ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້ານັກການທູດ ສຫລ ແລະຈີນ ໄດ້ພົບປະກັນ ແບບປິດລັບ ໃນລັດຮາວາຍ


ສະມາຊິກກົມການເມືອງສູນກາງພັກຂອງຈີນ, ທ່ານ ຢາງ ເຈຍຈີ (Yang Jiechi) ຖາມສະບາຍດີພວກນັກຂ່າວ ໃນຂະນະທີ່ທ່ານຍ່າງໄປພົບກັບນາຍົກລັດຖະມົນຕີ Shinzo Abe ຢູ່ທີ່ຕໍາໜັກຂອງທ່ານອາເບະ ໃນນະຄອນຫລວງໂຕກຽວ ໃນວັນທີ 17 ພຶດສະພາ, 2019
ສະມາຊິກກົມການເມືອງສູນກາງພັກຂອງຈີນ, ທ່ານ ຢາງ ເຈຍຈີ (Yang Jiechi) ຖາມສະບາຍດີພວກນັກຂ່າວ ໃນຂະນະທີ່ທ່ານຍ່າງໄປພົບກັບນາຍົກລັດຖະມົນຕີ Shinzo Abe ຢູ່ທີ່ຕໍາໜັກຂອງທ່ານອາເບະ ໃນນະຄອນຫລວງໂຕກຽວ ໃນວັນທີ 17 ພຶດສະພາ, 2019

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ ພົບປະເຈລະຈາກັນ ກັບຫົວໜ້ານັກການທູດຈີນ, ສະມາຊິກກົມການເມືອງສູນ ກາງພັກ ຢາງ ເຈຍຈີ (Yang Jiechi) ໃນລັດຮາວາຍ ໃນວັນພຸດວານນີ້.

ການພົບປະແບບປິດລັບຢູ່ທີ່ຄ້າຍທະຫານອາກາດ ຮິກແຄມ (Hickam) ໃນນະ ຄອນໂຮໂນລູລູ ເປັນການພົບປະກັນແບບໜ້າ-ຕໍ່-ໜ້າເປັນຄັ້ງທໍາອິດ ລະຫວ່າງ ທ່ານພອມພຽວກັບທ່ານຢາງ ນັບຕັ້ງແຕ່ເດືອນສິງຫາຜ່ານມາ. ພວກເພິ່ນແມ່ນມີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສຕີຟເຟັນ ໄບກັນ (Stephen Biegun) ແລະເອກອັກຄະລັດຖະທູດຈີນກຸຍ ທຽງກາຍ (Cui Tiankai) ເຂົ້າຮ່ວມນໍາ. ທ່ານພອມພຽວ ແລະທ່ານ ຢາງກໍຍັງໄດ້ພົບປະກັນອີກໃນຕອນ ຮັບປະທານອາຫານຄໍ່າ ໃນວັນອັງຄານຜ່ານມາ.

ເຖິງແມ່ນວ່າ ທັງສອງຝ່າຍຕ່າງກໍບໍ່ໄດ້ເປີດເຜີຍໃຫ້ຮູ້ເຖິງລັກສະນະຂອງການ ສົນທະນາກັນຢ່າງແນ່ນອນຊັດເຈນກໍຕາມ ອົງການຂ່າວຂອງລັດຖະບານຈີນ ໄດ້ພັນລະນາກ່ຽວກັບການພົບປະກັນນັ້ນວ່າ “ມີລັກສະນະສ້າງສັນ” ໃນຂະນະ ທີ່ໂຄສົກຍິງຂອງທ່ານພອມພຽວໄດ້ເນັ້ນຢໍ້າຕໍ່ທ່ານຢາງວ່າ “ຕ້ອງໄດ້ມີການຕອບ ຮັບຊຶ່ງກັນແລະກັນຢ່າງເຕັມສ່ວນໃນການດໍາເນີນງານ” ລະຫວ່າງວໍຊິງຕັນແລະ ປັກກິ່ງ.

ສາຍພົວພັນລະຫວ່າງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ ໄດ້ຕົກໄປຢູ່ ໃນຈຸດທີ່ຕໍ່າສຸດຢູ່ໃນຮອບຫລາຍທົດສະວັດ ກ່ຽວກັບຫລາຍບັນຫາ ຊຶ່ງລວມທັງ ດ້ານການຄ້າ, ການທີ່ຈີນເພີ້ມການຄວບຄຸມ ຕໍ່ເຂດເຄິ່ງປົກຄອງຕົນເອງຮົງກົງ, ການໄປມີໜ້າຂອງຈີນ ຢູ່ເຂດທະເລຈີນໃຕ້ເພີ້ມຂຶ້ນນັບມື້, ແລະ ບ່ອນກໍາເນີດ ຂອງການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ທີ່ໄດ້ກວດພົບຄັ້ງທໍາອິດ ຢູ່ ພາກກາງຂອງຈີນໃນເດືອນທັນວາຜ່ານມານັ້ນ.

ທ່ານນາງ ບອນນີ ກລາສເຊີ (Bonnie Glaser), ອໍານວຍການຂອງໂຄງການ ອໍານາດຂອງຈີນຢູ່ທີ່ສູນກາງສຶກສາຄົ້ນຄວ້າ ດ້ານຍຸດທະສາດ ແລະສາກົນ ໃນ ນະຄອນຫລວງວໍຊິງຕັນ ກ່າວຕໍ່ວີໂອເອວ່າ ທ່ານນາງ “ບໍ່ມີຄວາມຫວັງໃນແງ່ດີ ວ່າ ການພົບປະສົນທະນາກັນຄັ້ງນີ້ ຈະເຮັດໃຫ້ສາມາດສະກັດກັ້ນບໍ່ໃຫ້ການພົວ ພັນສອງຝ່າຍໄຫລລົງໄປຕໍ່າກວ່ານັ້ນອີກໄດ້.”

ໃນຂະນະທີ່ການພົບປະກັນລະຫວ່າງທ່ານ ພອມພຽວ ແລະທ່ານ ຢາງກໍາລັງ ເກີດຂຶ້ນຢູ່ນັ້ນ, ປະທານາທິບໍດີດໍໂນລ ທຣໍາ ກໍໄດ້ເຊັນນິຕິກໍາທີ່ຈະວາງມາດຕະ ການລົງໂທດຕໍ່ບັນດາເຈົ້າໜ້າທີ່ຈີນ ກ່ຽວກັບການກັກຂັງໝູ່ຕໍ່ຊາວມຸສລິມວີເກີ ແລະຊາວມຸສລິມທີ່ເປັນຊົນກຸ່ມສ່ວນນ້ອຍອື່ນໆ ຫລາຍ ເຖິງ 1 ລ້ານຄົນ ໃນ ແຂວງຊິນຈຽງ.

ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ໄດ້ອອກຖະແຫລງການສະບັບ ນຶ່ງໃນວັນພະຫັດມື້ນີ້ ປະນາມກົດໝາຍໃໝ່ສະບັບນັ້ນ ໂດຍໄດ້ກ່າວຫາວໍຊິງຕັນ ວ່າເຂົ້າໄປແຊກແຊງກິດຈະການພາຍໃນຂອງຈີນ. ຖະແຫລງການສະບັບນັ້ນໄດ້ ເຕືອນວ່າ ຖ້າສະຫະລັດຫາກບໍ່ “ທໍາການແກ້ໄຂຄວາມຜິດພາດ ຂອງຕົນໂດຍ ດ່ວນ” ປັກກິ່ງກໍຈະ “ເອົາມາດຕະການຕອບໂຕ້ຄືນຢ່າງເດັດດ່ຽວ” ຊຶ່ງສະຫະ ລັດ ຕ້ອງໄດ້ຮັບຜົນສະໜອງຕາມມາ ຂອງການກະທໍານັ້ນ ຢ່າງເຕັມສ່ວນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG