ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການປ່ອນບັດ ເລືອກຕັ້ງ ປ. ສະຫະລັດ ປີ 2012 ເລີ້ມຂຶ້ນແລ້ວ (ສະໄລດ໌ກັບວີດີໂອ)


ປະຊາຊົນ ພາກັນໄປປ່ອນບັດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ຫຼັງຈາກທ່ຽງຄືນ ໃນຄືນແລ້ວນີ້ ທີ່ເມືອງ Dixville Notch ລັດ New Hampshire ຊຶ່ງເປັນການບ່ອນບັດບ່ອນທຳອິດ ໃນການ ເລືອກຕັ້ງ ປະທານາທິບໍດີ ປີ 2012
ປະຊາຊົນ ພາກັນໄປປ່ອນບັດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ຫຼັງຈາກທ່ຽງຄືນ ໃນຄືນແລ້ວນີ້ ທີ່ເມືອງ Dixville Notch ລັດ New Hampshire ຊຶ່ງເປັນການບ່ອນບັດບ່ອນທຳອິດ ໃນການ ເລືອກຕັ້ງ ປະທານາທິບໍດີ ປີ 2012
ໜ່ວຍປ່ອນບັດຕ່າງໆໃນພາກຕາເວັນອອກຂອງສະຫະລັດເລີ້ມ
ເປີດໃຫ້ປະຊາຊົນ ພາກັນໄປປ່ອນບັດແລ້ວ ເພື່ອເລືອກເອົາປະ
ທານາທິບໍດີ ບາຣັກ ໂອບາມາ ຫລືຄູ່ແຂ່ງ ຈາກພັກຣີພັບບລີກັນ
ທ່ານມິຕ ຣອມນີ ໃນການເລືອກຕັ້ງ ປະທານາທິບໍດີ ທີ່ດຸເດືອດ
ຂອງປີ 2012 ນີ້.

ຜູ້ມີສິດປ່ອນບັດຊາວອາເມຣິກັນ ຈຳນວນຫຼາຍໆລ້ານຄົນໃນ
ທົ່ວປະເທດໄດ້ພາກັນ ໃຊ້ສິດໃຊ້ສຽງຂອງພວກເຂົາເຈົ້າກ່ອນ
ແລ້ວ ພາຍໃຕ້ລະບຽບການ ທີ່ອະນຸຍາດໃຫ້ ມີການປ່ອນບັດ
ລ່ວງໜ້າໄດ້. ແຕ່ບັນດາຜູ້ມີສິດປ່ອນບັດສ່ວນໃຫຍ່ ຈະພາກັນ
ໄປປ່ອນບັດໃນວັນອັງຄານມື້ນີ້ ຢູ່ຕາມໂຮງຮຽນ ໜ່ວຍດັບໄຟ
ໂບດ ແລະສະຖານທີ່ອື່ນໆ.

ປະທານາທິບໍດີໂອບາມາ ແລະທ່ານຣອມນີ ໄດ້ໄປໂຄສະນາຫາສຽງຢູ່ໃນຫຼາຍໆລັດທີ່ຍັງ ມີຄະແນນສຽງໃກ້ຄຽງກັນ ໃນມື້ວັນຈັນວານນີ້ ໃນຄວາມພະຍາຍາຍາມເພື່ອເກ້ຍກ່ອມໃນ ນາທີສຸດທ້າຍ ເອົາພວກທີ່ຍັງບໍ່ທັນຕັດສິນໃຈເທື່ອ ຖ້າຫາກຍັງມີເຫຼືອຢູ່.



ທ່ານໂອບາມາໄດ້ຢຸດແວ່ໂຄສະນາທີ່ລັດວິສຄັນຊິນແລະລັດໂອຮາຍໂອ ກ່ອນທີ່ຈະໄປໂຄ ສະຫາສຽງເປັນເທື່ອສຸດທ້າຍ ທີ່ລັດໄອໂອວາ ຊຶ່ງເປັນລັດທີ່ທ່ານໄດ້ຮັບໄຊຊະນະໃນການ ເລືອກຕັ້ງຂັ້ນຕົ້ນບ່ອນທຳອິດ ໃນການເລືອກຕັ້ງປະທານາທິບໍດີ ຄັ້ງປະຫວັດສາດ ໃນປີ 2008. ທ່ານໂອບາມາ ທີ່ສະມັກເອົາຕຳແໜ່ງປະທານາທິບໍດີ ຕື່ມອີກສະໄໝນຶ່ງ ໄດ້ກ່າວ ອວດອ້າງເຖິງຄວາມສຳເລັດໃນລະຫວ່າງທີ່ທ່ານເຂົ້າຮັບຕຳແໜ່ງຮວມທັງການຊ່ອຍກອບ ກູ້ອຸສາຫະກຳລົດໂອໂຕຂອງສະຫະລັດ ແລະການສັງຫານທ້າວໂອຊາມາ ບິນລາເດັນ ແຕ່ ທ່ານຕ້ອງ ການເຂົ້າຮັບຕຳແໜ່ງຕື່ມອີກສະໄໝນຶ່ງ ເພື່ອເຮັດຫຼ້ອນແຜນການຂອງທ່ານ.

ສ່ວນທ່ານຣອມນີ ໄດ້ທຳການໂຄສະນາຫາສຽງແບບປຸກຈິດປຸກໃຈໃນຕອນເດິກ ຢູ່ທີ່ລັດ New Hampshire ບ່ອນທີ່ທ່ານໄດ້ປະກາດ ເລີ້ມການໂຄສະນາຫາສຽງເມື່ອນຶ່ງປີກວ່າ ຜ່ານມາແລ້ວນັ້ນ ຫຼັງຈາກໄດ້ຢຸດແວ່ທີ່ລັດເວີຈີເນຍ ຟລໍຣິດາ ແລະໂອຮາຍໂອ. ອະດີດຜູ້ ປົກຄອງລັດ Massachusetts ກ່າວວ່າ ປະຫວັດຂອງທ່ານ ໃນຖານະທີ່ເຄີຍເປັນນັກທຸ ລະກິດແລະນັກການເມືອງທີ່ປະສົບຄວາມສຳເລັດມາແລ້ວນັ້ນ ສະແດງໃຫ້ເຫັນວ່າ ແມ່ນ ທ່ານເອງ ບໍ່ແມ່ນທ່ານໂອບາມາ ທີ່ຈະນຳເອົາການປ່ຽນແປງຢ່າງແທ້ຈິງມາສູ່ສະຫະລັດ.

XS
SM
MD
LG