ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສຫລ ມ້ວນ​ທ້າຍ ການ​ເດີນ​ທາງ​ ຢ້ຽມ​ຢາມ ເຊ​ເນ​ການ


ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ສ​ະ​ຫະ​ລັດ ທ່ານ​ໄມຄ໌ ພອມ​ພຽວ ກັບ​ພັນ​ລະ​ຍາ​ຂອງ​ທ່ານ ທ່ານ​ນາງ​ຊູ​ແຊນ ພອມ​ພຽວ ກຳ​ລັງ​ຈະ​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ມິວ​ນິກ ໄປ​ຍັງ​ເຊ​ເນ​ການ.
ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ສ​ະ​ຫະ​ລັດ ທ່ານ​ໄມຄ໌ ພອມ​ພຽວ ກັບ​ພັນ​ລະ​ຍາ​ຂອງ​ທ່ານ ທ່ານ​ນາງ​ຊູ​ແຊນ ພອມ​ພຽວ ກຳ​ລັງ​ຈະ​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ມິວ​ນິກ ໄປ​ຍັງ​ເຊ​ເນ​ການ.

ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ມ້ວນ​ທ້າຍ ການ​ຢ້ຽມ​ຢາມ​ປະ​ເທດ​ເຊ​ເນ​ການ ໃນ​ວັນ​ອາ​ທິດ​ວານນີ້ ບ່ອນ​ທີ່​ທ່ານ​ໄດ້​ປຶກ​ສາ​ຫາ​ລື ບົດ​ບາດ​ຂອງ​ສະ​ຫະ​ລັດ ໃນ​ເລື້ອງຄວາມ​ໝັ້ນ​ຄົງ​ຕ່າງໆ​ຢູ່​ໃນ​ອາ​ຟ​ຣິ​ກາ.

ການ​ເຈ​ລະ​ຈາກ​ຂອງ​ທ່ານ​ພອມ​ພຽວ ກັບ​ປະ​ທາ​ນາ​ທິ​ບໍ​ດີ ແມັກ​ກີ ແຊ​ລ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ອາ​ມາ​ດູ ບາ ໄດ້​ຖືກ​ຈັດ​ຂຶ້ນ​ພາຍ​ໃຕ້ ກອງ​ປະ​ຊຸມການ​ທົບ​ທວນ​ຄືນ​ກອງ​ກຳ​ລັງ​ຂອງ​ໂລກ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ຢູ່​ອີກ​ຕ່າງ​ຫາກ. ທຳ​ນຽບ​ຫ້າ​ແຈ ໄດ້​ຊີ້​ແຈງວ່າ ເປັນ​ໄປ​ໄດ້​ສູງ ທີ່​ຈະ​ມີ​ການ​ຫລຸດ​ຜ່ອນ ແຕ່ບໍ່​ເປັນ​ການ​ຖອນກອງ​ກຳ​ລັງຂອງ​ສະ​ລັດ ​ທັງ​ໝົດອອກ​ຈາກ​ອາ​ຟ​ຣິ​ກາ.

ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ​ກັນກັບທ່ານ​ບາ, ທ່ານ​ພອມ​ພຽວ ໄດ້​ຮັບ​ປະ​ກັນ​ຕໍ່​ປະ​ເທດ​ເຈົ້າ​ພາບ​ຂອງ​ທ່ານ ວ່າ ສະ​ຫະ​ລັດ ຈະ​ບໍ່​ປະ​ຖິ້ມ​ທະ​ວີບນີ້.

ທ່ານ​ພອ​ມພຽວ ໄດ້​ເວົ້າ​ວ່າ "ຂ້າ​ພະ​ເຈົ້າ ຄຶດ​ວ່າ ປະ​ຊາ​ຊົນ​ເຊ​ເນ​ການ ຄວນ​ຮູ້​ວ່າ ໂດຍ​ສ່ວນ​ລວມ​ແລ້ວ ກຳ​ລັງ​ຂອງ​ເຊ​ເນ​ການ ຢູ່​ໃນ​ພາກ​ພື້ນ, ພວກ​ຄູ່​ພາ​ຄີ​ຢູ​ໂຣ​ບ ແລະ ຝ​ຣັ່ງ ພວກ​ເຮົາ​ທັງຫຼາຍ ມີ​ພັນ​ທະ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພຢູ່​ໃນ​ພາກ​ພື້ນນີ້ ມັນ​ເປັນ​ສິ່ງ​ທີ່​ຈະ​ອຳ​ນວຍ​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ. ແລະ​ພວກ​ເຮົາ​ມຸ້ງ​ໝັ້ນ​ທີ່​ຈະ​ເຮັດ​ສິ່ງນັ້ນ. ແລະ​ຂ້າ​ພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ ໃນ​ເມື່ອ​ການ​ທົບ​ທວນ​ຄືນ ໄດ້​ສຳ​ເລັດ​ແລ້ວ ພວກ​ເຮົາ​ກໍ​ຈະ​ມີ​ການ​ສົນ​ທະ​ນາ​ກັນ ບໍ່​ພຽງ​ແຕ່​ກັບ​ເຊ​ນາ​ການ ເທົ່າ​ນັ້ນ ແຕ່​ກັບ​ທຸກ​ປະ​ເທດ​ໃນ​ຂົງ​ເຂດ ເຊັ່ນ​ກັນ. ພວກ​ເຮົາ​ຈະ​ເຈ​ລະ​ຈາ​ເຫດ​ຜົນ​ທີ່​ພວກ​ເຮົາ​ຈະ​ເຮັດ ແລະ​ວິ​ທີ​ໃດທີ່​ພວກ​ເຮົາ​ຈະ​ເຮັດ ທີ່​ຈະ​ໄດ້​ຮັບ​ຜົນ ສຳ​ລັບພວກ​ເຮົາ​ໝົດ​ທຸກ​ຄົນ."

U.S. Secretary of State Mike Pompeo wrapped up a visit to Senegal Sunday, where he discussed the United States's role in security issues in Africa.

Pompeo's talks with President Macky Sall and Foreign Minister Amadou Ba were held under the shadow of a global force review by U.S. defense officials. The Pentagon has indicated there likely will be a reduction, but not a complete withdrawal, of U.S. forces from Africa.

During a joint press conference with Ba, Pompeo assured his hosts the U.S. will not abandon the continent.

(Mike Pompeo//U.S. Secretary of State )

"I think the people of Senegal should know that collectively, Senegalese forces in the region, European partners, French (indistinct) we have an obligation to get security right here in the region, it's what will permit economic growth. And we're determined to do that. And I'm convinced that when when our review is done, we'll have a conversation with not just Senegal, but all the countries in the region, we'll talk through why we're doing how we're doing it will deliver an outcome that works for all of us."

XS
SM
MD
LG