕົກລົງຂັ້ນຕົ້ນ ຊຶ່ງເປັນການດີສຳລັບບັນດາພະ ນັກງານທ່າເຮືອ ແລະ ອຸດສາຫະກຳຂົນ
ສົ່ງທາງທະເລ.

ລັດຖະມົນຕີແຮງງານ ສະຫະລັດ ທ່ານ Thomas Perez ໄດ້ດູແລການເຈລະຈາກັນເປັ
ເວລາສີ່ມື້ໃນອາທິດນີ້ ລະຫວ່າງທັງສອງຝ່າຍທີ່ ນະຄອນ San Francisco ລັດ
California ທາງພາກຕາເວັນຕົກຂອງສະຫະລັດ.

ການໂຕ້ແຍ້ງເລື້ອງແຮງງານ ຊຶ່ງໄດ້ເລີ້ມຂື້ນໃນເດືອນກໍລະກົດ ເວລາສັນຍາສະບັບກ່ອນ
ໄດ້ໝົດອາຍຸລົງ ເຮັດໃຫ້ທ່າເຮືອຂົນສົ່ງ 29 ແຫ່ງຢູ່ທາງພາກຕາເວັນ ຕົກຂອງສະຫະລັດ ຕິດຄັດມາເປັນເວລາຫລາຍເດືອນ ແລະການຄ້າຂອງສະ ຫະລັດກັບເຂດເອເຊຍມີບັນຫາ. ບັນດາທ່າເຮືອເຫລົ່ານີ້ຮັບສິນຄ້າ ຫລາຍກວ່ານຶ່ງສ່ວນສີ່ຂອງການຄ້າທາງທະເລທັງໝົດ
ຂອງ ສະຫະລັດແລະຫລາຍກວ່າ 70 ເປີເຊັນຂອງສິນຄ້ານຳເຂົ້າ ຈາກເອເຊຍ.

ເງິນມູນຄາຫລາຍພັນລ້ານໂດລາ ຂອງສິນຄ້າໄດ້ຖືກກັກໄວ້ ຢູ່ໃນຫີບຂົນສົ່ງຂອງບັນດາ
ເຮືອທັງຫລາຍ ທີ່ຈອດຢູ່ຖ່າເຮືອຕ່າງໆ ຈາກພາກໃຕ້ຂອງ ລັດ California ຂື້ນໄປຈົນເຖິງ
ພາກເໜືອຊາຍແດນຂອງ ການາດາ.

US PORT STRIKE VO
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG