ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ຢຸດພັກ ການໂຄສະນາຫາສຽງ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍາລັງຢຸດ ພັກການໂຄສະນາຫາສຽງໃນວັນສຸກມື້ນີ້ ໃນຂະນະທີ່ທ່ານ
ມິຕ ຣອມນີ ຜູ້ທ້າ ແຂ່ງທ່ານ ໄດ້ໂຄສະນາ ໃນສິ່ງທີ່ພວກຜູ້
ຊ່ວຍຂອງທ່ານຣອມນີເອີ້ນວ່າ ການແກ້ໄຂບັນຫາເສດຖະ
ກິດອັນຍິ່ງໃຫຍ່.

ໂຄສົກໜ່ວຍຫາສຽງທ່ານນຶ່ງກ່າວວ່າ ຄໍາປາໄສຂອງທ່ານ
ຣອມນີຢູ່ໃນ ລັດໄອໂອວາ ຊຶ່ງເປັນລັດທີ່ເອີ້ນກັນວ່າ ມີພວກ ປ່ອນບັດທີ່ຍັງບໍ່ໄດ້ຕັດສິນໃຈຫລາຍນັ້ນ ເປັນ “ການກ່າວສູ້ຢັນ
ປິດທ້າຍການຫາສຽງ” ຂອງຜູ້ສະໝັກປະທານາທິບໍດີທ່ານນີ້ ແລະຈະເນັ້ນໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງນະໂຍບາຍ
ເສດຖະກິດຂອງທ່ານ ແລະຂອງປະທານາທິບໍດີໂອບາມາ.

ທາງດ້ານທ່ານ ໂອບາມາ ທີ່ຢຸດພັກຈາກການແຂ່ງຂັນອັນ
ຂຸ້ນຂ້ຽວ ໃນການໂຄສະນາຫາສຽງຂອງທ່ານທົ່ວສະຫະລັດ ເປັນເວລາ 40 ຊົ່ວໂມງນັ້ນ ກໍາລັງໃຊ້ເວລາເກືອບໝົດມື້ຂອງວັນສຸກມື້ນີ້ ຢູ່ທໍານຽບຂາວ ບ່ອນທີ່ທ່ານຈະໃຫ້ສໍາພາດ ແກ່ສື່ຂ່າວ ຫລາຍໆສື່.

ຜົນການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ການແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີ
ແມ່ນມີຄະແນນໃກ້ຄຽງກັນທີ່ສຸດຕະຫລອດເວລາ ໃນຊ່ວງ ຂະນະທີ່ການໂຄສະນາ
ຫາສຽງກ້າວເຂົ້າສູ່ຂັ້ນສຸດທ້າຍ ກ່ອນການເລືອກ ຕັ້ງໃນວັນທີ 6 ພະຈິກທີ່ຈະມາເຖິງນີ້.

ແຜນທີ່ການລົງຄະແນນສຽງໃນລັດຕັດສິນຊີ້ຂາດ ໃນການເລືອກຕັ້ງປະທານາທິບໍດີສະຫະລັດ ໃນສອງ ຄັງຜ່ານມາ
ແຜນທີ່ການລົງຄະແນນສຽງໃນລັດຕັດສິນຊີ້ຂາດ ໃນການເລືອກຕັ້ງປະທານາທິບໍດີສະຫະລັດ ໃນສອງ ຄັງຜ່ານມາ
XS
SM
MD
LG