ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ພອ​ມ​ພຽວ ປ່ຽນ​ແຜນ​ເດີນ​ທາງ​ໄປ​ຢູ​ໂຣບ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກຳ​ລັງ​ຂຶ້ນ​ເຮືອ​ບິນ​ຈາກ​ ສະ​ໜາມ​ບິນ​ສະ​ແຕນ​ສະ​ເຕດ ທີ່ ນະ​ຄອນ​ລອນດອນ ວັນ​ທີ 9 ພຶດ​ສະ​ພາ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກຳ​ລັງ​ຂຶ້ນ​ເຮືອ​ບິນ​ຈາກ​ ສະ​ໜາມ​ບິນ​ສະ​ແຕນ​ສະ​ເຕດ ທີ່ ນະ​ຄອນ​ລອນດອນ ວັນ​ທີ 9 ພຶດ​ສະ​ພາ 2019.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ປ່ຽນ​ແຜນ​ການ​ເດີນ​ທາງ​
ໄປ​ຢູ​ໂຣບຂອງ​ທ່ານ.​

ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ​ຂອງ​ທ່ານ​ພອມ​ພຽວ ​ແມ່ນ​ນະ​ຄອນບ​ຣັ​ສ​ເຊີ​ລ ແທ​ນ​ທີ່​ຈະແມ່ນ
​ນະ​ຄອນ​ມົກ​ກູ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ຕ່າງ​ປະ​ເທດຜູ້ນຶ່ງ​ກ່າວ​ວ່າ ທ່ານ​ພອມ​ພຽວ​ຈະ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ
​ໜ້າ​ທີ່​ຢູ​ໂ​ຣບ​ໃນ​ວັນ​ຈັນ​ມື້​ນີ້ “ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ບັນ​ຫາ​ກົດ​ດັນ​ຫຼາຍ​ເລື້ອງຮວມ​ທັງ
​ອີ​ຣ່ານນຳ.” ໃນ​ຂັ້ນ​ຕົ້ນ ທ່ານ​ພອມ​ພຽວ​ໄດ້​ມີ​ແຜນ​ທີ່​ຈະ​ພົບ​ປະ​ໃນ​ວັນ​ຈັນ​ມື້​ນີ້ ​ກັບ​ບັນ​ດາ
​ນັກ​ການ​ທູດ​ສະ​ຫະ​ລັດ ແລະ​ພວກ​ຜູ້​ນຳ​ທຸ​ລະ​ກິດ​ຢູ່​ໃນ​ນະ​ຄອນ​ມົ​ສ​ກູ.

ບໍ່ເປັນ​ທີ່​ແຈ້ງ​ຂາວ​ໂດຍ​ທັນ​ທີ​ວ່າ ເປັນ​ຫຍັງຈຶ່ງ​ໄດ້​ມີ​ການ​ປ່ຽນ​ແປງ ​ຢູ່​ໃນ​ກຳ​ນົດ​ການ.

ສ່ວນ​ທີ່​ເຫຼືອ​ຂອງ​ແຜນ​ເດີນ​ທາງ​ຍັງ​ຢູ່ຄືເກົ່າ​ເໝືອນ​ເດີມ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຈະ​ເດີນ​ທາງ​ໄປ​ເມືອງ​ໂຊ​ຈີ ໃນ​ວັນ​ອັງ​ຄານ​ມື້​ອື່ນ​ນີ້ ເພື່ອ​ສົນ​ທະ
​ນາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ
​ຣັດ​ເຊຍ ທ່ານ​ເຊີ​ເກ ຣັ​ຟ​ຣອ​ຟ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ຣັດ​ເຊຍ ທ່ານ​ເຊີ​ເກ ຣັ​ຟ​ຣອ​ຟ ພົບ​ປະ​ກັນ​ຢູ່ນອກກອງ​ປະ​ຊຸມ​ໃນ​ປະ​ເທດ​ຟິ​ນ​ແລນ ປີ ວັນ​ທີ 6 ພິດ​ສະ​ພາ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ຣັດ​ເຊຍ ທ່ານ​ເຊີ​ເກ ຣັ​ຟ​ຣອ​ຟ ພົບ​ປະ​ກັນ​ຢູ່ນອກກອງ​ປະ​ຊຸມ​ໃນ​ປະ​ເທດ​ຟິ​ນ​ແລນ ປີ ວັນ​ທີ 6 ພິດ​ສະ​ພາ 2019.

ການ​ເດີນ​ທາງ​ຂອງ​ທ່ານ​ພອມ​ພຽວ​ ມີ​ຂຶ້ນບໍ່ເທົ່າ​ໃດ​ອາ​ທິດ​ ກ່ອນ​ໜ້າ​ກອງ​ປະ​ຊຸມ​ສຸດ
ຍອດ G-20 ຢູ່​ເມືອງ​ໂອ​ຊະກະ ປະ​ເທດ​ຍີ​ປຸ່ນ ຊຶ່ງ​ປະ​ທາ​ນາ​ທິ​ບໍ​ດີ​ທັງ​ສອງທ່ານ​ດໍ​ໂນ​ລ
ທ​ຣຳ ຂອງສະຫະລັດ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ປູ​ຕິນ ຈະ​ເຂົ້າ​ຮ່ວມ.

ການ​ເດີ​ນ​ທາງ​ຂອງ​ທ່ານ​ພອມ​ພຽວ​ໄປ​ຣັດ​ເຊ​ຍ ຍັງ​ເກີດ​ຂຶ້ນ​ທ່າມ​ກາງ​ຄວາມ​ເຄັ່ງ​ຕືງ​
ລະ​ຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ອີ​ຣ່ານ.

ສະ​ຫະ​ລັດ​ກຳ​ລັງ​ເພີ້ມ​ກຳ​ລັງ​ທາງ​ທະ​ຫານ​ຢູ່​ໃນ​ຕາ​ເວັນ​ອອກ​ກາງ ໃນ​ອັນ​ທີ່​ພວກ​ເຈົ້າ
​ໜ້າ​ທີ່​ກ່າວ​ວ່າ​ ໄດ້​ເປັນ “ການ​ຕອບ​ໂຕ້​ໂດຍ​ກົງ ​ຕໍ່​ຈຳນວນບັນຫາທີ່​ລົບ​ກວນ​ຫຼາຍ​ຢ່າງ
ແລະ​ການ​ເນັ້ນ​ບອກ​ເພີິ້ມ​ຂຶ້ນ ແລະ​ການ​ເຕືອນຕ່າງໆ” ຈາກ​ອີ​ຣ່ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG