ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ຈັດການປະຊຸມປ່ອນບັດ ຢູ່ໃນສາມລັດ ທາງພາກຕາເວັນຕົກ ຂອງປະເທດ


ຜູ້ສະໝັກປະທານາທິບໍດີສະຫະລັດ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ແລະສະມາຊິກສະພາສູງ ທ່ານ Bernie Sanders.
ຜູ້ສະໝັກປະທານາທິບໍດີສະຫະລັດ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ແລະສະມາຊິກສະພາສູງ ທ່ານ Bernie Sanders.

ໃນ​ວັນ​ເສົາມື້ນີ້ສາມ​ລັດ​ທາງ​ພາກ​ຕາ​ເວັນ​ຕົກສະຫະລັດປະກອບ​
ມີລັດ Alaska ລັດ Hawaii ​ແລະລັດ Washington ກຳລັງ​ຈັດ
ກອງ​ປະ​ຊຸມ​ ປ່ອນ​ບັດເລື​ອກຕັ້ງ ​ປະທານາທິບໍດີ​ ຂອງ​ພັກ​ເດ​ໂມ
​ແຄຣັດ ​ກ່ອນ​ໜ້າ​ກອງ​ປະຊຸມ​ໃຫຍ່​ພັກ.

ອະດີ​ດລັດຖະມົນຕີ​ ຕ່າງປ​ະ​ເທດ ທ່ານ​ນາງ Hillary Clinton ​
ແມ່ນຜູ້ສະໝັກທີ່ກຳຈຳນວນຜູ້ຕາງໜ້າຢ່າງ​ຂາດ​ຮອຍໃນ​ເວລາ​ນີ້
ແຕ່ສະມາຊິກ​ສະພາ​ສູງ ລັດ Vermont ທ່ານ Bernie Sanders
ປະຕິ​ເສດ​ທີ່​ຈະ​ຢຸດ​ເຊົາແລະ​ຢູ່​ໃນບາງ​ບ່ອນ​ ທ່ານ​ຍັງ​ເປັນ​ຄູ່​ແຂ່ງ​ທີ່​
ໜ້າ​ຢ້ານ​ກົວ ສຳລັບທ່ານ​ນາງ Hillary Clinton.

​ຢູ່ໃນຄຳ​ຖະ​ແຫລ​ງ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ຫລັງ​ຈາກ​ການ​ໂຈມ​ຕີຮ້າຍ​ແຮງ​ທີ່ນະ ຄອນ
Brussels ນັ້ນ ທ່ານ​ນາງ Hillary Clinton ໄດ້​ເນັ້ນ​ໜັກ​ຄວາມ​ສົນ​ໃຈ​ຂອງ​ທ່ານ ​ໄປໃສ່
ບັນດາ​ຜູ້​ສະໝັກ​ພັກຣີພັບ​ບລິ​ກັນ ທ່ານ Donald Trump ​ແລະທ່ານ Ted Cruz ​ແລະ​
ອັນ​ທີ່​ທ່ານ​ນາງ​ຮ້ອງເຂົາ​ເຈົ້າ​ວ່າ ນະ​ໂຍບາຍ​ຕ່າງ ປະ​ເທດ "ທີ່ບໍ່​ມີ​ລະມັດລະວັງ” ຂອງ​
ພວກ​ເຂົາ​ເຈົ້າ.

ທ່ານ​ນາງ Clinton ກ່າວຕື່ມ​ວ່າ “ພວກ​ເຮົາ​ຕ້ອງເພິ່ງ​ພາອາໄສໃນສິ່ງ​ທີ່​ໄດ້ຜົນຕົວ​ຈິງບໍ່​
ແມ່ນເວົ້າສຽງ​ດັງ​ໂວຍວາຍ​ເພື່ອ​ສ້າງ​ຄວາມ​ບາດໝາງ​ໃຫ້​ແກ່​ພາຄີ​ຂອງ ພວກ​ເຮົາ ແລະ​
ບໍ່​ເຮັດ​ໃຫ້​ເຮົາມີ​ຄວາມ​ປອດ​ໄພ​ຂຶ້ນ​ແຕ່​ຢາງ​ໃດ​ນັ້ນ.”

ທ່ານ Sanders ຊຶ່ງ​ເປັນ​ທີ່​ນິຍົມ​ຊົມ​ຊອບ​ຂອງ​ພວກ “​ທີ່​ເກີດໃນ​ຊຸມ​ປີ 1980 ຫາປີ 2000
​ແລະ​ບັນດາ​ຜູ້​ປ່ອນ​ບັດ​ເທຶ່ອທຳ​ອິດ​ນັ້ນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈຳ​ເປັນຕ້ອງປະຕິວັດ​ການ
​ເມືອງ."

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ປະ​ຊຸມ​ປ່ອນ​ບັດຢູ່​ໃນສາມ​ລັດ​ໃນ​ວັນ​ເສົາ​ມື້​ນີ້ອາດ​ຈະ​ເປັນ
​ທີ່​ໄດ້​ປຽບ ​ສຳລັບທ່ານ Sanders ​ເພາະວ່າ​ກອງ​ປະຊຸມປ່ອນ​ບັດມັກ​ຈະ ດຶງ​ດູດ​ເອົາສະ
ມາຊິກ​ພັກເດ​ໂມ​ແຄຣັດຫົວເສຣີຫລາຍ​ທີ່ສຸດ. ​ຍິ່ງ​ໄປ​ກວ່າ​ນັ້ນ​ທ່ານ Sanders ຍັງ​ເປັນ
​ທີ່ນິຍົມ​ຢ່າງ​ຫລວງຫລາຍ​ ຈາກ​ພວກ​ປ່ອນ​ບັດທີ່​ໜຸ່ມນ້ອຍ ທີ່ໄດ້ເປັນ​ກະ​ແ​ຈສຳຄັນ ​ໃນ​
ການ​ນຳ​ເອົາປະທານາທິບໍດີ​ Barack Obama ​ເຂົ້າ ກຳ​ຕຳ​ແໜ່​ງຢູ່​ທຳນຽບຂາວ​ເຖິງ​
ສອງ​ເທື່ອ.

ທ່ານ​ນາງ Clinton ຍັງ​ຕ້ອງການຜູ້ຕາງໜ້າ​ຕື່ມ​ 672 ຄົນ ຈຶ່ງ​ຈະ​ສາມາດ​ໄດ້​ຮັບ​ກາ​ນຖືກ​
ສະ​ເໜີຊື່. ທ່ານ Sanders ​ແມ່ນຕ້ອງການ​ຫລາຍ​ກວ່າ​ສອງ​ເທົ່າ​ຂອງ​ທ່ານ​ນາງ Clinton
ຊຶ່ງ​ໃນ​ວັນ​ເສົາ​ມື້ນີ້ິ້ ​ແມ່ນ 142 ຊຶ່ງ​ຈະ​ຖືກ​ນັບ​ຮວມ​ເຂົ້າ ​ໃສ່ ​ຕົວເລກ​ເປົ້າໝາຍ 2,383 ຄົນ
ທີ່​ຕ້ອງການ​ນັ້ນ.

US Politics
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG