ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລິກັນ ເລື່ອນກອງປະຊຸມຫລວງ ອອກໄປ ຍ້ອນພາຍຸ ໄອຊິກ (ວີດີໂອ)


ພວກອາສາສະມັກ ກໍາລັງຕິດປ້າຍ ຊື່ທ່ານ Romney-Ryan ໃນກອງປະຊຸມທີ່ເມືອງ Tampa, Florida,
ພວກອາສາສະມັກ ກໍາລັງຕິດປ້າຍ ຊື່ທ່ານ Romney-Ryan ໃນກອງປະຊຸມທີ່ເມືອງ Tampa, Florida,

ພາຍຸເຂດຮ້ອນ ໄອຊິກ ໄດ້ບັງຄັບ ໃຫ້ພັກຣີພັບບລິກັນ ຕ້ອງໄດ້ ເລື່ອນການເປີດກອງປະຊຸມຫລວງ ແລະກິດຈະກໍາຕ່າງໆຂອງ ກອງປະຊຸມ ອອກໄປ ໃສ່ວັນອັງຄານມື້ອື່ນ.

ລົມແຮງແລະຝົນທີ່ທັ່ງເທລົງມາ ໄດ້ສ້າງບັນຫາໃຫ້ແກ່ລາຍການ
ຂອງກອງປະຊຸມຫຼວງຂອງພັກ Rupublican ທີ່ກໍໜົດຈະໄຂຂຶ້ນ
ໃນອາທິດນີ້ ທີ່ເມືອງ Tampa ລັດ Florida ພາກຕາເວັນອອກ
ສຽງໃຕ້ຂອງສະຫະລັດ.

ໄດ້ເປັນທີ່ຄາດຄະເນກັນວ່າ ພັກ Rupublican ຈະປະກາດແຕ່ງ
ຕັ້ງທ່ານ Mitt Romney ແລະ ທ່ານ Paul Ryan ຜູ້ສະມັກເປັນ
ຮອງປະທານາທິບໍດີຮ່ວມກັບທ່ານນັ້ນ ຢ່າງເປັນທາງການ ໃນຖາ
ນະຜູ້ສະມັກເລືອກຕັ້ງຂອງພັກ ໄປແຂ່ງກັບປະທານາທິບໍດີ
Barack Obama ຈາກພັກ Democrat ແລະຮອງປະທານາທິບໍ
ດີ Joe Biden ໃນການເລືອກຕັ້ງໃນເດືອນພະຈິກ ທີ່ຈະມາເຖິງນີ້
ແຕ່ວ່າພາຍຸເຂດຮ້ອນ ໄອຊິກ (Issac)ໄດ້ບັງຄັບໃຫ້ພັກຣີພັບບລິ
ກັນຕ້ອງເລື່ອນການເປີດງານແລະກິດຈະກໍາຕ່າງໆຂອງກອງປະ
ຊຸມຄັ້ງນີ້ ອອກໄປ.

ພາຍຸໄອຊິກໄດ້ເລີ່ມກະໜໍ່າໄສ່ພາກໃຕ້ຂອງລັດ Florida ໃນວັນອາທິດວານນີ້ ດ້ວຍລົມ
ແລະຝົນແຮງຫລັງຈາກໄດ້ເຮັດໃຫ້ມີການບາດເຈັບລົ້ມຕາຍແລະສ້າງຄວາມເສຍຫາຍ
ໃນເຂດທະເລ Caribbean.

ເຈົ້າໜ້າທີ່ພັກ Rupublican ກ່າວວ່າ ຄວາມເປັນຫ່ວງດ້ານຄວາມປອດໄພ ໄດ້ເຮັດໃຫ້
ເຂົາເຈົ້າຕ້ອງເລື່ອນການເປີດກອງປະຊຸມອອກໄປ ໃສ່ວັນອັງຄານມື້ອື່ນ.

ທ່ານ Romney ຍັງມີກໍາໜົດຈະກ່າວຄໍາປາໄສ ຮັບເອົາການແຕ່ງຕັ້ງຂອງພັກ Rupublican
ໃນວັນພະຫັດທີ່ຈະມາເຖິງນີ້ ຕາມແຜນການທີ່ໄດ້ວາງໄວ້. ພາຍຸໄດ້ກະທົບຕໍ່ພວກປະທ້ວງ
ທີ່ໄປຮວມຕົວກັນ ໃນໃຈກາງເມືອງ Tampa ເຊ່ນກັນ.

ທ້າວ John Penley ທີ່ຄັດຄ້ານທ່ານ Romney ກ່າວວ່າ ຈໍານວນຜູ້ມາຮ່ວມ
ປະທ້ວງຄັ້ງນີ້ ແມ່ນມີໜ້ອຍກວ່າທີ່ຄາດໝາຍໄວ້.

ສະມາຊິກພັກຣີພັບບລິກັນພາກັນລຸຫລັ່ງໄປຍັງເມືອງແທັມປາ
ເພື່ອຮ່ວມກອງປະຊຸມຫລວງຂອງພັກ:


XS
SM
MD
LG