ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາກອນຂອງ ສຫລ ມີຫລາຍເຊື້ອຊາດ ຜິວພັນ ເພີ້ມຂຶ້ນ ຂະນະທີ່ຄົນຜິວຂາວ ມີຈໍານວນຫລຸດລົງ ເປັນຄັ້ງທໍາອິດ


ຮູບແຕ້ມທີ່ສະແດງໃຫ້ເຫັນວ່າ ສຫລ ມີຄົນຫລາກຫລາຍຜິວພັນ ແລະເຊື້ອຊາດ ຕິດຢູ່ເທິງຝາຢູ່ຕາມຫ້ອງໂຖງທີ່ນາງ Pamela Young ຍ່າງຜ່ານໄປ ຢູ່ໃນອົງການ United Fort Worth, ຊຶ່ງເປັນອົງການປຸກລະດົມຢູ່ຂັ້ນຮາກຖານ ໃນເມືອງ Fort Worth ລັດເທັກຊັສ, ວັນທີ 10 ສິງຫາ, 2021.
ຮູບແຕ້ມທີ່ສະແດງໃຫ້ເຫັນວ່າ ສຫລ ມີຄົນຫລາກຫລາຍຜິວພັນ ແລະເຊື້ອຊາດ ຕິດຢູ່ເທິງຝາຢູ່ຕາມຫ້ອງໂຖງທີ່ນາງ Pamela Young ຍ່າງຜ່ານໄປ ຢູ່ໃນອົງການ United Fort Worth, ຊຶ່ງເປັນອົງການປຸກລະດົມຢູ່ຂັ້ນຮາກຖານ ໃນເມືອງ Fort Worth ລັດເທັກຊັສ, ວັນທີ 10 ສິງຫາ, 2021.

ສະຫະລັດ ກໍາລັງເປັນປະເທດທີ່ປະກອບມີີຄົນທີ່ມີເຊື້ອຊາດ ຜິວພັນອັນຫລາກ ຫລາຍເພີ້ມຂຶ້ນນັບມື້ ເນື່ອງຈາກປະຊາກອນຜິວຂາວໄດ້ຫຼຸດລົງໃນທົດສະວັດທີ່ຜ່ານມາເປັນຄັ້ງທໍາອິດ ໃນປະຫວັດສາດຂອງປະເທດ, ອີງຕາມລາຍລະອຽດອັນ ໃໝ່ ທີ່ສະແດງໃຫ້ເຫັນ ຢູ່ໃນການສໍາຫລວດສຳມະໂນຄົວປີ 2020.

ຫ້ອງການສໍາຫລວດສຳມະໂນຄົວກ່າວໃນວັນພະຫັດວານນີ້ວ່າ ການນັບຈໍານວນຄົນ ທີ່ມີຂຶ້ນນຶ່ງຄັ້ງ ຕໍ່ທົດສະວັດນັ້ນ ໄດ້ສະແດງໃຫ້ເຫັນວ່າ ມີປະຊາກອນ 331 ລ້ານ 4 ແສນຄົນ ອາໄສຢູ່ໃນສະຫະລັດໃນປີກາຍນີ້, ເພີ້ມຂຶ້ນພຽງແຕ່ 7.4 ເປີ ເຊັນ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ. ມັນເປັນການເຕີບໂຕໃນໄລຍະ 10 ປີທີ່ ຕໍ່າທີ່ສຸດເທົ່າທີ່ເຄີຍມີມານັບຕັ້ງແຕ່ມີການສໍາຫຼວດເລີ້ມຂຶ້ນໃນປີ 1790 ເປັນຕົ້ນ ມາ ຍົກເວັ້ນໃນໄລຍະເສດຖະກິດຕົກຕໍ່າຄັ້ງໃຫຍ່ ໃນຊຸມປີ 1930 ເທົ່ານັ້ນ.

ແຕ່ວ່າ ສັດສ່ວນປະກອບທາງດ້ານເຊື້ອຊາດ ແລະຊົນເຜົ່າຂອງປະເທດ ໄດ້ມີການປ່ຽນແປງ; ປະຊາຊົນມັກເຄື່ອນຍ້າຍເຂົ້າໄປອາໄສຢູ່ໃນເຂດຕົວເມືອງຫລາຍຂຶ້ນ, ຊຶ່ງສ່ວນຫຼາຍແມ່ນຍ້າຍໄປຫາບັນດາລັດຢູ່ທາງພາກໃຕ້ ແລະພາກຕາເວັນຕົກ; ແລະຊາວອາເມຣິກັນມັກຈະອອກຈາກປະຊາຄົມນ້ອຍໄປ ຊຶ່ງເຮັດໃຫ້ປະຊາກອນຂອງປະຊາຄົມເຂົາເຈົ້າເຫລົ່ານັ້ນ ຫຼຸດລົງໄປອີກ.

ຄົນທີ່ລະບຸວ່າຕົນເປັນຄົນຜິວຂາວຍັງຄົງເປັນກຸ່ມປະຊາກອນທີ່ໃຫຍ່ທີ່ສຸດຢູ່ໃນສະຫະລັດ ກໍຄືມີ 204 ລ້ານ 3 ແສນຄົນ ແຕ່ພວກເຂົາເຈົ້າມີຈໍານວນໜ້ອຍກວ່າປີ 2010 ນັ້ນ 8.6 ເປີເຊັນ.

ຄົນກຸ່ມໃຫຍ່ອັນດັບຮອງລົງມາ ແມ່ນພວກທີ່ລະບຸຕົນເອງວ່າ ເປັນຄົນຮິສເປນິກ ຫຼື ອາເມຣິກາລາຕິນ, ລວມທັງ 62 ລ້ານ 1 ແສນຄົນ ໃນປີ 2020, ຊຶ່ງເປັນກຸ່ມຄົນອາເມຣິກັນທີ່ເພີ່ມຂຶ້ນ 23 ເປີເຊັນ ໃນທົດສະວັດຜ່ານມານີ້.

ກຸ່ມຄົນທີ່ລະບຸວ່າຕົນມີສອງເຊື້ອຊາດ ຫຼື ຫຼາຍເຊື້ອຊາດກວ່ານັ້ນ ຫລືເອີ້ນວ່າ ລູກຊອດນັ້ນ ລວມທັງໝົດມີ 33 ລ້ານ 8 ແສນຄົນ, ເພີ່ມຂຶ້ນ 276 ເປີເຊັນ ເມື່ອທຽບ ໃສ່ປີ 2010. ຊາວອາເມຣິກັນເຊື້ອສາຍອາຟຣິກາ ທັງໝົດແມ່ນມີ 46 ລ້ານ 9 ແສນ ຄົນ, ແຕ່ວ່າກໍເປັນກຸ່ມ ທີ່ມີໜ້ອຍກວ່າ ພວກທີ່ລະບຸຕົນວ່າເປັນຄົນ “ເຊື້ອຊາດອື່ນ” ຫຼື ໃນກຸ່ມທີ່ມີຫລາຍເຊື້ອຊາດປະສົມກັນ ທີ່ມີ 49 ລ້ານ 9 ແສນຄົນ. ຊາວອາເມຣິກັນເຊື້ອສາຍເອເຊຍມີທັງໝົດ 24 ລ້ານຄົນ, ຄົນອາເມຣິກັນເຊື້ອສາຍອິນເດຍ ແລະຊາວອາລາສກາ ມີ 9 ລ້ານ 7 ແສນ
ຄົນ, ແລະ “ຄົນພື້ນເມືອງຮາວາຍ ແລະ ຄົນທີ່ເປັນຊາວເກາະມະຫາສະໝຸດ
ປາຊີຟິກອື່ນໆ” ທີ່ມີເຊື້ອສາຍດຽວ ຫຼືຢູ່ໃນກຸ່ມທີ່ມີຫລາຍເຊື້ອສາຍປະສົມກັນ ແມ່ນມີ 1 ລ້ານ 6 ແສນຄົນ.

ພວກນັກຊ່ຽວຊານກ່ຽວກັບສະຖິຕິໃນການປ່ຽນແປງປະຊາກອນບາງຄົນເວົ້າວ່າ ຄົນຜິວຂາວຍັງຈະເປັນກຸ່ມຊົນທີິ່ໃຫຍ່ທີ່ສຸດຢູ່ພາຍໃນປີ 2045 ແຕ່ກໍມີທ່າທາງວ່າ ກຸ່ມຄົນທີ່ມີຜິວພັນປະສົມຫຼືພວກລູກຊອດຈະມີຈຳນວນຫຼາຍຂຶ້ນ ຮວມທັງຊາວອາເມຣິກາລາຕິນ, ຄົນຜິວດໍາ, ຄົນອາເມຣິກັນເຊື້ອສາຍເອເຊຍ ແລະອື່ນໆ ອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG